LU03

ເດົາເບິ່ງ 5 ສິ່ງທີ່ ເມສຊີ - ໂຣນັລໂດ ຍັງເຮັດບໍ່ໄດ້ໃນວົງການບານເຕະ ມີຫຍັງແດ່ໄປເບິ່ງເລີຍ


   ປະຕິເສດບໍ່ໄດ້ວ່າ ໃນໄລຍະ 10 ປີທີ່ຜ່ານມາ ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ແລະ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຣີລ ມາດຣິດ ຄືນັກເຕະທີ່ຍິ່ງໃຫຍ່ທີ່ສຸດໃນວົງການບານເຕະ ດ້ວຍການສ້າງສະຖິຕິຢ່າງຫຼວງຫຼາຍ ແລະ ທັງສອງຄວ້າລາງວັນໝາກບານຄໍາ ຫຼື ບັລລົງດໍ ມາຄອງໄດ້ 5 ສະໄໝເທົ່າກັນ ນັ້ນຄືບົດພິສຸູດວ່າເປັນເບີ 1 ຂອງວົງການບານເຕະ, ຢ່າງໃດກໍ່ຕາມ ຍັງມີ 5 ສິ່ງທີ່ທັງສອງຄົນເຮັດບໍ່ໄດ້ ຕາມເວັບ ສະປອດກີລາ ຕ່າງປະເທດ ລາຍງານດັ່ງນີ້:


1.ຍິງປະຕູລວມຫຼາຍບທີ່ສຸດໃນ ຢູໂຣປ້ຽນ ຄັບ ຮອບຊີງຊະນະເລີດ.
   ອັລເຟຣໂດ ດິ ສະເຕຟາໂນ ຕໍານານກອງໜ້າ ຣີລ ມາດຣິດ ຄອງສະຖິຕິເປັນນັກເຕະທີ່ຍິງປະຕູລວມໃນນັດຊີງຊະນະເລີດ ຢູໂຣປ້ຽນ ຄັບ ຫຼື ຢູຟາ ແຊັມປ້ຽນລີກ ໃນປັດຈຸບັນ ໂດຍລາວຍິງໄປ 7 ປະຕູຈາກການລົງແຂ່ງຂັນນັດຊີງ 5 ນັດ. ຂະນະທີ່ ໂຣນັລໂດ ຍິງໄປແລ້ວ 4 ໜ່ວຍ ແລະ ເມສຊີ ຍິງໄປແລ້ວ 2 ໜ່ວຍ ຕ້ອງລຸ້ນທໍາລາຍຕໍ່ໄປ.


2.ຍິງໃນ ລາລີກາ ສະເປນ ນັດດຽວໄດ້ຫຼາຍທີ່ສຸດ.
   ເມສຊີ ເປັນດາວຍິງສູງສຸດຂອງ ລາລີກາ ສະເປນ ຫຼັງຍິງໄປແລ້ວ 369 ປະຕູຈາກ 403 ນັດ. ຂະນະທີ່ ໂຣນັລໂດ ເປັນອັນດັບ 2 ທີ່ 297 ປະຕູ ຈາກ 248 ນັດ, ເຊິ່ງໃນນັ້ນ ເມສຊີ ຍິງໄດ້ຫຼາຍທີ່ສຸດໃນນັດດຽວ 4 ໜ່ວຍນັດທີ່ພົບກັບ ບາເລນເຊຍ ເມື່ອປີ 2012, ສ່ວນ ໂຣນັລໂດ ຍິງໄດ້ 5 ປະຕູນັດພົບກັບ ເອັສປັນຢອລ ເມື່ອປີ 2015. ຢ່າງໃດກໍ່ຕາມ, ສະຖິຕິທີ່ຍິງໄດ້ສູງສູດໃນນັດດຽວຍັງເປັນຂອງ ລາສໂລ ຄູບາລາ ອະດີດກອງໜ້າຂອງບາເຊໂລນາ ທີ່ຍິງໄປເຖິງ 7 ປະຕູ ໃນນັດທີ່ພົບກັບ ສະປອດຕິ້ງ ກິຈອນ ເມື່ອປີ 1952.


3.ຍິງປະຕູໄດ້ຫຼາຍທີ່ສຸດໃນບານໂລກ ຮອບສຸດທ້າຍ.
   ເມສຊີ ຍິງໄດ້ແລ້ວ 5 ປະຕູໃນບານໂລກຮອບສຸດທ້າຍ, ສ່ວນ ໂຣນັລໂດ ຍິງໄດ້ 3 ປະຕູ, ຂະນະທີ່ ສະຖິຕິສູງສຸດຍັງເປັນຂອງ ມິໂຣສລາຟ ໂຄລເຊ ຕໍານານກອງໜ້າທີມຊາດເຢຍລະມັນ ທີ່ຄອງສະຖິຕິຍິງປະຕູສູງສຸດໃນບານໂລກ ຮອບສຸດທ້າຍ ຫຼັງຍິງໄດ້ເຖິງ 16 ປະຕູ.




4.ຍິງໃນລີກຕໍ່ລະດູການໄດ້ຫຼາຍທີ່ສຸດ.
   ເມສຊີ ເຄີຍໄດ້ຮັບລາງວັນດາວຍິງສູງສຸດ ລາລີກາ ສະເປນ ມາແລ້ວ 4 ສະໄໝ ແລະ ເຄີຍຍິງໄດ້ຫຼາຍສຸດທີ 50 ປະຕູ ເມື່ອລະດູການ 2011-2012, ສ່ວນ ໂຣນັລໂດ ເຄີຍໄດ້ລາງວັນດາວຍິງສູງສຸດ 3 ສະໄໝ ແລະ ເຄີຍຍິງໄດ້ສູງສຸດທີ 48 ໜ່ວຍ ເມື່ອລະດູການ 2014-2015, ແຕ່ສະຖິຕິສູງສຸດເປັນຂອງ ເຟເຣນ ອີອັດ ຕໍານານກອງໜ້າທີມຊາດຮົງກາຣີ ທີ່ຍິງໃຫ້ກັບ ສະໂມສອນ ເຊນໂຕລຣິນຊີ ໃນລີກບ້ານເກີດ 66 ປະຕູ ເມື່ອລະດູການ 1945-1946.

5.ເຮັດແຮດທຣິກ ( ຍິງ 3 ປະຕູໃນນັດດຽວ ) ໃນອາຊີບໄດ້ຫຼາຍທີ່ສຸດ.
   ເມສຊີ ເຮັດແຮດທຣິກໄດ້ 28 ຄັ້ງໃນ ລາລີກາ ສະເປນ, ສ່ວນ ໂຣນັລໂດ ເຮັດໄດ້ 32 ຄັ້ງ ແຕ່ລວມທຸກລາຍການ ເມສຊີ ເຮັດໄດ້ 44 ຄັ້ງ ແລະ ໂຣນັລໂດ ເຮັດໄດ້ 49 ຄັ້ງ. ແຕ່ຍັງໜ້ອຍກວ່າ ເປເລ ຕໍານານກອງໜ້າຊາວບຣາຊະນ ທີ່ເຮັດໄດ້ເຖິງ 92 ແຮດທຣິກ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.