ງານວາງສະແດງສິນຄ້າ

ເຊີນທ່ຽວງານວາງສະແດງສິນຄ້າຕ້ອນຮັບປີທ່ອງທ່ຽວລາວ 2018 ທີ່ສູນການຄ້າ ລາວ-ໄອເຕັກ


ງານວາງສະແດງສິນຄ້າຕ້ອນຮັບປີທ່ອງທ່ຽວລາວ 2018 ເປີດຂຶ້ນແລ້ວລະຫວ່າງວັນທີ 2-11 ກຸມພາ 2018 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ  ໂດຍມີພິທີເປີດງານຢ່າງເປັນທາງການ ເມື່ອວັນທີ 6 ກຸມພາ 2018.


 ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດງານໃນຄັ້ງນີ້ແມ່ນ ເພື່ອເປັນການສ້າງກິດຈະໜຶ່ງ ທີ່ສົ່ງເສີມການຈຳໜ່າຍຜະລິດຕະພັນສິນຄ້າພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານສົ່ງເສີມປີທ່ອງທ່ຽວລາວ 2018, ສ້າງໂອກາດໃຫ້ຜູ້ປະກອບການທຸລະກິດ, ຮ້ານອາຫານ, ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ສາຍການບິນໄດ້ມີໂອກາດເຊື່ອມໂຍງກັບຜະລິດຕະພັນຂອງຄົນລາວທີ່ກ່ຽວພັນກັບວຽກງານທ່ອງທ່ຽວໃນປີ 2018, ທັງເປັນການເສີມສ້າງຜະລິດຕະພັນຂອງຄົນລາວໃຫ້ກາຍເປັນສິນຄ້າຄຸນນະພາບສຳລັບຮັບໃຊ້ໃຫ້ນັກທ່ອງທ່ຽວ.



 ພາຍໃນງານຄັ້ງນີ້ມີການວາງສະແດງຈາກພາກສ່ວນຕ່າງໆເຂົ້າຮ່ວມ 100 ກວ່າຮ້ານ ເຊິ່ງປະກອບມີຮ້ານວາງສະແດງ ແລະ ຂາຍສິນຄ້າ ປະເພດອາຫານ, ເຄື່ອງດື່ມ, ຢາສະໝຸນໄພ, ເຄື່ອງຫັດຖຖະກຳ, ໂຮງແຮມ, ຮ້ານນວດສະປາ, ສາຍການບິນ, ບໍລິສັດທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວ.




ແຫລ່ງທີ່ມາຈາກຂປລ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.