ຂພສ ສາມຫຼ່ຽວຄຳ

ຫົວໜ້າອົງການໄອຍະການປະຊາຊົນ ລົງຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳ




ໃນວັນທີ 26 ກຸມພາ 2018 ນີ້ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອບເບິ່ງຄວາມທຸກສຸກຂອງເຂດ ສຳຄັນກໍ່ແມ່ນເບິ່ງຄວາມເປັນລະບຽບຮຽບຮ້ອຍ ແລະຊຸກຍູ້ໃຫ້ກຳລັງໃຈນັກທຸລະກິດທີ່ມາລົງທຶນຢູ່ ສປປ ລາວເຮົາ.



ໃນໂອກາດດັ່ງກ່າວທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ຮັບຟັງການລາຍງານຂອງຮອງປະທ່ານສະພາບໍລິຫານເຂດກ່ຽວກັບການພັດທະນາ 10 ປີທີ່ຜ່ານມາ, ຊຶ່ງທ່ານ ຄໍາສານ ສຸວົງໄດ້ກ່າວສະແດງຄວາມຊົມເຊີຍການພັດທະນາ ແລະ ການປ່ຽນແປງຂອງເຂດ, ຍັງຊ່ວຍເຫຼືອກໍ່ສ້າງເສັ້ນທາງປູຢາງ ແລະ ຕິດຕັ້ງດອກໄຟເຍືອງທາງໃຫ້ເມືອງຕົ້ນເຜິ້ງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານອ້ອມຂ້າງນັບມື້ນັບດີຂື້ນກວ່າເກົ່າ.



ທ່ານຫົວໜ້າອົງການໄອຍະການຍັງກ່າວອີກວ່າ:ພູມສັນຖານຂອງເຂດຢູ່ສາມຫ່ຼຽມຄໍາ, ພວກສັດຕູແລະກຸ່ມຄົນບໍ່ຫວັງດີມັກມາສ້າງຄວາມວຸ້ນວາຍແກ່ເຂດ, ແຕ່ຢູ່ໃນດີນແດນຂອງປະເທດລາວ, ການພັດທະນາຂອງເຂດແມ່ນອີງໃສ່ກົດໝາຍ ສປປ ລາວ ແລະ ຖືກຕ້ອງຕາມກົດໝາຍ ສປປ ລາວ, ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ການຄຸ້ມຄອງແລະ ການກວດກາຂອງລັດຖະບານ.


ທ່ານຮອງປະທານບໍລິຫານເຂດເສດຖະກິດສາມຫຼ່ຽມຄໍາ ກ່າວວ່າ: ເສດນີ້ຈະໄດ້ສືບຕໍ່ການພັດທະນາຢ່າງບໍ່ຢຸດຢ້າງ ແລະ ໝັ້ນຄົງ ເປັນຕົ້ນການກໍ່ສ້າງພື້ນຖານໂຄງລ່າງ ແລະຊຸກຍູ້ການດຳເນີນທຸລະກິດໃຫ້ໄດ້ຮັບໝາກຜົນນັບມື້ສູງຂຶ້ນ.


ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ,ທ່ານ ຄໍາສານ ສຸວົງໄດ້ເດີນທາງໄປເບິ່ງທ່າເຮືອຂົນສົ່ງສາກົນ, ດອນຊາວ ແລະ ໂຮງງານບໍາບັດນໍ້າເສຍຂອງເຂດອີກດ້ວຍ.








ຂອບໃຈແຫຼ່ງຂ່າວຈາກເຂດເສດຖະກິດພິເສດ 3 ຫຼ່ຽມຄຳ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.