LU03

ຊົມເຊີຍ! ເມືອງແອດ ຖືກຮັບຮອງເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ, ເມືອງທີ່ 8 ຂອງແຂວງຫົວພັນ


   ພິທີປະກາດ ເມືອງແອດ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ຢ່າງເປັນທາງການ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ກຸມພາ 2018 ຜ່ານມານີ້ຢູ່ທີ່ ສະໜາມກິລາຂອງເມືອງແອດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາ-ອົບຮົມແຂວງ, ທ່ານ ພັນທອງ ເຮີຫຼົງໄຈ ຮອງເຈົ້າເມືອງ ເມືອງແອດ, ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ມາຈາກ 10 ເມືອງ ທົ່ວແຂວງ, ຫົວໜ້າໜ່ວຍງານການສຶກສານອກໂຮງຮຽນ 10 ເມືອງທົ່ວແຂວງ,ບັນດາຫົວໜ້າກົມກອງຫ້ອງການ,ພະນັກງານລັດຖະກອນ, ທະຫານ, ຕໍາ ຫຼວດ, ພະນັກງານປະຕິວັດອາວຸໂສບຳນານ, ຄະນະພັກກຸ່ມບ້ານ, ອໍານາດການປົກຄອງບ້ານ, ນັກທຸລະກິດ-ພໍ່ຄ້າຊາວຂາຍ, ຄູ-ອາຈານ, ພໍ່-ແມ່ປະຊາຊົນ ແລະ ນ້ອງຫຼານ ນັກຮຽນ-ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

   ໃນພິທີ, ທ່ານ ຂັນທອງ ວົງສົມບັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແອດໄດ້ຂືຶ້ນຜ່ານບົດສະຫຼຸບ ຜົນສໍາເລັດການຈັດຕັ້ງປະຕິບັດການຮຽນ - ການສອນ ຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວເມືອງແອດ ແລະ ທິດທາງແຜນການສຶກສາໃນຕໍ່ໜ້າ, ຜ່ານການຈັດຕັ້ງປະຕິບັດວຽກງານການສຶກສານອກໂຮງຮຽນນັບແຕ່ປີ 2012 ເຖີງ 2016 ເມືອງແອດ ແມ່ນໄດ້ສຳເລັດການຈັດຕັ້ງປະຕິບັດ ການຮຽນ-ການສອນ ຊັ້ນມັດທະຍົມຕົ້ນບຳລຸງທົ່ວເມືອງ ທັງໝົດລວມ 77 ບ້ານທົ່ວເມືອງ, ໂດຍມີປະຊາກອນໃນເກນອາຍຸ 15-35 ປີ ທັງໝົດ 1.511 ຄົນ, ຍິງ 377 ຄົນ, ໃນນີ້ມີຜູ້ຮຽນຈົບຊັ້ນມັດທະຍົມຕົ້ນບໍາລຸງຕົວຈິງ 1.364 ຄົນ, ຍິງ 290 ຄົນ, ເທົ່າກັບ 90,27% ແລະ ຍັງມີຜູ້ຄ້າງຄາບໍ່ທັນຈົບ ແມ່ນມີຈໍານວນ 147 ຄົນ, ຍິງ 87 ຄົນ ເທົ່າກັບ 9,73% ສ່ວນຈໍານວນທີ່ຍັງບໍ່ທັນຈົບແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ການຮຽນ-ການສອນ ຊັ້ນມັດທະຍົມຕົ້ນບຳລຸງ ໃຫ້ສຳເລັດໃນປີ 2020 ການຈັດຕັ້ງການຮຽນ - ການສອນດັ່ງກ່າວແມ່ນໄດ້ປະຕີບັດຫຼາຍຮູບຫຼາຍແບບ, ສະຖານທີ່ ແລະ ເວລາຕ່າງກັນຂຶ້ນຢູ່ກັບເງື່ອນໄຂຂອງທ້ອງຖິ່ນ ຫຼື ອິງຕາມຄວາມພ້ອມ, ຄວາມເປັນເອກະພາບກັນຂອງບ້ານ ແລະ ຄູສອນ ສ່ວນງົບປະມານແມ່ນນໍາໃຊ້ງົບປະມານຂອງລັດ ໂດຍໄດ້ມີການຕິດຕາມຊຸກຍູ້, ກວດກາປະເມີນຜົນການຮຽນ-ການສອນ ສະເພາະການປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຄັ້ງນີ້ ແມ່ນເປັນເມືອງທີ 8 ຂອງແຂວງຫົວພັນ ແລະ ເປັນເມືອງທີ 101 ໃນທົ່ວປະເທດ.

