LU03

ຈອມຍິງປະຕູ! ຟານ ເດີຊີ ຍິງຄົບ 300 ປະຕູໃນອາຊີບໄດ້ແລ້ວ


   ໂຣບັນ ຟານ ເພີຊີ ກອງໜ້າຂອງ ເຟເຢນູດ ຍິງຄົບ 300 ປະຕູໃນອາຊີບ ໄດ້ເປັນທີ່ຮຽບຮ້ອຍ ຫຼັງຍິງປະຕູຊ່ວຍໃຫ້ທີມເອົາຊະນະ ວິລເລ່ມ ທະເວ 3-0 ຜ່ານເຂົ້າຮອບຊີງຊະນະເລີດ ໃນລາຍການ ເຄເອັນວີບີ ຄັບ ເມື່ອວັນທີ 28 ກຸມພາ ທີ່ຜ່ານມາ ຫຼັງຈາກຫາກໍ່ຍ້າຍກັບມາຢູ່ກັບສະໂມສອນອີກຄັ້ງ ເມື່ອເດືອນມັງກອນ ທີ່ຜ່ານມາ.

   ຟານ ເພີຊີ ເຄີຍເປັນນັກເຕະຕົວເກັ່ງຂອງ ອາເຊນອລ ແລະ ແມນເຊັສເຕີ ຢູໄນເຕັດ ຍ້າຍກັບມາຢູ່ກັບ ເຟເຢນູດ ອີກຄັ້ງ ເມື່ອເດືອນມັງກອນ ທີ່ຜ່ານມາ ຫຼັງຈາກອໍາລາທີມໄປເມື່ອ 14 ປີກ່ອນ ແລະ ເຈົ້າຂອງດາວຍິງສູງສຸດຂອງ ພຣີເມຍລີກ ອັງກິດ 2 ສະໄໝ ກໍ່ຍິງຄົບ 300 ປະຕູໃນອາຊີບ ໄດ້ສໍາເລັດ.

   ສໍາລັບ ຟານ ເດີຊີ ຍິງໄປ 132 ປະຕູຈາກ 278 ນັດກັບ ອາເຊນອລ ກ່ອນຍ້າຍໄປ ແມນເຊັສເຕີ ຢູໄນເຕັດ ແລະ ຄວ້າແຊັມ ພຣີເມຍລີກ ອັງກິດ ໃນລະດູການ 2012-2013 ແລະ ລາວພໍ່ມີສະຖິຕິດີຂຶ້ນໃນການຫຼິ້ນໃຫ້ກັບ ເຟເຢນູດ ໂດຍຍິງໄດ້ທຸກໆ 67 ນາທີນັບຕັ້ງແຕ່ຍ້າຍກັບໄປຮ່ວມທີມເກົ່າອີກຄັ້ງ.
   ສ່ວນໃນນາມທີມຊາດ ຟານ ເພີຊີ ອາຍຸ 34 ປີຍິງໃຫ້ກັບທີມຊາດຮອນແລນ 50 ປະຕູ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.