ກູບາ

ສາຍພົວພັນອາເມລິກາ-ກູບາເພີ່ມຄວາມເຄັ່ງຕຶງຫຼາຍຂຶ້ນ ເມື່ອທຣຳ ຍັງມີວາຈາແຂງກະດ້າງ


(VOVWORLD) -ທ້າຍອາທິດທີ່ຜ່ານມາ, ທ່ານປະທານາທິບໍດີອາເມລິກາ ໂດໂນ ທຣຳໄດ້ປະກາດໃຊ້ຖະແຫຼງການໂດຍສືບຕໍ່ “ ສະພາວະສຸກເສີນລະດັບຊາດ ”    ທີ່ມີຕໍ່ກູບາ, ພ້ອມທັງສືບຕໍ່ຮັກສາບັນດາລະບຽບການຈຳກັດການເຄື່ອນໄຫວເຂົ້າທຽບທ່າກຳປັ່ນ ແລະ ເຄື່ອນຍ້າຍຂອງເຮືອ, ກຳປັ່ນທີ່ໄປຍັງກູບາ.

ຂໍ້ຕົກລົງສະບັບຫຼ້າສຸດຂອງປະທານາທິບໍດີອາເມລິກາ ໂດໂນ ທຣຳ ໃນນະໂຍບາຍສຳລັບກູບານີ້ ແມ່ນສືບຕໍ່ບາດກ້າວຖອຍຫຼັງທີ່ເປັນໜ້າເສຍດາຍໃນການພົວພັນ 2 ຝ່າຍ, ອັນໄດ້ເຮັດໃຫ້ກູບາ ແລະ ອາເມລິການັບມື້ນັບຫ່າງໄກຈາກກັນ


ຂໍ້ຕົກລົງຂອງປະທານາທິບໍດີອາເມລິກາ ໄດ້ຖືກຍົກຂຶ້ນມາພາຍຫຼັງພຽງ 2-3 ວັນ ທີ່ຄະນະຜູ້ແທນສະມາຊິກສະພາສູງ ອາເມລິກາໄດ້ສິ້ນສຸດການຢ້ຽມຢາມກູບາແຕ່ວັນທີ 19 ຫາ 21 ກຸມພາ ເພື່ອແນໃສ່ຊອກຮູ້ຄວາມຈິງກ່ຽວກັບບັນດາການປ່ຽນແປງທາງດ້ານນະໂຍບາຍການຕ່າງປະເທດຂອງອາເມລິກາທີ່ມີຕໍ່ກູບາ.

    ຕາມຂໍ້ຕົກລົງນີ້, ບັນດາກຳປັ່ນທີ່ຂຶ້ນກັບສິດຄຸ້ມຄອງຂອງອາເມລິກາ ຖ້າຫາກແລ່ນເຂົ້າອານາເຂດຂອງກູບາ ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ຈະເປັນການລະເມີດກົດໝາຍຂອງອາເມລິກາ ແລະ ໄປຝືນກັບນະໂຍບາຍຂອງປະເທດຊາດ. ຖະແຫຼງການໂດຍທຳນຽບຂາວຍົກອອກມາ ກໍໄດ້ເຕື້ອງເຖິງບັນດາມາດຕະການເຊັ່ນດຽວກັນທີ່ໄດ້ປະກາດໃຊ້ໃນປີ 1996, 2004 ແລະ 2016.

     +ນະໂຍບາຍຂາດເຈດຕະນາດີ

 ດ້ວຍການປະກາດໃຊ້ຂໍ້ຕົກລົງສະບັບໃໝ່ນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ຄວາມເຄັ່ງຕຶງໃນການພົວພັນລະຫວ່າງກູບາ ແລະ ອາເມລິກາ ບໍ່ໄດ້ຫຼຸດຜ່ອນແຕ່ຢ່າງໃດເລີຍ. ການພົວພັນລະຫວ່າງກູບາ ແລະ ອາເມລິກາ ໄດ້ຊົ່ວຮ້າຍໄປ ຂະນະທີ່ພາຍຫຼັງອາເມລິກາໄດ້ປະກາດບັນຊີລາຍຊື່ເປີດກ້ວາງສຳລັບບັນດາເຈົ້າໜ້າທີ່ກູບາຖືກຫ້າມຕິດຕໍ່ພົວພັນ ແລະ ເຂົ້າເມືອງອາເມລິກາ, ໃນຮອບເວລາພຽງ 1 ອາທິດພາຍຫຼັງທີ່ກູບາໄດ້ຮັບໄຊຊະນະໃນການປ່ອນບັດຄັດຄ້ານນະໂຍບາຍຂວ້ຳບາດຂອງອາເມລິກາທີ່ກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ເມື່ອເດືອນພະຈິກປີ 2017, ດ້ວຍ 191 ບັດເຫັນດີໃນຈຳນວນ 193 ບັດ.

