​ ກິລາຕ່າງປະເທດ

ທີມແມນຢູ ຮ່ວມໄຫວ້ອາໄລຄົບຮອບ 60 ປີໂສກນາດຕະກໍາທີ່ ມິວນິກ


   ຄະນະບໍລິຫານງານ, ຜູ້ຈັດການທີມ ແລະ ນັກເຕະ ລວມເຖິງແຟນບານຂອງ ແມນເຊັສເຕີ ຢູໄນເຕັດ ຮ່ວມໄຫວ້ອາໄລ ແລະ ລະນຶກ ຄົບຮອບ 60 ປີກັບ ໂສກນາດຕະກໍາ ທີ່ມີວນິກ ວັນທີ 6 ກຸມພາ 1958.


   ພິທີດັ່ງກ່າວ ຖືກຈັດຂຶ້ນທີ່ ໂອລ ແທຣ໊ຟຟອດ ເພື່ອລະນຶກເຖິງເຫດການທີ່ສຸດເສົ້າ ເມື່ອວັນທີ 6 ກຸມພາ 1958 ເວລາ 15:40 ນາທີ ເມື່ອນັກເຕະຂອງທີມ ແລະ ຜູ້ໂດຍສາຍທັງໝົດ 23 ຄົນ ເສຍຊີວິດ ຍ້ອນເດີນທາງຕອນສະພາບອາກາດທີ່ມີຫິມະຕົກໜັກ ຈົນເຮັດໃຫ້ຍົນລົງຈອດອອກນອກທາງລົງຈອດ ກ່ອນຈະກັບມາຮ່ວມລະນຶກເຖິງຜູ້ຈາກໄປ ແລະ ເປັນເລື່ອງລາວທີ່ຈື່ຈົດແບບບໍ່ມີວັນລືມ.










-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.