LU03

ໜຸ່ມໜ້າຕາດີ ຈາກນັກເທຄວັນໂດທີມຊາດ ກ້າວສູ່ນາຍແບບດ້ວຍຄວ້າລາງວັນປີ 2018


   ຖືວ່າຫຼໍ່ເຫຼົາເອົາການສໍາລັບ ດວງສີວິໄລ ພິມມະສອນ ຫຼື ເປ່ເລ້ ອະດີດທີມຊາດເທຄວັນໂດ ທີ່ຜັນຕົວມາເປັນຄູຝຶກ ແລະ ເຈົ້າຂອງສະໂມສອນ PMS Taekwondo Club ຄວ້າລາງວັນ Mr&Ms 100 Super Models 2018 ເຊິ່ງເປັນຜູ້ຊະນະເລີດຈາກຜູ້ເຂົ້າປະກວດກວ່າ 200 ຄົນ.
    ດ້ວຍໜ້າຕາດີ ແລະ ຮູບຮ່າງສົມບູນແບບ ເຮັດໃຫ້ເຈົ້າຂອງງານ ອີເວັນ ຫຼາຍແຫ່ງຈ້ອງຕົວ ໄປຮັບງານເປັນໂຕປະກອບ Event ງານເດີນແບບຕ່າງໆ ພ້ອມເຄີຍປະກວດມາ 2 ເວທີ, ແຕ່ບໍ່ເຄີຍໄດ້ຮັບລາງວັນຫຍັງ.




   ແຕ່ຫຼັງຈາກຍ້າຍຄ້າຍມາຢູ່ກັບ SSSAGENCY ບໍ່ເຄີຍເປັນທີ່ 1 ກໍ່ໄດ້ເປັນທີ່ 1 ແລະ ບໍ່ເຄີຍສະແດງຫນັງປັດຈຸບັນກໍ່ໄດ້ຮັບບົດບາດການສະແດງເປັນຕົວຫລັກກັບຮູບເງົາເລື່ອງ ວຸ່ນວາຍ…ຮັກຫລາຍເດີ້.


ຮູບຈາກ: Douangsivilay Phimmasone



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.