ຂ່າວແປກ

ພົບອີກແລ້ວວັດຖຸບູຮານ



ສົມວ່າລາວລ້ານຊ້າງສະໄໝນັ້ນຈະເລີນຮຸ່ງເຮືອງ ແຕ່ດ້ວຍບາດແຜສົງຄາມ ແລະການເວລາເຮັດໃຫ້ສິ່ງຂອງຫຼາຍຢາງຖືກທັບຖົມໄປ ບາງຢ່າງຄົນລຸ້ນກ່ອນກໍ່ເຊື່ອງເອົາໄວ້ດ້ວຍການຂຸດຂຸມຝັງ ຈົນຮອດສະໄໝປະຈຸບັນທີ່ມີການກໍ່ສ້າງຂຶ້ນຈິ່ງຄ່ອຍໆປະກົດເຫັນເທື່ອລະໜ້ອຍ ຫຼ້າສຸດນີ້ແມ່ນແມ່ນແຜ່ນເສມາ ພົບທີ່ແຂວງສະຫວັນນະເຂດ.




ໂດຍໃນວັນທີ27 ກຸມພາ 2018 ຊາວບ້ານຕາກແດດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ພາກັນຂຸດຂຸມເຮັດຕ້າຍວັດປ່າ ປະກົດວ່າພົບວັດຖຸບູຮານເກົ່າແກ່ ເປັນໃບເສມາແຜ່ນໜຶ່ງ ຈິ່ງພາກັນຫາມມາໄວ້ເພື່ອເປັນຊັບສົມບັດຂອງຊາດຕໍ່ໄປ.


ແຜ່ນເສມາ ແມ່ນແຜ່ນບັນທຶກບອກເຂດແດນຂອງສິມ, ເມືອງ ເຊິ່ງຈະມີການຈາລຶກບົ່ງບອກປະຫວັດຄວາມເປັນມາຕ່າງໆໄວ້ໃຫ້ຄົນລຸ້ນຫຼັງໄດ້ຮູ້.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.