ແຮງງານ

ລາວ - ໄທ ບັນລຸຂໍ້ສະເໜີ ສັນຍາຮ່ວມມືດ້ານການຈ້າງງານ ຫວັງແກ່ບັນຫາແຮງງານເຖືອນ


ເພື່ອສືບຕໍ່ເຈດຕະນາລົມຂອງລັດຖະບານ ທັງສອງ ລັດຖະບານ ໃນການຮ່ວມມື ໃນຂອບທະວີພາຄີ ໃຫ້ໜັກແໜ້ນຫລາຍຂື້ນ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບບ້ານໃກ້ເຮືອນຄຽງ ເພື່ອນຳເອົາຄວາມສົມບຸນພູນສຸກ ມາສູ່ປະຊາຊົນຊາວຜູ້ອອກແຮງງານ ລາວ ແລະ ໄທ ກໍ່ຄືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ໂດຍສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈຂອງບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ໃຫ້ປະກົດຜົນເປັນຈິງ ແລະເພື່ອຫັນເອົາແຮງງານທີ່ຜິດກົດໝາຍໃຫ້ເຂົ້າສູ່ລະບຽບກົດໝາຍຫລາຍຂື້ນ.

ໃນວັນທີ 26 ກຸມພານີ້, ທີໂຮງແຮມລາວພາຊ້າ ນະຄອນຫຼວງວຽງຈັນ, ໄດ້ມີ ພິທີພົບປະ ລະຫວ່າງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ກັບ ທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການ ກະຊວງແຮງງານແຫ່ງ ຣາຊະອານາຈັກໄທ, ພ້ອມຄະນະທັງສອງຝ່າຍ, ກຽ່ວກັບການຈັັັດຕັ້ງປະຕິບັດ ບົດທຶກຄວາມເຂົ້າໃຈ ແລະ ສັນຍາຮ່ວມມືື ວ່າດ້ວຍການຮ່ວມມືດ້ານການຈ້າງງານ.

ໃນໂອກາດ ທີ່ຄະນະຜູ້ແທນຂັ້ນສູງຂອງກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທໄດ້ເດີນທາງມາຢ້ຽມຢາມ ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ຢ່າງເປັນທາງການ, ທ່ານ ລັດຖະມົນຕີ ຮສສ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທີ່ທ່ານ ລັດຖະມົນຕີວ່າການ ກະຊວງແຮງງານໄທພ້ອມດ້ວຍຄະນະ, ທີ່ໄດ້ນຳເອົາໄມຕີຈິດອັນດູດດື່ມ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພະນັກງານ-ລັດຖະກອນ ຂອງຂະແໜງ ຮສສ ຂອງພວກຂ້າພະເຈົ້າ ແລະ ການມາຢ້ຽມຢາມຂອງທ່ານ ພ້ອມດ້ວຍຄະນະໃນຄັ້ງນີ້, ຍັງເປັນການຜັນຂະຫຍາຍເນື້ອໃນກອງປະຊຸມ JC ລາວ-ໄທ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຂື້ນອີກບາດກ້າວໜຶ່ງ.
ສະນັ້ນ, ຕໍ່ກັບຕາມການສະເໜີຂອງຝ່າຍໄທ ຂໍຄວາມຮ່ວມມືໃຫ້ຝ່າຍລາວສືບຕໍ່ການປັບສະຖານະພາບແຮງງານລາວກຸ່ມໃຫມ່ ດັ່ງນີ້:

1. ຝ່າຍລາວ ຈະສືບຕໍ່ປັບສະຖານະພາບ ຕາມການເຫັນດີຂອງລັດຖະບານລາວ ຮອດວັນທີ 30 ມິຖຸນາ 2018;
2. ໜ່ວຍງານປັບສະຖານະພາບແຮງງານລາວ ຈະປັບສະຖານະພາບແຮງງານ ທີ່ໄດ້ຜ່ານການຂື້ນທະບຽນຂອງ ຝ່າຍໄທ, ໃນກໍລະນີ ທີ່ແຮງງານອອກມາປັບສະຖານະພາບຫຼາຍເກີນຄວາມສາມາດຮັບໄດ້ຂອງໜ່ວຍງານ, ຝ່າຍລາວ ຈະພິຈາລະນາ ເພີ່ມໜ່ວຍງານເຄື່ອນທີ່ ຫຼື ເພີ່ມສູນ ຕາມຄວາມເໝາະສົມ;
3. ຝ່າຍລາວ ພິຈາລະນາເປີດຈຸດບໍລິການດ້ານເອກະສານຢູ່ເບື້ອງລາວ ເພື່ອຮອງຮັບແຮງງານລາວ ທີ່ມີຄວາມຕ້ອງການກັບມາດຳເນີນເອກະສານຕາມລະບົບ MOU.