   ຂະນະດຽວກັນ ທ່ານ ຮສ ປອ ຄຳຜາຍ ສີສະຫວັນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ທາງ ເມືອງແອດ ຍາດມາໄດ້ ເຊິ່ງການປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຄັ້ງນີ້ ແມ່ນເປັນພຽງແຕ່ໄຊຊະນະເບື້ອງຕົ້ນ ແລະ ເປັນພື້ນຖານທາງດ້ານທາງດ້ານຄວາມຮູ້ຂັ້ນພື້ນຖານໃຫ້ແກ່ປະຊາຊົນ ເພື່ອນຳໃຊ້ເຂົ້າໃນການພັດທະນາຄຸນນະພາບຊີວິດຂອງເຂົາເຈົ້າເທົ່ານັ້ນ, ປະຊາຊົນ ຫຼາຍຄອບຄົວທົ່ວເມືອງຍັງທຸກຍາກ, ຍ້ອນລະດັບການສຶກສາ ແລະ ການຮຽນຮູ້ບໍ່ທັນສູງ, ບໍ່ທັນສາມາດນຳເອົາຄວາມກ້າວໜ້າດ້ານເທັກນິກວິທະຍາສາດ ມາໝູນໃຊ້ເຂົ້າໃນການດຳລົງຊີວິດ, ພັດທະນາຕົນເອງ ແລະ ຄອບຄົວໄດ້ ດັ່ງນັ້ນ, ເພື່ອສືບຕໍ່ເຮັດໃຫ້ວຽກງານການສຶກສາ ແລະ ກິລາຂອງເມືອງໄດ້ຮັບການພັດທະນາຢ່າງຮອບດ້ານ ບັນລຸເປົ້າໝາຍດ້ານການພັດທະນາ, ສືບຕໍ່ປະຕິບັດແຜນພັດທະນາການສຶກສາ ແລະ ກິລາ (2016-2020) ແລະແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກຮອດປີ 2020 ຈຶ່ງຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດ ໂດຍສະເພາະແມ່ນເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຖືເອົາການສຶກສາອົບຮົມແນວຄິດການເມືອງໃຫ້ແກ່ພະນັກງານຄູ-ອາຈານ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ຮຽກຮ້ອງໃຫ້ຄະນະພັກ ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງສັງຄົມ ພາກລັດ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ ຈົ່ງຊີ້ນຳໆພາ ໃຫ້ການຮ່ວມມືສະໜັບສະໜູນ, ອຳນວຍຄວາມສະດວກໃຫ້ແກ່ວຽກງານສຶກສາ ແລະ ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ, ພ້ອມທັງຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍ່າຫຼວດ ແລະ ປະຊາຊົນບັນດາເຜົ່າສືບຕໍ່ບຳລຸງຍົກລະດັບການສຶກສາໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ຮຽນຈົບຊັ້ນມັດທະຍົມຕອນຕົ້ນແລ້ວໃຫ້ສືບຕໍ່ຮຽນຊັ້ນມັດທະຍົມຕອນປາຍ ຕື່ມອີກ

