LU03

ທ່ານຮູ້ບໍ? ຂອບໃບປະກາສະນີຍະບັດຄູ ໃນລາວມີຈັກສີ ແຕ່ລະສີບອກລະດັບການສຶກສາແນວໃດ?


   ເປັນປະຈໍາກັບຄໍລໍ້າ ສຶກສາພາຄິດ ຍັງເອົາໃຈ ແມ່ຄົນທີ 2 ຂອງລູກກໍ່ຄື ຄູ ນັ້ນເອົາ, ຜູ້ທີ່ສິດສອນຊຸກຍູ້ໃຫ້ ລູູກສິດເປັນຄົນຮູ້ຜູ້ດີ ແລະ ເປັນອະນາຄົດຂອງຊາດເຊັ່ນດຽວກັບແມ່ແທ້ໆ, ເຊິ່ງແນ່ນອນຄູມີສິດໄດ້ຮັບນະໂຍບາຍຕ່າງໆ ຕາມກົດໝາຍ ແລະ ລະບຽບການຂອງລັດຄືກັບ ລັດຖະກອນບໍລິການທົ່ວໄປ ແລະ ນະໂຍບາຍອື່ນໆ. ຢ່າງໃດກໍ່ຕາມຢ່າພ້າວເບື່ອ ແອັດມິນນົກ ກະແລ້ວກັນ ຈະພາມາຮູ້ຈັກ ຂອບໃບປະກາສະນີຍະບັດຄູ ໃນລາວມີຈັກສີ ແຕ່ລະສີບອກລະດັບການສຶກສາແນວໃດ?

   ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍການຮັບຮອງ ແລະ ການອອກໃບປະກາສະນີຍະບັດຄູ ລົງວັນທີ 5 ມິຖຸນາ 2009 ໝວດທີ 2 ວ່າດ້ວຍ ການຮັບຮອງ ແລະ ອອກໃບປະກາດສະນີຍະບັດຄູ ມີດັ່ງນີ້:
#ມາດຕາ 3: ການອອກປະກາສະນີຍະບັດຄູໃຫ້ແກ່ນັກຮຽນທີ່ຮຽບຈົບຈາກສະຖາບັນການສ້າງຄູ ຕ້ອງຄົບຕາມເງື່ອນໄຂດັ່ງນີ້:

 +ຕ້ອງຮຽນຈົບຫຼັກສູດກໍ່ສ້າງຄູຂອງ ກະຊວງສຶກສາທິການ ແລະ ກິລາວາງອອກ.
 +ຜ່ານການສອບເສັງ, ຜ່ານການເຝິກປະສົບການວິຊາຊີບ, ຜ່ານການເຝິກກັດສອນ, ຜ່ານວຽກມອບໝາຍ ແລະ ມີແຟມສະສົມຜົນງານຕາມເກນທີ່ກໍານົດ.
 +ສະຖາບັນສ້າງຄູຕ້ອງໄດ້ປະກອບຂໍ້ມູນຕາມຮ່າງທີ່ໄດ້ກໍານົດ ແລ້ວສົ່ງຂໍ້ມູນນັກຮຽນຄູ ພ້ອມທັງຄະແນນ ໃຫ້ກົມສ້າງຄູພາຍຫຼັງທີ່ສອບເສັງແລ້ວໜຶ່ງເດືອນ.
 +ມີຂໍ້ຕົກລົງຂອງລັດຖະມົນຕີວ່າ ການກະຊວງສຶກສາທິການຮັບຮອງ.

#ມາດຕາ 6: ຮູບແບບ ແລະ ເນື້ອໃນຂອງປະກາສະນີຍະບັດ ກໍານົດລະອຽດໄວ້ດັ່ງນີ້:
 +ປະກາສະນີຍິບັດໃຫ້ຂຽນຂໍ້ມູນສ່ວນບຸກຄົນ ແລະ ຂໍ້ມູນການສຶກສາເປັນພາສາລາວ ແລະ ພາສາອັງກິດ ສໍາລັບນັກຮຽນຄູທີ່ຮຽນຈົບສາຍຕ່າງໆ ແລະ ສາຍພາສາອັງກິດ, ສ່ວນນັກຮຽນທີ່ຮຽນຈົບສາຍພາສາຝຣັ່ງ ໃຫ້ຂຽນຂໍ້ມູນສ່ວນບຸກຄົນ ແລະ ຂໍ້ມູນການສືກສາເປັນພາສາລາວ ແລະ ພາສາຝຣັ່ງ ດ້ວຍເຈ້ຍຂາວຫຍາບຂະໜາດເຈ້ຍ A4 (210x297) ແລະ ພິມຕົວອັກສອນສີດໍາມາດຕະຖານ.
 +ໃບປະກາດສະນີຍາບັດປະກອບດ້ວຍ ເຄື່ອງໝາຍກາຊາດ, ເຄືອງໝາຍກາກະຊວງສຶກສາທິການ, ເຄື່ອງໝາຍຂອງສະຖາບັນ, ຂອບລາຍລາວ ແລະ ຊື່ສະຖາບັນສ້າງຄູຂອງຕົວເອງ.

 +ສີຂອງປະກາສະນີຍະບັດ:
  -ຂອບໃບປະກາດສະນີຍະບັດຄູລຽງເດັກ-ອະນຸບານສຶກສາເປັນສີບົວແກ່.
  -ຂອບໃບປະກາດສະນີຍະບັດຄູປະຖົມສຶກສາເປັນສີຂຽວແກ່.
  -ຂອບໃບປະກາດສະນີຍະບັດຄູມັດທະຍົມສຶກາຕອນຕົ້ນເປັນສີຟ້າແກ່.
  -ຂອບໃບປະກາດສະນີຍະບັດຄູມັດທະສົມສຶກສາຕອນປາຍເປັນສີຟ້າ.
+ປະກາດສະນີຍະບັດ ແລະ ໃບຄະແນນຕ້ອງຈໍ້າກາແຫ້ງໃສ່ຮູບ. +ລາຍລະອຽດໃຫ້ປະຕິບັດຕາມຄໍາສັ່ງຄະແນນຂອງກົມສ້າງຄູ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.