LU03

ໜ້າຈັບຕາ ບຸນທະວີ ຍ້າຍຈາກແຊັມເກົ່າ ມາສ້າງສີສັນໃຫ້ກັບນ້ອງໃໝ່ ມາສເຕີ 7 ໃນລາວພຣີເມຍລີກ


   ທ້າວ ບຸນທະວີ ສີປະສົງ ຫຼື ບຸ່ຍ ນັກເຕະພິກຂີ້ໜູທີ່ເປັນທີ່ຮູ້ຈັກຂອງຫຼາຍຄົນໆທາງດ້ານເກມບຸກ ໂດຍສະເພາະເປັນສ່ວນສໍາຄັນໃນການຊ່ວຍ ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມ ລາວພຣີເມຍລີກ 2017, ກ່ອນທີ່ ລະດູການນີ້ຈະອໍາລາແຊັມເກົ່າມາ ສ້າງສີສັນໃຫ້ກັບ ນ້ອງໃໝ່ຢ່າງ ມາສເຕີ 7 ສານຝັນໃນ ເປບຊີ ລາວພຣີເມຍລີກ 2018.

   ບຸນທະວີ ລົງສະໜາມນັດທໍາອິດໃຫ້ກັບ ມາສເຕີ 7 ເຖິງວ່າຈະພາດທ່າເສຍໃຫ້ກັບ ຊ້າງນ້ອຍ ເອັຟຊີ 0-1, ແຕ່ນັດດັ່ງກ່າວ ບຸນທະວີ ກໍ່ຫຼິ້ນໄດ້ດີ ແລະ ເປັນຄວາມຫວັງຂອງທີມໃນນັດຕໍ່ໄປ ໂດຍລາວ ເປີດເຜີຍວ່າ: ນັດທໍາອິດ ບໍ່ເປັນໄປຕາມແຜນປານໃດ ເນື່ອງຈາກນັກເຕະຕົວຫຼັກບໍ່ຄົບ ໂດຍສະເພາະນັກເຕະຕ່າງປະເທດ ບໍ່ໄດ້ລົງເພາະມີການຜິດຜາດເລັກໜ້ອຍ ເຮັດໃຫ້ເກມປ່ຽນບໍ່ໄດ້ດັ່ງ ທີ່ການທີ່ຊ້ອມມາ. ຢ່າງໃດກໍ່ຕາມ, ນັດຕໍໄປພວກເຮົາຈະພ້ອມຫຼາຍຂຶ້ນ.

   ບຸນທະວີ ເກີດເມື່ອວັນທີ 4 ກໍລະກົດ 1996 ທີ່ບ້ານວັດຈັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນນັກເຕະສາລະຜັດປະໂຫຍດຫຼິ້ນໄດ້ທັງກອງຫຼັງ, ກາງ, ໜ້າ ແລະ ປີກ ເຄີຍຫຼິ້ນໃຫ້ກັບ ຮ່ວງແອງ ອັດຕະປື ພາທີມໄດ້ອັນດັບທີ 2 ເມື່ອປີ 2013, ໄດ້ແຊັມ ລາວລີກ 2014 ແລະ ໄດ້ອັນດັບທີ 5 ເມື່ອປີ 2015, ສ່ວນປີ 2016 ຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ໄດ້ຮອງແຊັມ ແລະ ປີ 2017 ໄດ້ແຊັມ.

   ສໍາລັບຜົນງານໃນທີມຊາດລາວ ບຸນທະວີ ເຄີຍມີບົດບາດຫຼາຍສົມຄວນ ຄື: ເຄີຍຕິດທີມຊາດລາວ ລຸ້ນອາຍຸບໍ່ເກີນ 19 ປີ, ຢູ 23, ຊຸດຊີເກມ ແລະ ຊຸດໃຫຍ່ ມາແລ້ວ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.