ປະກາດຫາພີ່ນ້ອງ

ເກີດອຸບັດຕິເຫດລົດຕຳກັນ ຈົນມີຜູ້ເສຍຊີວິດ


ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ລາຍງານວ່າ: ໃນວັນທີ 27/02/2018 ເວລາ 10:34ໂມງໄດ້ຮັບແຈ້ງເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີລົດໃຫຍ່ຕຳກັບລົດຈັກ ຈຸດເກີດເຫດແມ່ນ ບ້ານ ຈຳປາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.


ໜ່ວຍກູ້ໄພໄດ້ອອກກວດສອບເຫດ ພໍໄປຮອດຈຸດເກີດເຫດພົບເຫັນ ຜູ້ເສຍຊີວິດ 1ຄົນ ເປັນເພດຊາຍ ບໍ່ມີເອກະສານຕິດໂຕ,ບໍ່ຮູ້ອາຍຸ,ບໍ່ຮູ້ບ້ານ,ບໍ່ມີຍາດພີນ້ອງ.


ອາການເບື້ອງຕົ້ນແມ່ນ ແຂນຫັກສອງເບື້ອງ ຂາຫັກເບື້ອງຂວາ ມີບາດເປີດໃຫຍ່ຢູ່ຂາ
ຂໍອາໄພໃນຮູບພາບບໍ່ເໜາະສົມ ແລະ ຕ້ອງເປີດເຜີຍປ້າຍລົດ ເນື່ອງຈາກຕ້ອງການຕາມຫາພີ່ນ້ອງຜູ້ເສຍຊີວິດ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ຈຶ່ງໄດ້ນຳສົ່ງຜູ້ເສຍຊີວິດໄປໄວ້ວັດຈີນ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.