ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ປະກາດຢຸດຍິງຢູ່ເຂດກູຕາຕາເວັນອອກຂອງຊີຣີ
ຕອນຄ່ຳວັນທີ 26 ກຸມພານີ້, ທ່ານເຊີເກ ຊອຍກູ ລັດຖະມົນຕີປ້ອງກັນປະເທດຣັດເຊຍປະກາດວ່າ, ໂດຍອີງຕາມຄຳສັ່ງຂອງທ່ານວະຣາດີເມຍ ປູຕິນ ປະທານາທິບໍດີຣັດເຊຍດັ່ງນັ້ນ, ເພື່ອມະນຸດສະທຳ, ຈະຢຸດຍິງເປັນເວລາ 5 ຊົ່ວໂມງໃນທຸກວັນຢູ່ເຂດກູຕາຂອງປະເທດຊີຣີເລີ່ມແຕ່ວັນທີ 27 ກຸມພານີ້ເປັນຕົ້ນໄປ.
ສື່ມວນຊົນຣັດເຊຍລາຍງານວ່າ, ທ່ານຊອຍກູ ກ່າວໃນກອງປະຊຸມຄະນະກຳມະການກະຊວງປ້ອງກັນປະເທດຣັດເຊຍໃນຕອນຄ່ຳວັນທີ 26 ກຸມພານີ້ວ່າ, ຈະຢຸດຍິງເພື່ອມະນຸດສະທຳຢູ່ເຂດກູຕາຕາເວັນອອກແຕ່ເວລາ 9 ໂມງຫາ 14 ໂມງເລີ່ມແຕ່ວັນທີ 27 ກຸມພານີ້ເປັນຕົ້ນໄປ.
ທ່ານຊອຍກູ ຊີ້ໃຫ້ເຫັນວ່າ, ເຂດກູຕາຕາເວັນອອກໄດ້ເປີດຊ່ອງທາງເພື່ອມະນຸດສະທຳໃຫ້ແກ່ປະຊາຊົນຍົກຍາຍອອກຈາກເຂດສູ້ຮົບ, ແລະຈຸດພິກັດແລະທີ່ຕັ້ງຊ່ອງທາງເຫຼົ່ານີ້ຈະປະກາດໃນໄວໆນີ້. ທ່ານຊອຍກູ ກ່າວຕື່ມວ່າ, ຣັດເຊຍເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງຢຸດຍິງແລະຕັ້ງຊ່ອງທາງມະນຸດສະທຳເຊັ່ນດຽວກັນຢູ່ເຂດທີ່ຄວບຄຸມໂດຍອາເມລິກາ, ເພື່ອເຮັດໃຫ້ປະຊາຊົນຊີຣີສາມາດກັບຄືນບ້ານເກີດຂອງຕົນແລະດຳລົງຊີວິດເປັນປົກກະຕິໄດ້.
ແຫລ່ງທີ່ມາຈາກCRI
-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ
0 comments:
Post a Comment