ຂ່າວເຕືອນໄພ

ເຕືອນໄພ ເງິນໂດລາປອມ



ມີຄົນນຳເອົາເງິນໂດລາປອມຈຳນວນໜຶ່ງເຂົ້າຮ້ານຂາຍຄຳ ເພື່ອແລກປ່ຽນເປັນເງິນກີບ ສະພາບໂດຍລວມມີຄວາມຄ້າຍຄືເງິນແທ້ 90%, ຮ້ານເກືອບຈະປ່ຽນແລ້ວ ແຕ່ໂຊກດີທີ່ເອົາໄປໃຫ້ຄົນທີ່ຢູ່ນຳກັນນັ້ນເບິ່ງກ່ອນ(ຕາມຂໍ້ມູນຈາກສາວເຈົ້າຂອງໂພສ) ໝາຍຄວາມວ່າຍັງບໍ່ທັນຊື້ ແຕ່ເພື່ອເຕືອນສະຕິສັງຄົມບໍ່ໃຫ້ຕົກເປັນເຫຍື່ອຈິ່ງຝາກເຕືອນທຸກຄົນໃຫ້ລະວັງ ຫາກຕ້ອງແລກປ່ຽນເງິນໂດລາໃນໄລຍະນີ້ ຖ້າບໍ່ແນ່ໃຈຫ້າມແລກປ່ຽນຈະດີກວ່າ.



ສາວເຈົ້າຂອງໂພສບອກວ່າຄົນທີ່ເອົາເງິນໂດລາມາຂາຍກໍ່ໜ້າຕາຊື່ໆ ນຶກບໍ່ເຖິງຈະຖືຄອງເງິນປອມ, ຈັ່ງໃດກໍ່ຕາມຄວາມດີ ຫຼື ຄວາມຊົ່ວບໍ່ໄດ້ຂຶ້ນຢູ່ກັບໜ້າຕາ ຂໍໃຫ້ທຸກຄົນໃຊ້ຈ່າຍຢ່າງລະວັງ ໂດຍສະເພາະກັບເງິນຕ່າງປະເທດທີ່ເຮົາບໍ່ຄຸ້ນເຄີຍຢູ່ແລ້ວ ຍິ່ງງ່າຍຕໍ່ພວກສວຍໂອກາດ ແມ່ນແຕ່ເງິນກີບເຮົາຄົນປອມຂຶ້ນມາ ບາງຄົນຍັງຕົກເປັນເຫຍື່ອ ສະນັ້ນດີແທ້ຖ້າຈະຊື້-ຂາຍເງິນຕາຄວນເປັນທະນາຄານ ຫຼື ຮ້ານແລກປ່ຽນເງິນຕາທີ່ໜ້າເຊື່ອຖືຈະປອດໄພກວ່າ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.