ການພັດທະນາ

ນະຄອນຫຼວງ ພິຈາລະນາຫຼາຍບັນຫາສຳຄັນ ເຫັນ​ດີ​ໃຫ້​ສ້ອມແປງ​ເສັ້ນທາງດົງ​ສະຫວາດ ແລະ ເສັ້ນທາງ T6


ທ່ານ​ນາງ ບົວ​ວອນ ສຸກ​ລາແສງ ຮອງ​ຫົວໜ້າ​ຫ້ອງ​ວ່າການໂຄສົກ​ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ຖະແຫຼງ​ຂ່າວ​ຜົນ​ສຳເລັດ​ກອງ​ປະຊຸມ​ອົງການ​ປົກຄອງ ນວ ສະໄໝ​ສາມັນ​ປະຈຳ​ເດືອນກຸມພາ 2018 ທີ່​ຈັດ​ຂຶ້ນ​ວັນ​ທີ 23 ກຸມພາ 2018 ໃນ​ວັນ​ທີ 26 ກຸມພາ 2018 ວ່າ: ກອງ​ປະຊຸມ​ອົງການ​ປົກຄອງ ນວ ສະໄໝ​ສາມັນ ປະຈຳ​ເດືອນ​ກຸມພາ 2018 ໄດ້​ພິຈາລະ​ນາ​ບັນຫາ​ສຳຄັນ ແລະ ຮີບ​ດ່ວນ ຄື: ຮັບ​ຟັງ​ລາຍ​ງານ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ສະພາບ​ຜົນ​ເສຍ​ຫາຍ​ຂອງ ນວ ຈາກພາຍຸ​ຝົນ​ແຮງ ວັນ​ທີ 21 ກຸມພາ 2018 ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍ 3 ເມືອງ ຄື: ເມືອງ​ປາກ​ງື່ມ ອາຄານ ແລະ ໂຮງຮຽນ​ເສຍ​ຫາຍ 74 ຫຼັງ ເຮືອນ​ເສຍ​ຫາຍ​ໝົດ​ຫຼັງ 4 ຫຼັງ ປະຊາຊົນ​ບາດເຈັບ 6 ຄົນ ເມືອງ​ໄຊ​ທານີ ຫຼັງຄາ​ເຮືອນ​ປະຊາ​ຊົນ​ເປີດສັງກະສີ 480 ແຜ່ນ ແລະ ຕົ້ນໄມ້​ທັບ​ເຮືອນ​ປະຊາຊົນ 1 ຫຼັງ ເມືອງ​ໄຊ​ເຊດ​ຖາ ເກີດ​ໄຟຟ້າ​ຊອດ ໄຟຟ້າ​ດັບ ໃນ​ນີ້ ການນຳ ນວ ນຳ​ໂດຍ​ທ່ານ​ເຈົ້າ​ຄອງ ນວ ໄດ້​ເຂົ້າ​ຊ່ວຍເຫຼືອ​ເບື້ອງ​ຕົ້ນ ດ້ວຍ​ການ​ມອບ​ເງິນ 20 ລ້ານ​ກີບ ສັງກະສີ 500 ແຜ່ນ.

ສຳລັບ​ຜູ້​ທີ່​ໄດ້ຮັບ​ຜົນ​ເສຍ​ຫາຍ​ໜັກ​ທຸກ​ຍາກ​ໃຫ້​ລັດ​ຊ່ວຍເຫຼືອ​ກ່ອນ ລະດົມ​ນັກ​ທຸລະ​ກິດ​ໃນ​ເມືອງ​ໃຫ້​ຊ່ວຍເຫຼືອ​ບັນເທົາ​ທຸກ ສຳລັບ​ໂຮງຮຽນ​ທີ່​ໄດ້ຮັບ​ຜົນ​ກະທົບ​ກໍ່​ໃຫ້​ຊ່ວຍເຫຼືອ​ໄວ ໃຫ້​ສາມາດ​ເປີດ​ຮຽນ​ປົກກະຕິ ໃຫ້ພະ​ແນກ ​ຍທຂ ຫ້ອງການ ​ຍທຂ ເມືອງ ເປັນ​ເຈົ້າ​ການ​ກວດກາເຕັກນິກ​ການ​ກໍ່ສ້າງ​ເຮືອນ​ໃຫ້​ໄດ້ມາດຕະຖານ ແລະ ໃຫ້​ພະ​ແນກພະລັງງານ ແລະ ບໍ່​ແຮ່ ສົມທົບກັບ​ເມືອງ​ເພື່ອ​ກວດກາ​ການ​ຕໍ່ສາຍ​ໄຟຟ້າ​ໃຫ້​ຖືກ​ຕາມ​ລະບຽບ ໃຫ້​ອຳນາດ​ການ​ປົກຄອງ​ເມືອງ ເປັນ​ເຈົ້າ​ການ​ເມື່ອ​ໄດ້​ຮັບ​ການແຈ້ງ​ເຕືອນ​ເກີດ​ພາຍຸ​ແລ້ວ ຕ້ອງໄດ້​ແຈ້ງ​ເຕືອນ​ໃຫ້​ພໍ່​ແມ່​ປະຊາຊົນ ໂດຍ​ສະເພາະ ໂຮງຮຽນ ບັນດາຟາມ ຝູງ​ສັດ ໃຫ້​ລາຍ​ງານ​ຫ້ອງວ່າການ​ສຳນັກງານ​ນາຍົກ​ລັດ​ຖະມົນຕີ ແລະ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ເພື່ອ​ຮັບ​ຊາບ​ໂດຍ​ໄວ.

