ຂສັດປ່າຫາຍາກ

ໃຫ້ເບິ່ງເປັນຂັວນຕາ ໂອ່ງມັ່ງສັດປ່າຫາຍາກຢູ່ປະເທດເຮົາ



ໂອ່ງ-ມັ່ງເປັນສັດປ່າໃກ້ສູນພັນຢູ່ປະເທດເຮົາ, ລັດຈິ່ງມີໂຄງການອະນຸລັກ ໃຫ້ສັດເຫຼົ່ານີ້ໃຫ້ມີການຂະຫຍາຍພັນໄດ້ຫຼາຍຂຶ້ນ ເພີ່ມຄວາມອຸດົມສົມບູນແກ່ປ່າໄມ້ໃນລາວຮອບໃໝ່ ຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງໃນແຂວງສະຫວັນນະເຂດໃຫ້ຮູ້ວ່າ: ມາຮອດປະຈຸບັນສັດປ່າຫາຍາກສາຍພັນດັ່ງກ່າວນັບວ່າໄດ້ຮັບການອະນຸລັກ ແລະສາມາດຂະຫຍາຍພັນໄດ້ຕາມປົກກະຕິແລ້ວ.



ຊຶ່ງໃນໃນວັນທີ 3-4 ກຸມພາ 2018 ຜ່ານມາ ທາງສະມາຄົມອະນຸລັກສັດປ່າລາວ, ຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງຈາກແຂວງສະຫວັນນະເຂດ ແລະເມືອງຊົນບູລີ ໄດ້ລົງສຳຫລວດພື້ນທີ່ໂຄງການອະນຸລັກລະບົບນິເວດປ່າໂຄກ, ໄດ້ພົບເຫັນ ໂອ່ງ-ມັ່ງ ຈຳນວນ 6 ກຸ່ມ, ສາມາດນັບໄດ້ທັງຫມົດ 26 ໂຕ ທັງໂຕນ້ອຍ ແລະ ໂຕໃຫຍ່ຢູ່ຮ່ວມກັນເປັນຝູງ ເຂດບ້ານສະຫນາມໄຊ ແລະ ຫນອງສອງຫ້ອງ ເມືອງຊົນນະບູລີ ແຂວງ​ສະ​ຫວັນ​ນະ​ເຂດ.




ຂໍ້ມູນຍັງໃຫ້ຮູ້ອີກວ່າ: ໃນໄລຍະນີ້ໂອກາດທີ່ຈະພົບເຫັນ ໂອງ-ມັ່ງຫລາຍຂື້ນກວ່າຜ່ານມາ ສັງລວມຈຳນວນປະຊາກອນຂອງສັດຫາຍາກກຸ່ມນີ້ຈະມີປະມານ 90-100 ໂຕແລ້ວຖືເປັນຂ່າວທີ່ໜ້າຍິນດີ ຂະນະທີ່ການກໍ່ສ້າງ ສູນປ່າໂຄກ ແລະ ເຮືອນພັກພະນັກງານ ສຳລັບດູແລຮັກສາມາຮອດປະຈຸບັນແມ່ນສຳເລັດແລ້ວປະມານ 40%, ສ່ວນຝາຍ "ໂອງ-ມັ່ງ" ທີ່ສ້າງແລ້ວ, ສາມາດເກັບກັກນໍ້າໄດ້ໄວ້ໃນລະດູຝົນ ຈົນຮອດລະດູແລ້ງຫລາຍພັນແມັດກ້ອນ.







ຂອບໃຈຂໍ້ມູນ ແລະພາບງາມໆຈາກ ຄຳມອນ ທິລະວົງ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.