ແຮງງານ

ລາວ-ໄທ ຫາແກ້ໄຂບັນຫາແຮງງານເຄື່ອນຍ້າຍ ຫຼັງຈາກທີ່ມີແຮງງານລາວຈຳນວນຫຼາຍຍັງຂຶ້ນທະບຽນບໍ່ແລ້ວ


ຂປລ. ໃນ​ວັນ​ທີ 26 ກຸມພາ 2018 ທີ່​ນະຄອນຫລວງ​ວຽງ​ຈັນ, ​ກະຊວງ​ແຮງ​ງານ​ ​ແລະ ສະຫວັດດີ​ການ​ສັງຄົມຂອງ​ລາວ ​ແລະ ກະຊວງ​ແຮງ​ງານ​ຂອງ​ໄທ ​ ໄດ້​ພົບ​ປະ​ສອງ​ຝ່າຍ​​ ​ເພື່ອ​ປຶກສາ​ຫາລື​ ​ແລະ ສືບ​ຕໍ່​ຮ່ວມ​ມື​​ແກ້​ໄຂ​ບັນຫາ ກ່ຽວ​ກັບແຮງ​ງານ​ເຄື່ອນ​ຍ້າຍ ຝ່າຍ​ລາວ​ນຳ​ໂດຍ​ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ພ້ອມ​ດ້ວຍ​ຄະນະ, ຝ່າຍ​ໄທ​ ນຳ​ໂດຍ​ທ່ານ ພົນຕຳຫລວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການກະຊວງແຮງງານ ແຫ່ງ ຣາຊະນາຈັກໄທ ພ້ອມ​ດ້ວຍ​ຄະນະ. ທັງ​ນີ້, ​ກໍ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ໂດຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ ຂອງ​ບັນທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມືດ້ານແຮງ​ງານ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະ ​ເພື່ອ​ຫັນ​​ເອົາ​ແຮງ​ງານ ​ທີ່​ຜິດ​ກົດໝາຍ ​ໃຫ້​ເຂົ້າ​ສູ່​ລະບຍບກົດໝາຍ​ຫລາຍ​ຂຶ້ນ.

ພາຍຫລັງສຳ​ເລັດ​ ການ​ປັບ​ສະຖານະ​ພາບ​ ແຮງ​ງານ​ລາວ ​ ທີ່​ເຮັດ​ວຽກ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ຢູ່​ປະ​ເທດ​ໄທ ໃນ​ທ້າຍ​ເດືອນມິຖຸນາ 2018, ຖ້າ​ຫາກ​ຍັງ​ມີ​ແຮງ​ງານ​ລາວ ທີ່​ຍັງ​ບໍ່​ທັນ​ໄດ້​ປັບ​ສະຖານະ​ພາບ ​ແມ່ນ​ໃຫ້​ເດີ​ນທາງ​ກັບປະ​ເທດ ​ເພື່ອ​ດຳ​ເນີນ​ເອກະສານ​ ໃຫ້​ຖືກຕ້ອງ​ໂດຍ​ຜ່ານລະບົບ MOU. ນອກຈາກ​ນີ້​ທາງ​ການ​ລາວ​ ຍັງ​ໄດ້​ສະ​ເໜີ​ໃຫ້​ຝ່າຍ​ໄທ​ ສະໜອງ​ຂໍ້​ມູນ​ແຮງ​ງານ​ລາວ ທີ່​ດຳ​ເນີນ​ການ​ປັບ​ສະຖານະ​ພາບ​ ຍັງ​ບໍ່ທັນ​ແລ້ວ​ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ຝ່າຍ​ລາວ ​ໃນ​ການ​ວາງ​ແຜນ​ຈັດ​ຕັ້ງ​ປະຕິບັດ ​ໃຫ້​ທັນ​ກັບກຳນົດ​ເວລາ ​ແລະ ​ໃຫ້​ມີ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ແຮງ​ງານ​ລາວ ​ທີ່​ໄປ​​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ.


