​ໄຟ​ໄຫມ້

ອັກ​ຄີໄພ​ປີຜ່ານມາ ​ເສ​ຍ​​ຫາຍ1.000ຕື້​ກວ່າ​ກີບ ມີຂະໜາດ​ຫຼາຍ​ກວ່າ​ເຄິ່ງຫນຶ່ງ​ຂອງເສດຖະກິດ ​ແຂວງ​ເຊ​ກອງ


ປີ 2017 ຜ່ານມາ, ທົ່ວປະເທດມີອັກຄີໄພເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສົມບັດຂອງລັດ ແລະ ປະຊາຊົນເປັນຈໍານວນຫຼວງຫຼາຍ, ເຮັດໃຫ້ຂາດທີ່ຢູ່ອາໄສ, ຂາດບ່ອນທໍາມາຫາກິນ ແລະ ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ; ເຊິ່ງ 1 ປີຜ່ານມາ ໃນທົ່ວປະເທດມີອັກຄີໄພເກີດຂຶ້ນ 175 ຄັ້ງ, ລວມມູນຄ່າຄວາມເສຍຫາຍ 1.064 ຕື້ 152.987.500 ກີບ.

ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃນວັນທີ 27 ກຸມພາ 2018, ເປັນກຽດເຂົ້າຮ່ວມໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຫົວໜ້າກົມ-ຮອງກົມ ແລະ ພະນັກງານ-ນັກຮົບອ້ອມຂ້າງເຂົ້າຮ່ວມ.

ພັທ ບໍລິວົງ ວົງຫຼວງລາດ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ໄດ້ໃຫ້ ຮູ້ວ່າ: 1 ປີຜ່ານມາ, ໃນທົ່ວປະເທດມີອັກຄີໄພເກີດຂຶ້ນ 175 ຄັ້ງ ແລະ ໄດ້ສ້າງຜົນເສຍຫາຍເປັນຈໍານວນຫຼວງຫຼາຍຄື:

ມີຄົນເສຍຊີວິດ 8 ຄົນ, ໄດ້ຮັບບາດເຈັບ 12 ຄົນ, ເຮືອນ 186 ຫຼັງ, ບ້ານພັກ 3 ຫ້ອງ, ຫ້ອງແຖວ 1 ຫ້ອງ, ເຮືອນຖືກລວກ 23 ຫຼັງ, ເຮືອນຕູບ 2 ຫຼັງ, ກຸຕິວັດ 4 ຫຼັງ, ຕະຫຼາດ 4 ແຫ່ງ, ຮ້ານຂາຍເຄື່ອງ 58 ຮ້ານ, ໂຮງງານ 2 ຫຼັງ, ຫ້ອງການ 1 ຫ້ອງ, ຫ້ອງນອນ 3 ຫ້ອງ, ເຮືອນຄົວ 1 ຫຼັງ, ຮ້ານອາຫານ 4 ຮ້ານ, ໂຮງສີເຂົ້າ 2 ຫຼັງ, ກະລາລົດ 1 ຫຼັງ, ລົດໃຫຍ່ 14 ຄັນ, ລົດຈັກ 9 ຄັນ, ໝາກເດືອຍ 20 ໂຕນ, ສາລີ 14 ໂຕນ, ໂຮງອົບໄມ້ 1 ຫຼັງ, ສາງເຄື່ອງ 1 ຫຼັງ, ສູນການຄ້າ 1 ແຫ່ງ, ຮ້ານແປງລົດ 1 ຮ້ານ, ຮ້ານຕັດຫຍິບ 1 ຮ້ານ, ໄມ້ທ່ອນ 200 ແມັດກ້ອນ, ໄມ້ສັກ 9 ຄິວ, ໄມ້ສໍາເລັດຮູບ 60 ແມັດກ້ອນ, ສວນຢາງພາລາ 3 ໄຮ່ ແລະ ເປັນສິ່ງຂອງອີກຈໍານວນໜຶ່ງລວມມູນຄ່າຄວາມເສຍຫາຍ 1.064 ຕື້ກວ່າກີບ;

 ໃນນີ້ສາເຫດທີ່ເຮັດໃຫ້ມີອັກຄີໄພເກີດໃນແຕ່ລະຄັ້ງລະຄັ້ງ ແມ່ນມາຈາກໄຟຟ້າລັດວົງຈອນ 65 ຄັ້ງ, ປະໝາດຂາດສະຕິ 22 ຄັ້ງ, ຄົນຈູດ 26 ຄັ້ງ, ໄຕ້ທູບ-ທຽນບູຊາ 14 ຄັ້ງ, ດັງໄຟແຕ່ງກິນ 14 ຄັ້ງ, ຍັງຢູ່ໃນຂັ້ນຕອນການສືບສວນ-ສອນສວນ 24 ຄັ້ງ, ບໍ່ຮູ້ຈັກສາເຫດ 10 ຄັ້ງ.

ອັນພົ້ນເດັ່ນທີ່ອັກຄີໄພເກີດຂຶ້ນໄດ້ສ້າງຄວາມເສຍຫາຍຫຼາຍກວ່າໝູ່ແມ່ນໄຟໄໝ້ສູນການຄ້າຊັງຈ່ຽງ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີອາຄານ 1 ຫຼັງ, ມີ 430 ຫ້ອງ, ລົດໃຫຍ່ 2 ຄັນ, ມູນຄ່າເສຍຫາຍ 634 ຕື້ກວ່າກີບ ແລະ ໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານອາຊິງໃຕ້ ເມືອງສະໝ້ວຍ ແຂວງສາລະວັນ ຜົນເສຍຫາຍມີເຮືອນ 33 ຫຼັງ ມູນຄ່າຄວາມເສຍຫາຍ 1 ຕື້ກວ່າກີບ.





​ແຫ​ລ່ງທີ່​ມາ​ຈາກ​ຫນັງສືພິມ​ຄວາມ​ສະຫງົ​ບ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.