​ ກິລາບ້ານເຮົາ

ແຟນມວຍຫ້າມພາດ! ສະຫະພັນມວຍລາວ - ຄ້າຍມວຍ ຂຸນວັງຫຼວງ ຈັດຕີມວຍ 2 ຄັ້ງຕໍ່ເດືອນ


   ຕໍ່ໄປແຟນໆມວຍຈະບໍ່ເຫງົາອີກແລ້ວ ເມື່ອຈະມີລາຍການ ມວຍມັນໆໃຫ້ເບິ່ງໃນວັນສຸກ ເຊິ່ງໄດ້ກໍານົດການແຂ່ງຂັນ1 ເດືອນຕໍ່ 2 ຄັ້ງ ກໍານົດການແຂ່ງຂັນສຸກທີ 1 ແລະ ສຸກທີ 4 ຂອງເດືອນທຸກໆເດືອນ ທີ່ສູນກິລາແຫ່ງຊາດ (ບ້ານສີເກີດ)..

   ອີງຕາມເຟສຂອງສະຫະພັນມວຍລາວແຫ່ງຊາດລາວ ລາຍງານວ່າ: ໂດຍການຮ່ວມມືຈັດການແຂ່ງຂັນຂອງ ສະຫະພັນມວຍລາວ ນະຄອນຫຼວງ ແລະ ປະທານຄ້າຍມວຍ ຂຸນວັງຫຼວງ ໄດ້ຈັດການແຂ່ງຂັນມາແລ້ວ 1 ຄັ້ງໃນວັນທີ 16 ກຸມພາ 2018 ແລະ ຄັ້ງທີ 2 ຈະລະເບິດຄວາມມ່ວນຄວາມມັນໃຫ້ໄດ້ຊົມອີກໃນວັນທີ 2 ມີນາ 2018 ທີ່ ສູນກິລາແຫ່ງຊາດ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.   

   ລາຍການແຂ່ງຂັນນີ້ແມ່ນໄດ້ຮັບການອຸປະຖໍາຫຼັກໂດຍປະທານຄ້າຍມວຍ ຂູນວັງຫຼວງຄຶ ທ່ານ ພູວີ ຂັນທະວົງ, ເຊິ່ງຈຸດປະສົງໃນການຈັດການແຂ່ງຂັນຄັ້ງນີ້ ທ່ານ ພູວີ ຂັນທະວົງ ປະທານຄາຍມວຍລາວ ຂຸນວັງຫຼວງ ໄດ້ກ່າວວ່າ: ການຈັດໃຫ້ມີລາຍການແຂ່ງຂັນຂຶ້ນ ກໍ່ມີເຈດຈໍານົງອັນດຽວກັນ ຄຶການສຶບຕໍ່ພັດທະນາວົງການຂອງມວຍລາວ ໃຫ້ເພີ່ມຂື້ນ

   ສະນັ້ນໃນຕົ້ນເດືອນ ມີນາ ນີ້ ແມ່ນກໍານົດເອົາສຸກທີ 1 ຂອງເດືອນ ຄຶວັນທີ 2 ມີນາ 2018 ເລີ່ມແຕ່ເວລາ 19:30 ເປັນຕົ້ນໄປ, ສະເພາະຄ້າຍມວຍຂຸນວັງຫຼວງ ຕັ້ງຢູ່ ບ້ານ ສີບຸນເຮືອງເມືອງຈັນທະບູລິ ນະຄອນຫຼວງວຽງຈັນ ເປັນຄ້າຍນ້ອງໃໜ່.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.