ແຂວງຫົວພັນ

ເບິ່ງວີດີໂອ ກ້ອນກຳລັງ ປກຊ , ປກສ ຊ້ອມສວນສະໝາມກຽມໃສ່ວັນປົດປ່ອຍຜາຖີ່ ຄົບຮອບ50 ປີ


ປັດຈຸບັນແຂວງຫົວພັນ ກຳລັງເລັ່ງກະກຽມໃຫ້ແກ່ການສະເຫລີມສະຫຼອງວັນປົດປ່ອຍຜາຖີ່ ຄົບຮອບ50 ປີ ວັນທີ 10 – 11 ມີນາ 1968 ເຖິງ ວັນທີ 10 – 11 ມີນາ 2018.ໃນນັ້ນອັນເດັ່ນແມ່ນບັນດາກ້ອນກຳລັງ ປກຊ , ປກສ ໄດ້ຝຶກຊ້ອມສວນສະໝາມ.





 ວັນທີ 19 ກຸມພາ 2018 ນີ້ ທ່ານ ພົນຈັດຕະວາ ວຽງໄຊ ສົມ ວິຈິດ ຫົວໜ້າກົມວິທະຍາສາດ- ປະຫວັດສາດການທະຫານກະ ຊວງປ້ອງກັນປະເທດພ້ອມດ້ວຍ ຄະນະຈາກບັນດາກົມໃຫ່ຍ, ຫ້ອງວ່າການກະຊວງ, ກອງບັນ ຊາການທະຫານແຂວງຫົວພັນ ໄດ້ລົງຕິດຕາມຄວາມພ້ອມຂອງ ສະຖານທີ່ຮອງຮັບກອງປະຊຸມ ສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ຄົບຮອບ 50 ປີ ເຊິ່ງຈະໄດ້ຈັດຢູ່ຖໍ້າຊ້າງ (ຖໍ້າ ຫ້ອງການເມືອງ) ເມືອງວຽງ ໄຊແຂວງຫົວພັນ.


  ວັນທີ 22 ກຸມພາ ນີ້, ແຂວງຫົວພັນໄດ້ຈັດພິທີປາຖະກະຖາວັນປົດປ່ອຍຜາຖີ່ຄົບຮອບ 50 ປີຄື: ວັນທີ 10 – 11 ມີນາ 1968 ເຖີງ ວັນທີ 10 – 11 ມີນາ 2018 ທີ່ຫໍວັດທະນະທຳຂອງແຂວງ, ມີບັນດາທ່ານການນຳຂອງແຂວງ, ການນຳເມືອງຊຳເໜືອ, ກອງບັນຊາການທະຫານ, ກອງບັນຊາການຕຳຫຼວດ, ພະນັກງານລັດຖະກອນຕະຫຼອດຮອດອຳນາດການປົກຄອງ 12 ບ້ານອ້ອມຂ້າງເທດສະບານເຂົ້າຮັບຟັງຢ່າງພ້ອມພຽງ.
                


 ຜາຖີ່ເປັນເຂດຍຸດທະສາດທາງການທະຫານຂອງປະເທດລາວເວົ້າລວມ,ເວົ້າສະເພາະແມ່ນແຂວງຫົວພັນ ຊຶ່ງຕັ້ງຢູ່ທິດຕາເວັນຕົກຂອງເມືອງຊຳເໜືອຫ່າງຈາກເທດສະບານຕົວເມືອງຊຳເໜືອ 60 ກິໂລແມັດ, ທາງອາກາດ 30 ກິໂລແມັດ, ມີຊາຍແດນຕິດກັບ 3 ເມືອງທິດໃຕ້ຕິດກັບເມືອງຫົວເມືອງ,ທິດເໜືອຕິດກັບເມືອງແອດ ແລະ ທິດຕາເວັນຕົກຕິດກັບເມືອງຊ່ອນ, ຜາຖີ່ເປັນຜາຫີນເອກະລາດທີ່ສູງຊັນມີຄວາມສູງປະມານ 1,687 ແມັດ ທຽບກັບໜ້ານ້ຳທະເລມີຄວາມສູງຈາກໜ້າດິນຂຶ້ນໄປປະມານ 200-800 ແມັດ ( ຈຸດຕ່ຳສຸດ 200 ແມັດ, ຈຸດສູງສຸດ 800 ແມັດ )
 ການເປີດສາກບຸກໂຈມຕີເລີກຮື້ເຮືອນຮັງຂອງສັດຕູຢູ່ບໍລິເວນຜາຖີ່ ໄດ້ເລີ່ມໃນເວລາ 05:30 ໂມງເຊົ້າຂອງວັນທີ 11 ເດືອນ ມີນາ ປີ 1968 ໄດ້ຜັນແປໄປຢ່າງດຸເດືອດ, ຂ້ຽວຂາດ ແລະ ແກ່ຍາວເປັນເວລາ 116 ມື້, 116 ຄືນ.ກອງທັບ ແລະ ປະຊາຊົນຈິ່ງສາມາດປັດເຂ່ຍສັດຕູອອກຈາກວົງສູ້ຣົບໄດ້ 872 ບັກ, ຂ້າຕາຍ 350 ບັກ, ບາດເຈັບ 114 ບັກ, ຈັບສະເລີຍເສິກໄດ້ 117 ບັກ, ອອກມາຍອມ 261 ບັກ, ໃນນີ້ມີຂັ້ນຜູ້ບັນຊາການຈຳນວນໜື່ງ, ຕີທຳລາຍ 3 ກອງຮ້ອຍອາເຊຂອງສັດຕູ, ຍິງຍົນຕົກ 3 ລຳ, ຍຶດອາວຸດທຸກຊະນິດໄດ້ 219 ກະບອກ ແລະ ຜູ້ບັນຊາເຂດຜາຖີ່, ທີ່ປຶກສາວິຊາການເຕັກນິກຢູ່ສະຖານີລາດາໄດ້ 18 ບັກ, ໃຊ້ປືນກົນຍິງຍົນ T 28 ຂອງຈັກກະພັດອາເມລິກາຕົກ 1 ລຳ ແລະ ທຳລາຍຈັກລາດາຂອງພວກມັນ.
 ໄຊຊະນະບັ້ນຣົບປົດປ່ອຍຜາຖີ່ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຣົບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບຫວຽດນາມ, ເປັນໄຊຊະນະນຳໃຊ້ສິລະປະຍຸດທະບັ້ນຣົບຢ່າງຖືກຕ້ອງ, ມີນໍ້າໃຈພິລະອາດຫານ, ຄວາມສາມັກຄີອັນໜຽວແໜ້ນແບບພິເສດລາວ-ຫວຽດນາມ ແລະ ນໍ້າໃຈເດັດດ່ຽວໜຽວແໜ້ນຄວາມເສຍສະຫຼະຂອງນັກຣົບກໍ່ຄືປະຊາຊົນບັນດາເຜົ່າທີ່ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຕົນພ້ອມທັງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.