ເກົາຫຼີເໜືອ

ອຸ່ນຫະພູມແຫຼມເກົາຫຼີ ຮ້ອນຍິ່ງຂຶ້ນ ເມື່ອພັນທະມິດຢ່າງຍີ່ປຸ່ນ ແລະ ອັງກິດ ເຫັນດີເປັນເອກະສັນ ຕໍ່ບັນດາຄຳສັ່ງລົງໂທດຮອບໃຫມ່ຂອງອາເມລິກາ


VOVWORLD) ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນຊິນໂຊະ ອາເບະ  ແລະ ຄູ່ຕຳແໜ່ງ ອັງກິດ ທ່ານນາງ ເທີຣີຊາ ເມ  ໄດ້ເຫັນດີເປັນເອກະສັນສະກັດກັ້ນການສົ່ງຍ້າຍສິນຄ້າລະຫວ່າງບັນດາ
ກ່ຳປັ່ນເພື່ອແນໃສ່ບັນດາຄຳສັ່ງລົງໂທດກ່ຽວກັບດ້ານການຄ້າຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ກັບ ສປປ ເກົາຫຼີ.


ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ອາເບະກໍ່ຍົກບັນດາທັດສະນະທີ່ຖືວ່າ ບໍ່ສາມາດດຳເນີນບັນດາການເຈລະຈາທີ່ “ມີຄວາມໝາຍ” ກັບ ພຽງຢາງ ແຕ່ກໍ່ບໍ່ມີເງື່ອນໄຂຕັດສິນກ່ຽວກັບການຫັນແຫຼມ ເກົາຫຼີ ປອດນິວເຄຼຍ.

 ການນຳຍີ່ປຸ່ນ ກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງການສືບຕໍ່ກໍ່ຄວາມກົດດັນສູງສຸດຕໍ່ພຽງຢາງ ເພື່ອແນໃສ່ບັງຄັບໃຫ້ປະເທດນີ້ປະລະໂຄງການພັດທະນາອາວຸດນິວເຄຼຍຂອງຕົນ.


ວັນທີ 23 ກຸມພາ, ກະຊວງການເງິນອາເມລິກາ ໄດ້ປະກາດບ້ວງມາດຕະການລົງໂທດ ຮອບໃຫມ່ໃສ່ສປປ.ເກົາຫຼີ.ບ້ວງລົງໂທດໃໝ່ແນໃສ່ບຸກຄົນຜູ້ໜຶ່ງ, 27 ບໍລິສັດ ແລະ ກ່ຳປັນ 28 ລຳ ເພື່ອແນໃສ່ກີດຂວາງບັນດາການເຄື່ອນໄຫວຂົນສົ່ງທາງທະເລ ແລະ ດຳເນີນທຸລະກິດຂອງບັນດາບໍລິສັດດັ່ງກ່າວ ນັ້ນເຮັດໃຫ້ສປປ.ເກົາຫຼີ ຕົກຢູ່ໂດດດ່ຽວຍິ່ງຂຶ້ນ.ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ຢືນຢັນວ່າ: ບັນດາບ້ວງລົງໂທດໃໝ່ຂອງກະຊວງການເງິນອາເມລິກາ ແນໃສ່ບັນດາເປົ້າໝາຍເຊິ່ງສປປ.ເກົາຫຼີ ນຳໃຊ້ເພື່ອ “ຫຼິກລຽງ” ບັນດາຄຳສັ່ງລົງໂທດ.


ຂະນະທີ່ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ ເກົາຫຼີ​ກ່າວ​ວ່າ: ສ​ປ​ປ ເກົາຫຼີ​ໄດ້​ຊີ້​ແຈງ​ມາຫຼາຍ​ເທື່ອ​ແລ້ວ​ວ່າ ມາດ​ຕະ​ການ​ປິດ​ລ້ອມ​ໃດໆ​ກໍ​ຕາມ, ສ​ປ​ປ ເກົາຫຼີ​ລ້ວນ​ແຕ່​ຈະ​ຖື​​ວ່າເປັນ​ການ​ກະ​ທຳ​ແບບ​ກໍ່​ສົງ​ຄາມ.ຖ້າ​ຫາກ​ອາ​ເມ​ລິ​ກາຂືນ​ແຕະ​ຕ້ອງ​ແລະ​ທ້າ​ທາຍ​ເກາະ​ຜິດ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ຈິງ​ໃຈ​ແລະ​ຄວາມ​ພະ​ຍ​າ​ຍາມ​ຂອງ​ສ​ປ​ປ​ເກົາຫຼີ​ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ເກົາຫຼີ​ໃຫ້​ດີ​ຂຶ້ນ ແລະ​ປົ​ກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ​ສ​ປ​ປ ເກົາຫຼີ​ກໍ່ຈະ​ຕອບ​ໂຕ້​​ອາ​ເມ​ລິ​ກາ​ດ້ວຍ​ວິ​ທີຂອງ​ຕົນ​ເຊັ່ນ​ກັ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.