ການ​ຫາລື​ຄັ້ງ​ນີ້, ​​ແມ່ນ​ເພື່ອ​ກຽມ​ຮັບ​ມື ມາດ​ຕະການ​ທີ່​ດີ ​ແລະ ເພື່ອ​ຊອກ​ວິທີ​ແກ້​ໄຂ ​ບັນ​ຫາ​ຮ່ວມ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ, ຊຶ່ງ​ການ​ຮ່ວມ​ມື​ຂອງ​ສອງ​ ກະຊວງແຮງ​ງານລາວ ​ແລະ ​ໄທ ຈະ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ແຮງ​ງານ. ທັງ​ນີ້, ​ກໍ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ທັງ​ສອງ​ຊາດ​ ລາວ-​ໄທ ​ໂດຍ​ສະ​ເພາະ​ ແມ່ນ​ຊາວ​ຜູ້​ອອກ​ແຮງ​ງານ ໄດ້​ຮັບ​ການ​ປົກ​ປ້ອງ​ທາງ​ດ້ານ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​, ເພື່ອ​ໃຫ້​ມີ​ການ​ເຄື່ອນ​ຍ້າຍ​​ແບບ​ປອດ​ໄພ, ພ້ອມ​ທັງ​ໄດ້​ມີ​ໂອກາດ​ ພັດທະນາ​ສີມື ມີ​ວຽກ​ເຮັດ​ງານ​ທຳທີ່​ໜັ້ນຄົງ, ມີ​ສະຫວັດດີ​ການ​ດີ ​ແລະ ​ໄດ​ຮັບ​ຄວາມ​ຍຸດຕິ​ທຳ. ​

ໃນວັນທີ 20 ກຸມພາ ຜ່ານມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.ໂດຍ ມີຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການລາຍງານໃຫ້ຮູ້ວ່າ: ຫຼັງຈາກທາງການລາວໄດ້ສົ່ງພະນັກງານເຂົ້າໄປປັບສະຖານະພາບໃຫ້ແກ່ແຮງງານລາວ (ກຸ່ມບັດສີຊົມພູ) ທີ່ຍັງເຫຼືອ ຈຳນວນ 71 ພັນກວ່າຄົນຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 448/ຫສນຍ,ກສວ, ລົງວັນທີ 23 ມີນາ 2017 ຊຶ່ງໜ່ວຍງານປັບສະຖານະພາບແຮງງານລາວໄດ້ຕັ້ງຢູ່ຫ້າງ IT Square ເຂດຫຼັກ 4 ກຸງເທບມະຫານະຄອນ ປະເທດໄທ. ຜ່ານການຈັດຕັ້ງປະຕິບັດວຽງານ ແຕ່ວັນທີ 28 ສິງຫາ 2017 ຮອດວັນທີ 31 ມັງກອນ 2018 (5 ເດືອນ) ສາມາດອອກໜັງສືຢັ້ງຢືນສະຖານະພາບບຸກຄົນ (CI) ແລະ ບັດອະນຸຍາດເຮັດວຽກໃຫ້ແຮງງານຜູ້ທີ່ມີບັດສີບົວ ໄດ້ຈຳນວນທັງໝົດ 24.684 ຄົນ, ໃນນັ້ນ ເປັນແຮງງານ ຈຳນວນ 22.422 ຄົນ( ຍິງ 11.525 ຄົນ), ຜູ້ຕິດຕາມ 2.262 ຄົນ( ຍິງ 1.062 ຄົນ), ຍັງອີກຈໍານວນ 46 ພັນກວ່າຄົນທີ່ຕ້ອງໄດ້ປະຕິບັດໃຫ້ສຳເລັດພາຍໃນວັນທີ 31 ມີນາ 2018.

ທ່ານ  ຄຳແພງ ໄຊສົມແພງ ກ່າວວ່າ:  ອີງໃສ່ຂໍ້ມູນ ປີ 2016 ທີ່ຝ່າຍໄທໄດ້ແຈ້ງໃຫ້ຝ່າຍລາວຮູ້ວ່າ ມີແຮງງານທີ່ມີບັດສີຊົມພູປະມານ 71 ພັນກວ່າຄົນ ຊຶ່ງຈະໝົດອາຍຸ ວັນທີ 31 ມີນາ 2018 ໃຫ້ຝ່າຍລາວ ຮີບຮ້ອນເຂົ້າມາດຳເນີນການປັບສະຖານະພາບໃຫ້ຖືກຕ້ອງ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.