ກອງທັບ

ຫັດແອບການທະຫານ ສ້າງບ້ານປ້ອມໝັ້ນປ້ອງກັນຊາດ ບ້ານຕົງປຣາງ ແຂວງອຸດົມໄຊ


ພິທີອັດຊຸດອົບຮົມ-ຫັດ ແອບການສ້າງກຸ່ມບ້ານປ້ອງກັນ ຊາດ ກຸ່ມບ້ານນໍ້າແຫງ ຢູ່ບ້ານຕົງ ປຣາງ ເມືອງໄຊ ແຂວງອຸດົມ ໄຊ ໄດ້ອັດລົງໃນວັນທີ 24 ກຸມ ພາ 2018 ນີ້ ພາຍຫຼັງຈັດຕັ້ງ ອົບຮົມ-ຫັດແອບມາເປັນເວ ລາ 15 ວັນ ໂດຍການເປັນປະ ທານຂອງ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະ ການປະຈຳພັກແຂວງ ເລຂາພັກຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງອຸດົມ ໄຊ, ໂດຍເຂົ້າຮ່ວມຂອງ ພັນໂທ ສົມເພັດ ສຸລິວັນ ຄະນະປະຈຳ

ພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ໄຊ ແຂວງອຸດົມໄຊ, ມີຄະນະ ພັກ-ຄະນະບັນຊາກົມກອງ, ອຳ ນາດການປົກຄອງບ້ານ, ຄູ-ອາ ຈານ, ກຳລັງປ້ອງກັນຕົວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ພັນຕີ ບຸນງ່າ ອ່ອນວັນ ຄຳ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາ ຄາການກໍ່ສ້າງກຸ່ມບ້ານປ້ອງກັນ ຊາດຕິດລຽນ ຕິດພັນກັບວຽກ ງານ 3 ສ້າງຢູ່ບ້ານຕົງປຣາງ ເມືອງໄຊ ແຂວງອຸດົມໄຊ ປະຈຳ ສົກປີ 2017-2018, ເຊິ່ງພາກ ການເມືອງບັນລຸໄດ້ 80%, ພາກ ການທະຫານບັນລຸໄດ້ 75,5% ແລະ ພາກພະລາທິການ-ເຕັກ ນິກບັນລຸໄດ້ 85% ສະເລ່ຍລວມ ທັງສາມພາກສາມາດບັນລຸໄດ້ 80,16% ໃນນີ້ມີນັກຮຽນເກັ່ງ 30 ສະຫາຍ, ກາງ 39 ສະຫາຍ ແລະ ຄາດໝາຍ 10 ສະຫາຍ. ໂອກາດດຽວກັນນີ້ຍັງໄດ້ມອບ ໃບຍ້ອງຍໍຂັ້ນເມືອງໃຫ້ນັກເຝິກ ອົບຮົມຜູ້ທີ່ມີຜົນງານດີເດັ່ນຈຳ ນວນ 60 ກວ່າສະຫາຍ.

ໃນຕອນທ້າຍພິທີໄດ້ຮັບການ ໂອ້ລົມຈາກ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກ່ອນອື່ນ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນບັ້ນເຝິກອົບຮົມຄັ້ງນີ້ ພ້ອມທັງ ຮຽກຮ້ອງໃຫ້ອຳນາດການປົກ ຄອງບ້ານສືບຕໍ່ສຶກສາອົບຮົມ ການເມືອງແນວຄິດໃຫ້ກຳລັງ ກອງຫຼອນ, ມີສະຕິລະວັງຕົວສູງ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນບໍ່ຫວັງດີ, ພ້ອມກັນ ນຳເອົາບົດຮຽນທີ່ໄດ້ຮຽນມາໄປ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ, ລົງກໍ່ສ້າງຮາກຖານການເມືອງ ຢ່າງເນື່ອງນິດລຽນຕິດ, ປຸກລະ ດົມຂົນຂວາຍເຮັດໃຫ້ທຸກຄົນປະ ກອບສ່ວນເຮັດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບໃຫ້ເປັນຂະບວນກວ້າງ ຂວາງ.

ແຫລ່ງທີ່ມາຈາກhttp://www.kongthap.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.