LU03

ເຕືອນໃຈ! ເດັກນ້ອຍ ອາຍຸຕໍ່ກວ່າ 10 ປີຫ້າມໃຊ້ຫົວໂໝ່ງບານ ເພາະຈະມີຜົນຕໍ່ສະໝອງແບບຄາດບໍ່ເຖິງ


   ຖືວ່າເປັນອີກຂໍ້ມູນດີໆທີ່ແອັດມິນນົກ ນໍາເອົາມາບອກເລົ່າ ແລະ ເຕືອນໃຈ ພໍ່ແມ່ຜູ້ປົກຄອງເດັກນ້ອຍ ໂດຍສະເພາະເດັກນ້ອຍຕໍ່ກວ່າອາຍຸ 10 ປີ ຫ້າມໃຊ້ຫົວໂໝ່ງບານເປັນເດັດຂາດ ເພື່ອປ້ອງກັນສະໝອງໄດ້ຮັບການກະທົບກະເທື່ອນໜັກກວ່າໄວອື່ນໆ ພາຍຫຼັງທີ່ ສະຫະພັນບານເຕະຂອງ ສະຫະລັດອາເມຣີກາ ໄດ້ອອກມາຫ້າມເດັກນ້ອຍອາຍຸຕໍ່ກວ່າ 10 ປີກະທໍາດັ່ງກ່າວ.

   ໂດຍຄໍາແນະນໍານີ້ຂອງ ສະຫະພັນບານເຕະສະຫະລັດອາເມຣິກາ ມາຈາກການລວມຕົວຂອງບັນດາຜູ້ປົກຄອງນັກເຕະເຍົາວຊົນ ທີ່ຟ້ອງຮ້ອງຕໍ່ ວົງການບານເຕະ ສະຫະລັດອາເມຣິກາ ລວມໄປເຖິງຟີຟາ ແລະ ສະມາຄົມບານເຕະເຍົາວະຊົນ ໃນລັດແຄລິຟໍເນຍ ເມື່ອປີທີ່ຜ່ານມາ ໃນຂໍ້ຫາລະເລີຍ ແລະ ບໍ່ຫາມາດຕະການປ້ອງກັນອັນຕະລາຍທີ່ອາດເກີດກັບນັກເຕະເຍົາວະຊົນ ຈາກການໂໝ່ງໝາກບານເປັນປະຈໍາ.

   ຂໍ້ຮຽກຮ້ອງນີ້ມີຂຶ້ນຫຼັງຈາກມີຜົນການສຶກສາເຜີຍແພ່ໃນວາລະສານຮັງສີວິທະຍາ ເມື່ອປີ 2013 ພົບຄວາມເຊື່ອມຕໍ່ກັນລະຫວ່າງອາການສະໝອງ ຖືກທໍາລາຍກັບການໃຊ້ ຫົວຫຼິ້ນໝາກບານ ໂດຍຊີ້ວ່າ: ເດັກທີ່ໂໝ່ງໝາກບານເປັນປະຈໍາ ມີຄວາມສ່ຽງໄດ້ຮັບຜົນກະທົບຈາກພາວະຄວາມຈໍາເສື່ອມ ແລະ ສະໝອງໄດ້ຮັບການກະທົບກະເທື່ອນ ຫຼາຍກວ່າເຍົາວະຊົນທີ່ໃຊ້ຕີນຫຼິ້ນໝາກບານເປັນຫຼັກ.

   ລາຍການລະບຸອີກວ່າ: ໃນການແຂ່ງຂັນປົກກະຕິ ນັກເຕະມີໂອກາດໂໝ່ງໝາກບານສະເລ່ຍນັດລະ 6-12 ຄັ້ງ ໂດຍບາງຄັ້ງໝາກບານພຸ່ງມາກະທົບຫົວດ້ວຍຄວາມໄວກວ່າ 80 ກິໂລແມັດຕໍ່ຊົ່ວໂມງ, ສ່ວນລະຫວ່າງການຝຶກຊ້ອມ ນັກເຕະແຕ່ລະຄົນອາດຕ້ອງຝຶກໃຊ້ຫົວໂໝ່ງໝາກບານເຖິງ 30 ຄັ້ງ ຫຼື ຫຼາຍກວ່ານັ້ນ, ເຊິ່ງນັກວິໄຈຊີ້ວ່າ ເຮັດໃຫ້ເກີດຄວາມສ່ຽງສູງໃນການກະທົບກະເທື່ອນຕໍ່ສະໝອງ.

   ນອກຈາກນີ້, ສະຫະພັນບານເຕະຂອງ ສະຫະລັດອາເມຣີກາ ໄດ້ຖະແຫຼງການວ່າ: ຖ້າຫາກນັກເຕະດາວເດັ່ນຄົນໃດມີອາການວິນວຽນຈາກການຖືກໝາກບານກະທົບຫົວ, ຜູ້ຝຶກສອນຕ້ອງຈັດການປ່ຽນຕົວອອກທັນທີ ຍົກເວັ້ນເດັກນ້ອຍອາຍຸ 13 ປີຂຶ້ນໄປ ສາມາດລົງຫຼິ້ນຕໍ່ໄດ້ ເນື່ອງຈາກກ້າມເໜືອຫົວມີຄວາມໜາຫວ່າເດັກນ້ອຍທີ່ອາຍຸຕໍ່າກວ່າ, ແຕ່ຖ້າຫາກມີອາການກໍ່ຄວນຖືກປ່ຽນໃຫ້ຢຸດພັກເຊັ່ນກັນ.

ທີ່ມາ: https://www.voicetv.co.th/read/284106




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.