LU03

ແຟນບານມີເຮ! 4 ທີມໃນ 4 ລີກທີ່ຜົນງານດີສຸດ ຈະໄດ້ໄປຫຼິ້ນຮອບແບ່ງ ຢູຟາ ທັນທີ


   ກ່ອນໜ້ານີ້ໃນ ພຣີເມຍລີກ, ລາລີກາ ແລະ ບຸນເດສ ລີກາ ນັ້ນມີພຽງ 3 ອັນດັບທໍາອິດໃນລີກ ທີ່ໄດ້ເຂົ້າຮອບແບ່ງກຸ່ມຂອງ ຢູຟາ ແບບອັດຕະໂນມັດ, ສ່ວນອັນດັບ 4 ຂອງ 3 ລີກຕ້ອງໄປຫຼິ້ນຮອບຄັດເລຶອກຮອບເພລອ໊ອຟ.

   ຫຼ້າສຸດ ຢູຟາ ແຊັມປ້ຽນລີກ ປະກາດເຖິງການປ່ຽນແປງຢ່າງເປັນທາງການ ໂດຍ 4 ສະໂມສອນໃນແຕ່ລະ 4 ລີກທີ່ມີຄ່າສໍາປະສິດສຸູງສຸດ ຢູຟາ ຈະໄດ້ສິດຫຼິ້ນຮອບແບ່ງກຸ່ມໂດຍອັດຕະໂນມັດ, ເຊິ່ງປັດຈຸບັນຊາດທີ່ມີຄ່າສໍາປະສິດສູງສຸດປະກອບມີ ອັງກິດ, ແອັດສະປາຍ, ເຢຍລະມັນ ແລະ ອິຕາລີ ນັ້ນໝາຍຄວາມວ່າ 4 ທີມອັນດັບທໍາອິດຂອງແຕ່ລະ 4 ລີກນີ້ ຈະໄດ້ສິດໄປຫຼິ້ນຮອບແບ່ງກຸ່ມຂອງ ຢູຟາ ແຊັມປ້ຽນລີກ ລະດູການ 2018-2019 ແບບອັດຕະໂນມັດ.

   ສ່ວນຊາດທີ່ມີຄ່າສໍາປະສິດສູງສຸດເປັນອັນດັບ 5 ກັບ 6 ຈະໄດ້ສິດສົ່ງທີມລົງຫຼິ້ນ 2 ທີມ, ຂະນະທີ່ ຊາດທີ່ມີຄ່າສໍາປະສິດສູງສຸດເປັນອັນດັບ 7-10 ໄດ້ສິດສົ່ງທີມລົງຫຼິ້ນລີກລະ 1 ທີມ. ນອກຈາກນີ້, ແຊັມເກົ່າຂອງ ແຊັມປ້ຽນລີກ ກັບ ຢູໂຣປາ ລີກ ກໍ່ຈະໄດ້ລົງຫຼິ້ນຮອບແບ່ງກຸ່ມໃນ ຢູຟາ ແຊັມປ່ຽນລີກ ແບບອັດຕະໂນມັດ, ໂດຍການປ່ຽນແປງຄັ້ງນີ້ເຮັດໃຫ້ທີມທີ່ໄດ້ຫຼິ້ນຮອບແບ່ງກຸ່ມຂອງ ຢູຟາ ແບບອັດຕະໂນມັດ ຈະເພີ່ມເປັນ 26 ທີມຈາກເດີມ 22 ທີມ.

   ລາຍການ ຢູໂຣປາ ລີກ (ລາຍການໃຫຍ່ຮອງຈາກ ຢູຟາ ແຊັມປ້ຽນລີກ) 2 ທີມຈາກຊາດທີ່ມີຄ່າສໍາປະສິດສູງສຸດ 5 ອັນດັບທໍາອິດຂອງ ຢູຟາ ຈະໄດ້ສິດລົງຫຼິ້ນຮອບແບ່ງກຸ່ມຂອງ ຢູໂຣປາ ລີກ ແບບອັດຕະໂນມັດ ໂດຍໃນລະດູການ 2018-2019 ນັ້ນລີກທີ່ຈະໄດ້ສິດສົ່ງທີມລົງ ຢູໂຣປາ ລີກ ຮອບແບ່ງກຸ່ມ ແບບອັດຕະໂນມັດ 2 ທີມຄື ພຣີເມຍລີກ, ລາລີກາ, ບຸນເດສລີກາ, ກັລໂຊ ເຊເຣຍ ອາ ແລະ ລີກເອິງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.