ພິຈາລະນາ​ກ່ຽວ​ກັບ​ແຜນການ​ສະເໜີ​ສ້ອມແປງ​ທາງ​ຮ່ອມ-ທາງ​ຊອຍ​ທີ່​ເປ່​ເພ​ໃນ ນວ ໃນ​ນີ້ ໄດ້​ເຫັນ​ດີ​ໃຫ້​ສ້ອມແປງ​ເສັ້ນທາງດົງ​ສະຫວາດ ໂດຍ​ໃຫ້​ລັດ ແລະ ປະຊາຊົນ​ມີ​ສ່ວນ​ຮ່ວມ ສຳລັບທາງ T6 ຕ້ອງ​ໄດ້​ສ້ອມແປງ​ໃຫ້ໄປ​ໄດ້​ດ້ວຍ​ທຶນ​ຈາກ​ບໍລິສັດ ຫຼື ແບ່ງ​ເງິນ​ກອງ​ທຶນ​ທາງ ຂໍ​ອະນຸມັດ​ປະກາດ​ທາງ​ຕັດ​ໃໝ່ ໜອງບຶກ-ດົງ​ນາ​ໂຊກ ໃຫ້​ພິຈາລະນາ​ຊື່ເປັນ​ຖະໜົນ​ສິ່ງແວດລ້ອມ (5 ມິຖຸ​ນາ) ຖະໜົນ 6 ສ ຖະໜົນ​ສີຂຽວ ຫຼື ຖະໜົນ​ໜອງ​ບົວທອງ-ໜອງ​ບຶກ (ຊື່​ເດີມ) ເພື່ອ​ໄປ​ທາບທາມ​ຈາກ​ຄະນະ​ພັກ​ເມືອງ​ສີ​ໂຄດຕະບອງ ສະມາຄົມ​ສະຖາປະນິກ ແລະ ຄະນະ​ປະຈຳ​ສະພາ ນວ ໃຫ້​ສຳເລັດ​ພາຍ​ໃນ​ເດືອນ​ກຸມພາ 2018 ຮັບ​ຟັງ​ລາຍ​ງານ ແລະ ພິຈາລະ​ນາ​ກ່ຽວ​ກັບ​ຜົນ​ການ​ຄົ້ນຄວ້າ​ການເຄື່ອນໄຫວ ​ວຽກ​ງານ​ບໍລິ​ການ​ປະຕູ​ດຽວ​ຢູ່​ໃນ​ອາຄານ​ສຳນັກ​ປົກຄອງ ນວ ເຊິ່ງ​ກອງ​ປະຊຸມ​ເຫັນ​ດີ​ໃຫ້​ເຮັດ​ບໍລິການ​ປະຕູດຽວ ໂດຍ​ກຳນົດ​ເອົາ​ຊັ້ນ 1 ຂອງສຳນັກ​ປົກຄອງ ນວ ເປັນ​ຈຸດ​ໃຫ້ບໍລິການ ແລະ ໃຫ້​ທັນ​ປະກາດໃນ​ເດືອນ​ສິງຫາ 2018.




ແຫລ່ງທີ່ມາຈາກໜັງສືພິມວຽງຈັນໃຫມ່
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.