   ສຳລັບເມືອງແອດ ແມ່ນໜຶ່ງໃນ 10 ເມືອງທີ່ຂຶ້ນກັບແຂວງຫົວພັນ, ເຊິ່ງບ້ານເທດສະບານ ເມືອງແອດ ມີພູມສັນຖານເປັນເຂດຫ້ວຍເລິກ, ພູຊັນແຕ່ມີຮູບຮ່າງສວຍງາມໄປຕາມທໍາມະຊາດ, ມີປ່າໄມ້ຂຽວງາມຕະຫຼອດປີ, ມີແກ້ງນໍ້າຕົກຕາດທີ່ສວຍງາມ, ເປັນເມືອງທີ່ມີທ່າແຮງດ້ານການພັດທະນາເສດຖະກິດ ແລະ ມີແຫຼ່ງທ້ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດຫຼາຍແຫ່ງ, ທິດເໜືອ ຕິດກັບ ເມືອງຊົ່ງມ່າ ແຂວງເຊີນລາ ສສ ຫວຽດນາມ, ທິດໃຕ້ຕິດກັັບ ເມືອງຊຳເໜືອ, ທິດຕາເວັນອອກຕິດກັບ ເມືອງຊຽງຄໍ້, ທິດຕາເວັນຕົກຕິດກັບ ເມືອງຊ່ອນ

   ເມືອງແອດ ມີເນຶ້ອທີ່ທັງໝົດ 1.330 ກິໂລແມັດ2, ປະກອບມີ 10 ກຸ່ມບ້ານໃຫຍ່, ມີ 77 ບ້ານ, ມີປະຊາກອນລວມທັງໝົດ 27,150 ຄົນ, ຍີງ 13.364 ຄົນ, ປະກອບມີ 3 ຊົນເຜົ່າ ຄື: ເຜົ່າລາວ-ໄຕ, ເຜົ່າມົ້ງ-ອິວມຽນ, ເຜົ່າມອນຂະແມ ສາມາດປະກາດ ບ້ານວັດທະນາທຳ 44 ບ້ານ, ບ້ານພັດທະນາ 43 ບ້ານ, ແລະ ບ້ານສາທາລະນາສຸກແບບຢ່າງ 61 ບ້ານ, ນັບຖືຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າແຕກຕ່າງກັນປະຊາຊົນສ່ວນໃຫຍ່ຖືເອົາອາຊີບເຮັດນາເປັນຕົ້ນຕໍ ແລະ ຖືເອົາການປູກພຶດເປັນສີນຄ້າ, ລ້ຽງສັດ, ຕໍ່າຫູກທໍໄໝ ເປັນຕົ້ນ,ປັດຈຸບັນຄວາມທຸກຍາກຂອງປະຊາກອນຍັງກວມເອົາ 24,52% GDP ສະເລ່ຍ 4,279,348 ກີບ ຕໍ່ຄົນຕໍ່ປີ ເທົ່າກັບ 535 ໂດລາສະຫະລັດຕໍ່ຄົນຕໍ່ປີ.

   ຕອນທ້າຍພິທີ, ທ່ານ ຮສ ປອ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃບຢັ້ງຢືນ ປະກາດຈົບຊັ້ນ ມັດທະຍົມຕອນຕົ້ນບຳລຸງ ທົ່ວເມືອງແອດ ໃຫ້ແກ່ ເມືອງແອດ ຮັບໂດຍ ທ່ານ ພັນທອງ ເຮີຫຼົງໄຈ ຮອງເຈົ້າເມືອງວຽງໄຊ ແລະ ໄດ້ມີການມອບໃບຢັ້ງຢືນ, ໃບຍ້ອງຍໍຂັ້ນກະຊວງ, ຂັ້ນແຂວງ ໃຫ້ບັນດາກົມກອງຫ້ອງການ, ຄອບຄົວ ແລະ ບຸກຄົນ, ນາຍບ້ານ ຕາມລໍາດັບຫຼັງຈາກນັ້ນ, ຄະນະນໍາໄດ້ຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຂ້ອງ 9 ບາດ ເພື່ອເປັນສັນຍາລັກໃນການປະກາດເມືອງແອດ ແຂວງຫົວພັນ ເປັນເມືອງ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຢ່າງເປັນທາງການ.

ໂດຍ: ສີສົມສັກ ພົມມາທຳ





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.