LU03

ສາວໂບ ຮ່ວມສ້າງສີສັນໃນລາວລີກ ພ້ອມເຊີນຮ່ວມຄັດເລຶອກນັກເຕະ ນະຄອນຫຼວງ 3 ມີນານີ້ລຸ້ນ ໄປກິລາແຫ່ງຊາດ


   ຖືວ່າໜ້າຕິດຕາມ ສໍາລັບ ມາດາມໂບ ຫຼື ສາວ ພິຈິກາ ບຸນກວ້າງ ປະທານສະໂມສອນນະຄອນຫຼວງ ຢູໄນເຕັດ ຮ່ວມສ້າງສີສັນໃນ ເປບຊີ ລາວພຣີເມຍລີກ 2018, ໂດຍສາວ ໂບ ປະກົດກາຍຕໍ່ໜ້າແຟນບານ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເມື່ອວັນທີ 24 ກຸມພາ ນັດທີ ລາວໂຕໂຢຕ້າ ຊະນະ ກອງທັບ 5-2 ແລະ ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ ເມື່ອວັນທີ 25 ກຸມພາ ນັດທີ່ ດີເຄ ເອັຟຊີ ຢັນສະເໝີ ຫຼວງພະບາງ 1-1.

   ເຊິ່ງແຟນບານ ແລະ ສື່ມວນຊົນໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ກ່ຽວກັບສາວຄົນນີ້, ພາຍຫຼັງ ຈົບການແຂ່ງຂັນນັດທີ່ ດີເຄ ສະເໝີກັບ ຫຼວງພະບາງ 1-1 ໂດຍ ສາວໂບ ເປີດເຜີຍວ່າ: ກອງເຊຍ ມື້ນີ້ຖືວ່າມາຫຼາຍພໍສົມຄວນ ເຮັດໃຫ້ສີສັນໃນສະໜາມເບີກບານມ່ວນຊື່ນ. ຢ່າງໃດກໍ່ຕາມ, ຮຽກຮ້ອງໃຫ້ຊາວລາວທຸກຄົນຮ່ວມມາເຊຍກັນຫຼາຍໆ ເພື່ອເຮັດໃຫ້ສີສັນບານເຕະ ລາວພຣີເມຍລີກ ເບີກບານຫຼາຍໆຂຶ້ນເລຶ້ື້ອຍໆ.


   ນອກຈາກນັ້ນ, ສາວໂບ ເຊີນຊວນນັກເຕະລຸ້ນອາຍຸບໍ່ເກີນ 18 ປີ ມາຮ່ວມຄັດເລຶອກ ເປັນຕົວແທນຂອງ ທີມນະຄອນຫຼວງ ກຽມໄປຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃຫ້ມາຮ່ວມຄັດເລຶອກນໍາກັນຫຼາຍໆ ພ້ອມນັ້ນພວກເຮົາຈະມີກິດຈະກໍາຢ່າງຫຼວງຫຼາຍ ພ້ອມມີການແຈກລາງວັນອີກດ້ວຍ. 

   ສໍາລັບ ພິຈິກາ ບຸນກວ້າງ ມີສ່ວນສຳຄັນນຳພາ ສະໂມສອນຈາກລາວລົງແຂ່ງຂັນ ແລະ ອຸ່ນເຄື່ອງຢູ່ຕ່າງປະເທດຫຼາຍລາຍການເຊັ່ນ: ນຳພາ ສະໂມສອນ ດີເຄ ເອັຟຊີ ເຂົ້າຮ່ວມແຂ່ງຂັນທີ່ ສປ ຈີນ, ພາ U-14 ອຸ່ນເຄື່ອງພົບກັບ ເມືອງທອງຢູໄນເຕັດ, ນະຄອນລາດສະສີມາ F.C ແລະ ຍັງມີສ່ວນສຳຄັນໃນການຈັດງານ ອອລສະຕາ ເພື່ອບໍລິຈາກຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມເມື່ອທ້າຍປີ 2017.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.