ພ້ອມທັງສືບຕໍ່ໃນການປັບສະຖານະພາບແຮງງານລາວທີ່ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທໃນວັນທີ 30 ມິຖຸນາ 2018, ຖ້າຫາກຍັງມີແຮງງານລາວທີ່ຍັງບໍ່ທັນໄດ້ປັບສະຖານະພາບ ແມ່ນໃຫ້ເດີນທາງກັບປະເທດ ເພື່ອດຳເນີນເອກະສານໃຫ້ຖືກຕ້ອງ ໂດຍຜ່ານລະບົບ MOU.
ຄຽງຄູ່ກັບຜົນສຳເລັດ ທີ່ໄດ້ພະຍາຍາມຮ່ວມກັນນັ້ນ, ທ່ານລັດຖະມົນຕີແຮງງານ ລາວ ຂໍສະເໜີຕໍ່ທ່ານລັດຖະມົນຕີວ່າການແຮງງານ ໄທ ເພື່ອສືບຕໍ່ຊຸກຍູ້ບາງຈິດໃຈ ດັ່ງນີ້:
1. ສະເໜີໃຫ້ຝ່າຍໄທ ສະໜອງຂໍ້ມູນແຮງງານລາວ ທີ່ຂື້ນທະບຽນໃຫມ່ ເພື່ອເປັນບ່ອນອີງໃຫ້ແກ່ຝ່າຍລາວໃນການວາງແຜນຈັດຕັ້ງປະຕິບັດໃຫ້ທັນກັບກຳນົດເວລາ ແລະ ໃຫ້ມີການເຊື່ອມຕໍ່ຂໍ້ມູນແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ;

2. ສະເໜີໃຫ້ຊຸກຍູ້ແຮງງານຈັງຫວັດ ເພື່ອໂຄສະນາ, ປະຊາສຳພັນ ໃຫ້ກຸ່ມເປົ້າໝາຍຮັບຮູ້ ແລະ ມີມາດຕະການ ລະດົມໃຫ້ແຮງງານລາວອອກມາປັບສະຖານະພາບໃຫ້ມີຈຳນວນຫຼາຍຂື້ນ ລວມທັງອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືກັບແກ່ເຈົ້າໜ້າທີ່ຝ່າຍລາວໃນການດຳເນີນພາລະກິດຄັ້ງນີ້.
3. ຄວາມຄືບໜ້າການເພີ່ມສູນຕ້ອນຮັບເຂົ້າເຮັດວຽກ ແລະ ສີ້ນສຸດການຈ້າງງານ ຈັງຫວັດມຸກດາຫານ ປະເທດໄທ ກົງກັນຂ້າມກັບແຂວງສະຫວັນນະເຂດ ສປປ ລາວ ທີ່ຕົກລົງໃນບົດບັນທຶກກອງປະຊຸມລະດັບວິຊາການລາວ-ໄທ ວັນທີ 09-10 ກັນຍາ 2017;

4. ຄວາມຄືບໜ້າ ສະຖານກົງສຸນໃຫຍ່ ຢູ່ ແຂວງ ສະຫວັນນະເຂດ ໃນການຂໍວີຊ່າ (VISA) ປະເພດ Non-Immigrant L-A ໃຫ້ໄດ້ຄືກັບສະຖານກົງສຸນໄທ ປະຈຳນະຄອນຫຼວງວຽງຈັນ ທີ່ແຮງງານລາວບໍ່ຈຳເປັນຕ້ອງເດີນທາງໄປຮັບເອົາວີຊ່າດ້ວຍຕົນເອງ;


5. ໃນການສືບຕໍ່ຂະຫຍາຍເວວລາປັບສະຖານະພາບ ຮອດເດືອນ ມິຖຸນາ 2018, ສະເໜີຝ່າຍໄທ ພິຈາລະນາຄ່າເຊົ່າສະຖານຂອງໜ່ວຍງານປັບສະຖານະພາບ;

6. ໃນການຈັດຕັ້ງປະຕິບັດວຽກງານປັບສະຖານະພາບແຮງງານລາວຢູ່ໄທ, ຖ້າຫາກມີບັນຫາຫຍຸ້ງຍາກໃດໜຶ່ງ ສະເໜີໃຫ້ມີການຈັດກອງປະຊຸມລະດັບວິຊາການສອງຝ່າຍ ເພື່ອປຶກສາຫາລືລະອຽດຕື່ມ.

ທັງໝົດນີ້, ກໍແມ່ນເພື່ອການຈັັັດຕັ້ງປະຕິບັດ ຕາມບົດທຶກຄວາມເຂົ້າໃຈ ແລະ ສັນຍາຮ່ວມມືື ວ່າດ້ວຍການຮ່ວມມືດ້ານການຈ້າງງານ ໄລຍະຜ່ານມາ ຂອງສອງຂະແໜງການພວກເຮົາ, ຊື່ງລ້ວນແຕ່ພົວພັນກັບບັນຫາການເຄື່ອນຍ້າຍແຮງງານເປັນສ່ວນໃຫຍ່, ເພື່ອກຽມຮັບມື ແລະ ມີມາດຕະການທີດີ, ທ່ານລັດຖະມົນຕີ ຮສສ ກ່າວຕື່ມອີກວ່າ: ການຮ່ວມມືຂອງສອງກະຊວງແຮງງານ ລາວ ແລະ ໄທ ຈະສືບຕໍ່ແກ້ໄຂບັນຫາແຮງງານ ເພື່ອໃຫ້ມີການເຄື່ອນຍ້າຍແບບປອດໄພ, ມີວຽກເຮັດທີ່ໝັ້ນຄົງ, ມີສະຫວັດດີການດີ ແລະ ໄດ້ຮັບຄວາມຍຸຕິທຳ.

(ພາບ- ຂ່າວ: ເພັດສະໄໝ ,ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ)



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.