ຕໍ່ຈາກນັ້ນ, ວໍຊິງຕັນໄດ້ກັບຄືນສູ່ການເລັ່ງລັດນະໂຍບາຍປິດລ້ອມຂວ້ຳບາດດ້ວຍການກ່າວຫາລັດຖະບານກູບາ ຕ້ອງຮັບຜິດຊອບກ່ຽວກັບອັນທີ່ເອີ້ນວ່າ “ ການບຸກໂຈມຕີດ້ວຍຄື້ນຄວາມຖີ່” ແນໃສ່ບັນດານັກການທູດຂອງອາເມລິກາຢູ່ກູບາ ຊຶ່ງແມ່ນບັນຫາທີ່ກູບາເດັດດ່ຽວປະຕິເສດ. ກ່ອນໜ້ານັ້ນ, ອາເມລິກາກໍໄດ້ຕົກລົງຖອນພາລະກອນການທູດຢູ່ກູບາຈຳນວນກວ່າເຄິ່ງໜຶ່ງກັບຄືນປະເທດ, ເນລະເທດນັກການທູດກູບາ 15 ຄົນ ແລະ ໂຈະການເຄືອ່ນໄຫວກົງສູນຢູ່ກູບາ ດ້ວຍບັນດາຂໍ້ກ່າວຫາເຊັ່ນດຽວກັນກ່ຽວກັບ ການບຸກໂຈມຕີດ້ວຍຄື້ນຄວາມຖີ່. ນັ້ນແມ່ນຍັງບໍ່ທັນເວົ້າເຖິງບົດບັນທຶກຊ່ວຍຈຳກ່ຽວກັບການປ້ອງກັນຄວາມສະຫງົບແຫ່ງຊາດວ່າດ້ວຍການເພີ່ມທະວີນະໂຍບາຍຂອງ ອາເມລິກາທີ່ມີຕໍ່ກູບາໂດຍທ່ານປະທານາທິບໍດີອາເມລິກາ ໂດໂນ ທຣຳ ລົງນາມເມື່ອວັນທີ 16 ມັງກອນປີ 2017 ຢູ່ມີອາມີ, ເລັ່ງລັດລະບຽບການໄປມາ, ຫ້າມພົນລະເມືອງອາເມລິກາທຳມາຄ້າຂາຍກັບວິສາຫະກິດແຫ່ງລັດທີ່ມີການພົວພັນກັບກອງທັບ ແລະ ກຳລັງ ປ້ອງກັນຄວາມສະຫງົບກູບາ, ຢຸດຕິທຸກການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ແລະ ອະນຸຍາດພຽງແຕ່ການໄປຢ້ຽມຢາມຍາດຕິພີນ້ອງຂອງກັນເທົ່ານັ້ນ.

      ເປັນທີ່ຈະແຈ້ງແລ້ວວ່າ ບັນດານະໂຍບາຍໂດຍ ອາເມລິການຳໃຊ້ສຳລັບກູບາໃນໄລຍະທີ່ຜ່ານມານັ້ນ ໄດ້ສະແດງໃຫ້ເຫັນການກະທຳຂາດເຈດຕະນາດີຂອງອຳນາດການປົກຄອງຂອງ ປະທານາທິບໍດີອາເມລິກາ ທີ່ມີຕໍ່ກູບາ. ນີ້ແມ່ນບັນດາບາດກ້າວຖອຍຫຼັງຂອງ ອຳນາດການປົກຄອງຂອງ ປະທານາທິບໍດີອາເມລິກາ ໃນການພົວພັນ 2 ຝ່າຍ.

    + ແງ່ຫວັງທີ່ມືດມົວ.

  ໃນຂະນະຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດໃນການພົວພັນລະຫວ່າງກູບາ ແລະ ອາເມລິການັ້ນ, ມີຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ອາເມລິກາ ໂດຍທ່ານ Patrick Leahy ສະມາຊິກສະພາສູງສັງກັດພັກປະຊາທິປະໄຕອາເມລິການຳໜ້າ ໄດ້ໄປຮອດກູບາໃນວັນທີ 19 ກຸມພາ. ຫາງສຽງຫວັງວ່າ ການຢ້ຽມຢາມກູບາເປັນເວລາ 3 ວັນຂອງຄະນະຜູ້ແທນສະມາຊິກສະພາແຫ່ງຊາດອາເມລິກາ ຈະນຳມາເຊິ່ງສັນຍານທີ່ຕັ້ງໜ້າໃນການພົວພັນອາເມລິກາ-ກູບາ. ແຕ່ໝາກຜົນລະອຽດຂອງການຢ້ຽມຢາມແມ່ນຫຍັງ ແລະ ໄດ້ມີຜົນກະທົບແນວໃດຕໍ່ການພົວພັນ 2 ຝ່າຍ ພັດບໍ່ຖືກສື່ມວນຊົນໃຫ້ຂ່າວຢ່າງກ້ວາງຂວາງຄືດັ່ງຄວາມຫວັງຂອງຫາງສຽງ, ນັບທັງໃນການປະຊຸມຂ່າວ ເມື່ອສິ້ນສຸດການຢ້ຽມຢາມຄືດັ່ງການຄາດຄະເນຂອງຄະນະຜູ້ແທນສະມາຊິກສະພາສູງ ອາເມລິກາກ່ອນທີ່ຈະກັບຄືນປະເທດ ກໍບໍ່ຖືກເຕື້ອງເຖິງ. ສິ່ງນີ້ ໄດ້ສະແດງໃຫ້ເຫັນໝາກຜົນການຢ້ຽມຢາມ ແມ່ນບໍ່ມີຄວາມຄືບໜ້າດີ ແລະ ການປົວແປງການພົວພັນ 2 ຝ່າຍຍັງມືດມົວຢູ່.

     ສາຍພົວພັນອາເມລິກາ-ກູບາ ກໍມີໄລຍະໄດ້ຮັບການປົວແປງດີຂຶ້ນໃນຊ່ວງເວລາທ້າຍອາຍຸການຂອງປະທານາທິບໍດີອາເມລິຍາ Obama. ແຕ່ການປະຕິບັດນະໂຍບາຍທີ່ແຂງກະດ້າງກວ່າສຳລັບກູບາຂອງປະທານາທິບໍດີອາເມລິກາ Donald Trump ໄດ້ເຮັດໃຫ້ສະພາບການຖືກຕ່າວປີ້ນ, ອັນໄດ້ພາໃຫ້ສາຍພົວພັນອາເມລິກາ-ກູບາເພີ່ມຄວາມເຄັ່ງຕຶງຫຼາຍຂຶ້ນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.