​ ນາງແບບ

ນຸ້ຍ ສຸພາພອນ ສົມວິຈິດ ມີສຢູນີເວີຣສ ລາວ ງາມເດັ່ນເປັ່ງປະກາຍ ກັບ Finale ຊຸດຄຳ ໃນງານສະຫຼອງຄົບຮອບ 29ປີ ຮ້ານຄຳສຳລານ



 ຮ້ານຄໍາ ສຳລານ ໂພທິສານ ໄດ້ຈັດງານສະເຫຼີມສະຫຼອງຕ້ອນຮັບຄົບຮອບການສ້າງຕັ້ງຮ້ານຄໍາ ສຳລານ ໂພທິສານ ຄົບຮອບ 29 ປີ  ຂຶ້ນທີ່ ເຮືອນຂອງທ່ານ ນາງ ສຳລານ ໂພທິສານ ບ້ານດອນນົກຂຸ້ມ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໃນອາທິດຜ່ານມາ.


 ພາຍໃນງານມີບັນດາແຂກ, ນັກຮ້ອງ, ຊາຍແບບ, ນາງແບບ ແລະ ບັນດາລູກຄ້າຮ້ານຄຳສຳລານເຂົ້າຢ່າງຄຶກຄື້ນມ່ວນຊື່ນ. ທີ່ໂດເດັ່ນເປັນພິເສດ ກໍແມ່ນ ງານເດີນແບບ ໂດຍມີ ສາວນຸ້ຍ ສຸພາພອນ ສົມວິຈິດ miss universe laos ມີສຢູນີເວີຣສ ລາວ ມາໃນຊຸດFinale ຊຸດຄຳສອງຊຸດ ເຊິ່ງເຮັດໃຫ້ບັນດາແຂກແລະຜູ້ເຂົ້າງານສະດຸດຕາກັບຄງາມງາມຂອງມີສຢູນີເວີຣສ ລາວ ແລະຊຸດຄຳທີ່ປະດັບກາຍ ຈາກຮ້ານຄຳສຳລານ.







ເຊິ່ງສາວນຸ້ຍ ສຸພາພອນ ສົມວິຈິດ ໂພດໃນເຟສບຸກວ່າ:   ໃນມື້ທີ່ເດີນ Finale ຊຸດຄຳສອງຊຸດ ໄດ້ມີແຂກໃນງານສັ່ງຈອງ ມຸງກຸດຄຳ ໜ້າກາດຄຳ ສາຍຄໍໜັກ 14ບາດ ຕຸ້ມຫູໜັກ1,  ສາຍແຂນໜັກສາມບາດ ໂມງໜັກ3ບາດ. ຍອດສັ່ງຈອງແລະຍອດຂາຍເພິ່ມຂຶ້ນຈາກການຂາຍຫລາຍສຸດແມ່ນ ສາຍຄໍ ສາຍແຂນ ຕຸ້ມຫູ ແລະແຫວນ .




ຮ້ານຄໍາ ສຳລານ ໂພທິສານ ສ້າງຕັ້ງຂຶ້ນໃນວັນທີ 10 ສິງຫາ 1988  ນັບແຕ່ເລີ່ມຕົ້ນຈົນມາເຖິງ ປັດຈຸບັນກໍ່ໝູນວຽນມາບັນຈົບຄົບຮອບ 29 ປີ.

















ຊຸດຈາກຮ້ານ : Menfolder x Yuna
ເຄື່ອງປະດັບ : ຮ້ານຄຳສຳລານ
ແຕ່ງໜ້າ : Alex Aliya Soundala
ຮູບ : nui souphaphone

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.