ກໍ່ສ້າງ

ໂຄງການກໍ່ສ້າງຄູ່ປ້ອງກັນນ້ຳຖ້ວມຕອນໃຕ້ ນະຄອນຫຼວງວຽງຈັນ ຄືບໜ້າຫຼາຍກວ່າ 70%


ໂຄງການກໍ່ສ້າງຄູ່ປ້ອງກັນນ້ຳຖ້ວມຕອນໃຕ້ ນະຄອນຫຼວງວຽງຈັນ ປະກອບມີມີກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຊີ້ນຳຂອງນະຄອນ ຫຼວງວຽງຈັນໂດຍທ່ານ ປອ. ອານຸພາບ ຕຸລາລົມ ຮອງເລຂາພັກ, ປະທານສະພານະຄອນຫຼວງ ມາຮອດປະຈຸບັນຄືບຫນ້າ 70% ເຫຼືອພຽງໜ້າວຽກຈຳນວນໜຶ່ງ ເຊິ່ງໄດ້ເຊັນສັນຍາກັບ ບໍລິສັດຜູ້ຮັບເໝົາ ແຕ່ເດືອນ ເມສາ 2015 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດເປັນຕົ້ນມາ ຄາດໝາຍໄລຍະເວລາການກໍ່ສ້າງທັງໝົດ 32 ເດືອນ ຈຶ່ງຈະສຳເລັດ.


ຕາມການລາຍງານຂອງທ່ານ ສຸກກະເສີມ ດາລາແສນ ຫົວໜ້າໂຄງການກໍ່ສ້າງຄູ່ປ້ອງກັນນ້ຳຖ້ວມຕອນໃຕ້ ນະຄອນ ຫຼວງວຽງຈັນ, ໃຫ້ຮູ້ວ່າ: ໂຄງການນີ້ແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງ ຫຼຸດຜ່ອນຄວາມສ່ຽງໄພນ້ຳຖ້ວມ ແລະ ແຫ້ງແລ້ງ ໂດຍແມ່ນ(ທະນາຄານ ADB)ເປັນຜູ້ໃຫ້ທຶນ, ບໍລິສັດພົງຊັບທະວີ ແລະ ບໍລິສັດສຸກປະເສີດ ເປັນຜູ້ຮັບເໝົາ ໂຄງການມີສາຍຕັ້ງຂືຶ້ນກັບກົມໂຍທາທິການທາງນ້ຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ມີໜ້າທີ່ຕົ້ນຕໍຈັດຕັ້ງປະຕິບັດ ການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ຢູ່ເຂດວຽງຈັນຕອນໃຕ້ ແຕ່ສະຖານີລາວສະຕາ ໄປຫາສົ້ນຂົວຫ້ວຍໝາກຮຽວລວມ ໄລຍະທາງທັງໝົດ 32,2 ກມ, ໃນນັ້ນເປັນຄູດິນ 4 ກມ ກວ້າງ 4 ມ, ແຕ່ສະຖານີລາວສະຕາ ຫາສົ້ນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ຊ່ວງທີ່ 2 ແຕ່ສົ້ນຂົວມິດຕະພາບ ໄປຫາຫ້ວຍໝາກຮຽວ ໄລຍະທາງຍາວ 26,4 ກມ, ເປັນຄູ່ ກັນນ້ຳກວ້າງ 10 ມ, ບໍ່ມີບ່າທາງປູທັບດ້ວຍອັດສະຟານ (Asphalt) ໜາ 5 cm  ປະຕູລະບາຍນ້ຳຈຳນວນໜຶ່ງ ແລະ ກໍ່ສ້າງຄູກັນນ້ຳຄູດິນເພີ່ມເຕີມດ້ານນອກ ແຕ່ Km 4+050 ຫາ Km 5+990, ທີ່ສາມາດຮອງຮັບລະດັບນ້ຳສູງສຸດ ໃນປີ 2008 ທີ່ຜ່ານມາ.


ບັນດາໜ້າວຽກຕ່າງໆ ມີວຽກອະນາໄມຫຼອກໜ້າທາງສຳເລັດ 100%, ດິນຕັດດິນຖົມສຳເລັດ 100%, ປະຈຸບັນກຳ ລັງສຸມໃສ່ວຽກກໍ່ສ້າງຊັ້ນພື້ນທາງ Base course ແລະ ກະກຽມການລົງປູຢາງຂົ້ວ


ຫົວໜ້າໂຄງການກ່າວຕື່ມວ່າ: ໂຄງການດັ່ງກ່າວເປັນໂຄງການທີ່ສຳຄັນ ຕໍ່ກັບການຕ້ານໄພພິບັດນ້ຳຖ້ວມຕອນໃຕ້ ນະຄອນຫຼວງວຽງຈັນ ແລະ ປັບປຸງພື້ນຖານໂຄງລ່າງດ້ານຄົມມະນາຄົມໃຫ້ມີຄວາມສະດວກແຕ່ເມືອງຫາດຊາຍຟອງ ຫາ ເມືອງປາກງື່ມ ໂດຍບໍ່ຕ້ອງຜ່ານທາງເລກທີ່ 13 ໃຕ້.




ແຫລ່ງທີ່ມາຈາກhttp://www.mpwt.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.