ຂ່າວປະຊາສຳພັນ

ປະກາດຈັບໂຕຊາຍຫື່ນ ຂົ່ມຂືນເດັກ 8 ປີ



ມື້ນີ້ມີແນວປະກາດໆມາຝາກທ່ານຜູ້ອ່ານຊ່ວຍຕາມຫາ, ຄົນໃນພາບນີ້ເປັນຜູ້ກະທຳຜິດກະທຳສຳເລົາເດັກອາຍຸບໍ່ເຖິງ 15 (ຕາມແຫຼ່ງຂ່າວ) ໂດຍຜູ້ຊາຍຄົນນີ້ໄດ້ຂົ່ມຂືນເດັກສາວໄວ 8 ປີຢູ່ບ້ານປາກແຖບ ເມືອງສັງທອງ ນະຄອນຫຼວງວຽງຈັນ ຕອນນີ້ເອົາຕົວຫຼົບໜີຈິ່ງຂໍຄວາມຊ່ວຍເຫຼືອທຸກຄົນຊ່ວຍເປັນຫູເຫັນຕາ ແລະລະວັງລູກຫຼານຂອງທ່ານດ້ວຍ.



ຈາກຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າທ້າວທີ່ຢູ່ໃນຮູບພື້ນຖານເປັນຄົນບ້ານປາກແຖບ ເມືອງສັງທອງ ນະຄອນຫຼວງວຽງຈັນ ແຕ່ພາຍຫຼັງມາໄດ້ໜີໄປຢູ່ນັ້ນຢູ່ນີ້ຫຼາຍບ່ອນຈິ່ງເຮັດໃຫ້ຍາກໃນການຈັບໂຕ, ສ່ວນຝັນຮ້າຍທີ່ສ້າງກັບເດັກໄວ 8 ປີ ນັ້ນແມ່ນຫາກໍກໍ່ຂຶ້ນໃນມື້ວັນອາທິດທີ 25 ກຸມພາ 2018 ທີ່ຜ່ານມານີ້ເອງ.



ເພື່ອໃຫ້ສາມາດຈັບໂຕຜູ້ກໍ່ເຫດມາຮັບໂທດຕາມລະບຽບກົດໝາຍໂດຍໄວທີ່ສຸດ ຈິ່ງຂໍຄວາມຮ່ວມມືນຳພໍ່ແມ່ປະຊາຊົນທັງຫຼາຍ ຊ່ວຍເປັນຫູເປັນຕາຊ່ວຍຫາກເຫັນບຸກຄົນດັ່ງກ່າວ ໂດຍຕິດຕໍ່ພົວພັນໂດຍກົງກັບພີ່ນ້ອງຂອງຜູ້ເສຍຫາຍ ຕາມໝາຍເລກໂທລະສັບ 02055737254 ຫຼື ສົ່ງຫາເພິ່ນທາງເຟສບຸກຂ້າງເທິງນັ້ນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.