ແຈ້ງເຕືອນ

ບໍ່ຢາກຈະເຊື່ອ ສອງບໍລິສັດຢາສູບລາຍໃຫຍ່ໃນລາວຍັງບໍ່ປະຕິບັດຂໍ້ກົດໝາຍ




ເປັນການຖະແຫຼງການຢືນຢັນຈາກອົງການອະນາໄມໂລກກ່ຽວກັບບໍລິສັດຜະລິດຢາສູບລາຍໃຫຍ່ຂອງລາວ 2 ແຫ່ງທີ່ຍັງບໍ່ທັນປະຕິບັດຕາມລະບຽບກົດໝາຍ ແລະມີການຍື່ນຂໍເລື່ອນເວລາຕິດຕໍ່ກັນ 3 ຄັ້ງແລ້ວ ນັ້ນກໍ່ຄືບໍລິສັດ ຢາສູບ​ລາວ ຈຳກັດ ແລະ ບໍລິສັດ ຢາສູບຫົງ​ຖາ ໂຊກ​ດີ​ລາວ-ຈີນ ຈຳກັດ.




ຢາສູບນັບເປັນສິນຄ້າທີ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງໜຶ່ງ ແຕ່ຄວາມນິຍົມຂອງສັງຄົມຍັງຄົງມີຫຼາຍ ແລະມີການອະນຸຍາດໃຫ້ຂາຍໄດ້ທົ່ວໄປຕາມທ້ອງຕະຫຼາດຈິ່ງເປັນການຍາກທີ່ຈະຄວບຄຸມໃຫ້ຢູ່ໃນຂອບທຸກຢ່າງ ແນວໃດກໍ່ດີຕອນນີ້ເຖິງ​ເວລາ​ທີ່​ຕ້ອງ​ເອົາໃຈໃສ່ຢ່າງ​ຈິງ​ຈັງ ເພື່ອປັບປຸງການສະໜອງສິນຄ້າ ແລະບໍລິການໃຫ້ເປັນໄປຕາມລະບຽບກົດໝາຍ.

ຕາມຂໍ້ມູນຈາກອົງການອະນາໄມໂລກ ບໍລິສັດ ຢາສູບ​ລາວ ຈຳກັດ ແລະ ບໍລິສັດ ຢາສູບຫົງ​ຖາ ໂຊກ​ດີ​ລາວ-ຈີນ ຈຳກັດ ​ຍັງ​ບໍ່ທັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ຂອງລັດຖະມົນຕີ ກະຊວງ​ສາ​ທາ​ລະນະ​ສຸກ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຢາສູບ ທີ່ລັດຖະບານ ກໍ່​ຄືກະຊວງ​ສາ​ທາລະນະ​ສຸກ ໄດ້​ວາງ​ອອກ ໃນ​ເດືອນພຶດສະພາ 2016.



ຂໍ້​ກຳນົດ​ດັ່ງກ່າວ​ໄດ້​ລະບຸ​ໄວ້ ຢາສູບ​ທັງ​ຜະລິດ​ພາຍ​ໃນ ແລະ ນຳ​ເຂົ້າຈາກ​ຕ່າງປະເທດ ເພື່ອມາ​ຈຳໜ່າຍ​ຢູ່​ລາວ ​ຕ້ອງ​ພິມ​ຄຳເຕືອນ​ສຸຂະພາບ​ເປັນ​ຮູບ​ພາບຂະໜາດ 75% ໃສ່​ຊອງ ແລະ ຕຸດຢາສູບ ເຊິ່ງ​ການຈັດຕັ້ງ​ປະຕິບັດຜ່ານ​ມາ ບໍລິສັດ​ຜູ້ນຳ​ເຂົ້າ​ຢາສູບສ່ວນ​ໃຫຍ່ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ໄປເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ທີ່​ເຫຼືອ​ກໍ່​ມີພຽງ​ແຕ່​ຜູ້​ຜະລິດ​ຢາສູບ​ລາຍ​ໃຫຍ່​ພາຍ​ໃນ​ປະເທດ ຄື: ບໍລິສັດ ຢາສູບ​ລາວ ຈຳກັດ ແລະ ບໍລິສັດ ຢາສູບຫົງ​ຖາ ໂຊກ​ດີ​ລາວ-ຈີນ ຈຳກັດ ບໍ່​ທັນ​ປະຕິບັດ​ຕາມ​ຂໍ້​ກຳນົດ​ດັ່ງກ່າວ.



ທ່ານ​ນາງ ຈູ​ຣຽດ ໄຟລ​ໂຊຄ໌ ຜູ້ຕາງໜ້າ​ອົງການ​ອະນາໄມ​ໂລກ ປະຈຳ​ລາວ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ ໃນ​ວັນ​ທີ 6 ກຸມພາ 2018 ວ່າ: ປີ 2016 ລັດຖະບານລາວ​ໄດ້​ສ້າງ​ຜົນສຳເລັດ​ອັນ​ໃຫຍ່ຫຼວງ ດ້ວຍ​ການ​ອອກ​ຂໍ້​ຕົກລົງຂອງ​ລັດຖະມົນຕີ​ກະຊວງ​ສາ​ທາລະນະ​ສຸກ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ກົດໝາຍວ່າ​ດ້ວຍ​ຢາສູບ ທີ່​ຜະລິດ​ຢູ່​ພາຍ​ໃນ ແລະ ນຳ​ເຂົ້າຈາກ​ຕ່າງປະເທດ ມາ​ຈຳໜ່າຍໃນ​ລາວ ​ຕ້ອງ​ມີ​ຄຳເຕືອນ​ສຸ​ຂະພາບ​ທີ່​ເປັນ​ຮູບ​ພາບ ເຊິ່ງ​ຂໍ້​ຕົກລົງ​ສະບັບ​ດັ່ງກ່າວ ມີ​ຜົນ​ສັກສິດ 120 ວັນ ພາຍຫຼັງ​ທີ່​ຈົດໝາຍເຫດ​ທາງ​ລັດ​ຖະ​ການ ມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 7 ພະຈິກ 2016.



ໃນການປະກາດຂໍ້ຕົກລົງທີ່ວ່ານັ້ນສອງບໍລິສັດລ້ວນຮັບຮູ້ດີຈິ່ງໄດ້​ຍື່ນ​ໜັງສື​ຕໍ່​ລັດ​ຖະບານ​ລາວ ໃຫ້​ເລື່ອນ​ຄຳເຕືອນ​ສຸຂະ​ພາບ​ເປັນ​ຮູບ​ພາບ​ອອກ​ໄປ​ຕື່ມ ຊຶ່ງໄດ້ຂໍເລື່ອນເປັນຈຳນວນ 3 ຄັ້ງແລ້ວ ລວມ​ເປັນ​ເວລາ 19 ເດືອນ ຕັ້ງທີ3 ໝົດກຳນົດໃນວັນ​ທີ 1 ມັງກອນ 2018. ບໍລິສັດຈະປະຕິບັດຕາມນະໂຍບາຍຂອງລັດຫຼືບໍໍ່ຕ້ອງຕິດຕາມຕອນຕໍ່ໄປ.

ຂອບໃຈແຫຼ່ງຂ່າວຈາກໜັງສືພິມວຽງຈັນໃໝ່

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.