ຄຳມ່ວນ

ອຸບັດຕິເຫດລົດຕຳກັນ ເຈັບ3 ຢູ່ຄຳມ່ວນ


ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan ລາຍງານວ່າ: ໃນວັນທີ 27.2.2018ເວລາ 20:00 ໂມງໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີລົດຈັກຕຳລົດໃຫຍ່ ຢູ່ເສັ້ນທາງ ເຮືອນພັກຊົງລາວ ເມືອງ ທ່າແຂກ ແຂວງ ຄຳມ່ວນ ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 03 ຄົນ ເປັນເພດຍິງ.



- ຜູ້ທີ 1 ເພດຍິງ ກະທົບຫົວເຂົ່າຊ້າຍ,ຂາເບື້ອງຊ້າຍຖະຫຼອກແລະຄາກເບື້ອງຊ້າຍຖະຫຼອກ ລົດສຸກເສີນ 001 ນຳສົ່ງ
- ຜູ້ທີ 2 ເພດຍິງ ມີບາດແຜຖະຫຼອກຢູ່ຂາໂຕ້ຊ້າຍ,ຫົວເຂົ່າຊ້າຍຖະຫລອກ ລົດສຸກເສີນ 003 ນຳສົ່ງ
- ຜູ້ທີ 3 ເພດຍິງ ຫົວເຂົ່າຊ້າຍຖະຫລອກ,ມືຊ້າຍ-ຂວາຖະຫຼອກ ລົດສຸກເສີນ 003 ນຳສົ່ງ


ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປໂຮງໝໍ ແຂວງຄຳມ່ວນ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.