ກວດອີກເຫັນອີກ!!!ອົງການຈັດຕັ້ງລັດ 58 ຫົວໜ່ວຍ ເຫັນລາຍຮັບເພີ່ມຫຼາຍກວ່າ 600 ກວ່າຕື້
ຫຼາຍປີມານີ້ເຫັນວ່າລັດຖະບານມີຄວາມເອົາໃຈໃສ່ສົມຄວນກວດສອບການຊົມໃຊ້, ເກັບເກນເງິນເຂົ້າ-ອອກລະບົບ ຕາມລາຍຫຼ້າສຸດອົງການກວດສອບແຫ່ງລັດໄດ້ທຳການກວດກາໃໝ່ອົງການຈັດຕັ້ງລັດທັງຢູ່ສູນກາງ ແລະທ້ອງຖິ່ນລວມ 58 ແຫ່ງເຫັນລາຍຮັບເພີ່ມອີກ 600 ກວ່າຕື້ກີບ.
ອີງຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດ ປະຈຳສົກປີ 2017ທີ່ໄຂຂຶ້ນວັນທີ 5 ກຸມພາ 2018 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ຊຶ່ງມີທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ເປັນປະທານກອງປະຊຸມ, ມີຮອງລັດຖະມົນຕີ ອົງການກວດກາລັດຖະບານ ກຳມາທິການແຜນການ-ການເງິນ ແລະ ກວດສອບຂອງສະພາແຫ່ງຊາດ ຮອງເຈົ້າແຂວງ ຮອງເຈົ້າຄອງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທ່ານປະທານອົງການກວດສອບໄດ້ແຈ້ງໃຫ້ຮູ້ເຖິງຜົນການກວດສອບຂາດຕົວໃນສົກ 2015-2016 ເຮັດໃຫ້ເຫັນລາຍຮັບເພີ່ມຈຳນວນຫຼາຍ.
ທ່ານ ນາງວຽງທອງສີພັນດອນກ່າວວ່າ: ສຳລັບຜົນການກວດສອບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2015-2016 ນັ້ນໄດ້ດຳເນີນການກວດສອບບັນດາອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 58 ຫົວໜ່ວຍ ໃນນັ້ນໄດ້ກວດສອບເຫັນລາຍຮັບເພີ່ມລາຍຮັບສ່ວຍສາອາກອນລາຍຮັບຊັບສິນຂອງລັດ ເງິນກອງທຶນລັດ ແລະ ອື່ນໆ ຈຳນວນ 689,61 ຕື້ກີບ ກວດສອບເຫັນໜີ້ຕ້ອງຮັບສະສົມ ຮອດວັນທີ 30 ກັນຍາ 2016 ຈຳນວນ 985,28 ຕື້ກີບ ທັງກວດສອບເຫັນການເອົາເງິນປັນຜົນ ເງິນອາກອນມູນຄ່າເພີ່ມອາກອນລາຍໄດ້ ແລະ ອາກອນກຳໄລ ຈຳນວນ 3,45 ຕື້ກີບ ໄປຈົດຮັບ-ຈົດຈ່າຍ ແລະ ກວດສອບເຫັນກົມສ່ວຍອາກອນ ບໍ່ໄດ້ປັບໃໝບັນດາວິສາຫະກິດທີ່ແຈ້ງເສຍອາກອນບໍ່ຄົບຖ້ວນ ຈຳນວນ 16,23 ຕື້ກີບ ແລະ ປັບໃໝບໍ່ຖືກຕາມອັດຕາທີ່ກົດໝາຍ ຈຳນວນ 3,93 ຕື້ກີບ.
