ໂກງຊັບພົນລະເມືອງ

ປະກາດຈັບຕົວສາວໃຫຍ່ຂໍ້ຫາສໍ້ໂກງຊັບພົນລະເມືອງ



ສັງຄົມຍຸກນີ້ຊ່າງມີຫຼາຍເລື່ອງໃຫ້ຄິດ ຕ້ອງໃຊ້ຊີວິດຢ່າງລະວັງປານນັ້ນຍັງມີການຕົກເປັນເຫຍື່ອຂອງຄົນສວຍໂອກາດຈຳນວນໜຶ່ງ ດັ່ງຄະດີນີ້ບໍ່ຮູ້ມີຄວາມເສຍຫາຍຫຼາຍປານໃດ ແຕ່ຜິດກົດໝາຍອາຍາ ດຽວນີ້ມີໝາຍຈັບ ແລະຄຳສັ່ງຕິດຕາມຕົວມາຮັບໂທດ.


ສາວໃຫຍ່ຄົນນີ້ມີຊື່ວ່າ ນາງດວງສະຫວັນ ວໍລະຈັກ ຫຼື ເຕ້ຍອາຍຸ 44 ປີ ອາຊີບຄ້າຂາຍ ເປັນຄົນບ້ານອຸດົມມີໄຊ ເມືອງອຸທຸມພອນ ແຂວງສະຫວັນນະເຂດ. ໂດຍມີຜູ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຕ່ວັນທີ 13 ກໍລະກົດ 2017 ເພື່ອດຳເນີນຄະດີໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ ແຕ່ປະຈຸບັນຜູ້ກ່ຽວໄດ້ເອົາຕົວຫຼົບໜີແລ້ວຈິ່ງອອກຄຳສັ່ງຊອກຈັບ.


ຕາມຂໍ້ມູນເບຶ້ອງຕົ້ນໃຫ້ຮູ້ວ່າ ນາງດວງສະຫວັນ ແມ່ນໄດ້ເອົາຕົວຫຼົບໜີໄປຢູ່ຕ່າງປະເທດ ຈິ່ງຝາກຄວາມຫວັງບັນດາດ່ານ ຕມ ຊ່ວຍເປັນຫູເປັນຕາ ຫາກພົບເຫັນ ຫຼື ຮູ້ຈັກໃຫ້ຮີບແຈ້ງຫາເຈົ້າໜ້າທີ່ຕາມເບີໂທ 020 9996 8637, 020 5567 5875 ຫຼື ຈະນຳສົ່ງໄປຍັງກອງບັນຊາການ ປກສ ເມືອງອຸທຸມພອນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.