ນອກນີ້ຍັງກວດເຫັນໜີ້ຕ້ອງຮັບຈາກເງິນຂາຍໄມ້ ຄ່າປັບໃໝຄ່າເຊົ່າ-ສຳປະທານທີ່ດິນ ແລະ ຄ່າຊັບພະຍາກອນທຳມະຊາດ ຈຳນວນ 427,76 ຕື້ກີບ ກວດເຫັນການຂຸດຄົ້ນໄມ້ເກີນໂກຕາລັດຖະບານອະນຸມັດຂອງ 2 ແຂວງ ຈຳນວນ 28 ພັນກວ່າແມັດກ້ອນ ຂຸດຄົ້ນໄມ້ບໍ່ໄດ້ຮັບອະນຸຍາດລັດຖະບານ 4 ແຂວງ ຈຳນວນ 11 ພັນກວ່າແມັດກ້ອນ ແລະ ອື່ນໆ ພ້ອມນັ້ນໄດ້ກວດເຫັນຄັງເງິນແຫ່ງຊາດປະຈຳສູນກາງ ບໍ່ໄດ້ສະສາງຍອດເງິນໃນບັນຊີລາຍຮັບ ລໍຖ້າແບ່ງປັນ ຈຳນວນ 114,14 ຕື້ກີບ ກວດສອບເຫັນຍອດເຫຼືອເງິນໃນບັນຊີເງິນຝາກບໍລິຫານກອງການວິຊາການທີ່ບໍ່ໄດ້ສະສາງ ຈຳນວນ 1.041 ຕື້ກວ່າກີບ ກວດສອບເຫັນເງິນຝາກນອກລະບົບຄັງເງິນ ຈຳນວນ 29 ບັນຊີ ສ່ວນຂະແໜງພາສີກວດສອບເຫັນມີການຍົກເວັ້ນຫຼຸດຜ່ອນພາສີ-ອາກອນ ປະເພດພາຫະນະນ້ຳມັນເຊື້ອໄຟ ຄ່າຊັກພິເສດໄມ້ຂາອອກ ແລະ ສິນຄ້າທົ່ວໄປ ຈຳນວນ 3.570 ຕື້ກວ່າກີບ ແລະ ອື່ນໆ.
ກອງປະຊຸມເປີດກວ້າງວຽກງານກວດສອບໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຕໍ່ກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດສອບ ປະຈຳສົກປີ 2015-2016 ແລະ ແຈ້ງການຂອງລັດຖະບານ ໃນການຜັນຂະຫຍາຍຜົນການກວດສອບແຫ່ງລັດ ທັງໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳປີ 2017 ແລະ ທິດທາງແຜນການ 2018 ບົດລາຍງານກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2015-2016 ແລະ ມາດຕະການແນະນຳປັບປຸງແກ້ໄຂ ບົດລາຍງານການຈັດຕັ້ງປະຕິບັດການແກ້ໄຂຜົນການກວດສອບ ສົກປີ 2014-2015 ແລະ ການຜັນຂະຫຍາຍມາດຕະການແນະນຳປັບປຸງແກ້ໄຂຜົນການກວດສອບ ສົກປີ 2015-2016 ຄຽງຄູ່ກັນນັ້ນ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນການດຳເນີນການກວດສອບ ການປະກອບຄຳເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.
ທັງໝົດນັ້ນ ກໍ່ເພື່ອເຮັດໃຫ້ມີຄວາມເປັນເອກະພາບໃນການແກ້ໄຂຂໍ້ຄົງຄ້າງ ຈາກການລະເມີດວິໄນແຜນການ-ການເງິນ ຈາກຜົນການກວດສອບ ແນໃສ່ໃຫ້ບັນດາຫົວໜ່ວຍງົບປະມານທີ່ນຳໃຊ້ທຶນຮອນຂອງລັດ ໄດ້ຮັບການປັບປຸງແກ້ໄຂເປັນຮູບປະທຳ ແລະ ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປົກປ້ອງພັກປົກປ້ອງແນວທາງ ແລະ ພະນັກງານ-ລັດຖະກອນ ສະກັດກັ້ນປາກົດການຫຍໍ້ທໍ້ໃນການບໍລິຫານໃນລະບົບງົບປະມານແຫ່ງລັດ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມເຂັ້ມແຂງ ໂປ່ງໃສ ມີປະສິດທິພາບປະສິດທິຜົນ ແລະ ປະຢັດ.
ຂອບໃຈແຫຼ່ງຂາວຈາກໜັງສືພິມວຽງຈັນໃໝ່
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment