ຄວນເກັບໄວ້

ຊອງນ້ອຍໆນີ້ ເກັບໄວ້ໃຊ້ປະໂຫຍດຫຼາຍຢ່າງ




ເວລາເຮົາຊື້ເຄື່ອງຂອງກິນສຳເລັດຮູບ ຫຼື ຜະລິດຕະພັນບາງຢ່າງເຊັ່ນເກີບ ກໍ່ມັກຈະເຫັນຊອງສານກັນຄວາມຊຸ່ມນ້ອຍໆຢູ່ນຳ ,  ຄິດວ່າຫຼາຍຄົນຄືຊິເປັນຄືກັນປະມານວ່າບໍ່ຫຼາຍເລື່ອງດຶກລົງກະຕ່າຂີ້ເຫຍື້ອເລີຍ ແຕ່ທ່ານຮູ້ບໍວ່າໃນນັ້ນຍັງສາມາດນຳໄປໃຊ້ປະໂຫຍດໄດ້ອີກຫຼາຍຢ່າງ ຊຶ່ງຈະຊ່ວຍປະຢັດເວລາ ພະລັງງານ ແລະເງິນໃນກະເປົາຂອງທ່ານອີກ. ແຕ່ຢ່າລືມວ່າຕ້ອງເກັບໄວ້ໄກໆຈາກເດັກເທົ່ານັ້ນກໍ່ພໍ.



ປະໂຫຍດ ຂອງຖົງສານກັນຄວາມຊຸ່ມນັ້ນກໍ່ຄື
1. ໂທລະສັບມືຖືຕົກນໍ້າກັບມາໃຊ້ໄດ້ອີກຄັ້ງ ພຽງແຕ່ເອົາໂທລະສັບທີ່ປຽກນໍ້າໄວ້ໃນພື້ນທີ່ປິດທີ່ຊອງກັນຊຸ່ມຢູ່ ຂ້າມຄືນມາມື້ອື່ນໂທລະສັບຂອງທ່ານກໍ່ຈະຟື້ນຄືນຊີບກັບມາໃຊ້ງານໄດ້ຄືເກົ່າອີກ.

2. ຊ່ວຍກຳຈັດຮອຍເປື້ອນຈາກລົດທີ່ຈອດໄວ້ ແລະນໍ້າໝອກຈັບແລ້ວເກີດເປັນຄາບຕາມແວ່ນຕ່າງໆນັ້ນ ໃຫ້ເອົາຖົງສານກັນຊຸ່ມນັ້ນວາງໄວ້ໃນລົດ ຄາບນັ້ນກໍ່ຈະຫາຍໄປ.




3. ຊ່ວຍຢືດອາຍຸການໃຊ້ງານຂອງມີດແຖ ວິທີໃຊ້ຄືໃຫ້ເອົາມີດແຖໄປໄວ້ໃນກັບ ຫຼື ຊອງທີ່ມີຖົງສານກັນຄວາມຊຸ່ມ ກໍ່ຈະເຮັດໃຫ້ພື້ນທີ່ແຫ້ງມີດແຖບໍ່ເກີດໝ້ຽງງ່າຍ.

4. ຊ່ວຍໃຫ້ກະເປົາໃສ່ເສື້ອຜ້າບໍ່ອັບ ບໍ່ຊຸ່ມ ປາສະຈາກການເກີດເຊື້ອລາຕ່າງໆ ພຽງແຕ່ເອົາຊອງກັນຄວາມຊຸ່ມນ້ອຍໆນັ້ນໄວ້ຢູ່ໃນກະເປົາ ກໍ່ສະບາຍໃຈຫາຍຫ່ວງໄດ້ເລື່ອງທີ່ຈະເກີດເຊື້ອແບັດທີເຣຍໃນເຄື່ອງນຸ່ງຂອງທ່ານອີກ.



5. ຊ່ວຍຮັກສາພາບຖ່າຍເກົ່າໆບໍ່ໃຫ້ຈືດຈາງ ເພາະຮູບພາບເຫຼົ່ານັ້ນເມື່ອຖືກເກັບໄວ້ໃນພື້ນທີ່ຊຸຸຸ່ມກໍ່ຈະເຮັດໃຫ້ຂຶ້ນໄຄ ຫຼືຕົກໂໝກໄດ້ ແຕ່ຖ້າມີຊອງສານກັນຄວາມຊຸ່ມນີ້ຢູ່ນຳຈະຊ່ວຍໃຫ້ພາບເຫຼົ່ານັ້ນແຈ້ງຊັດເຈນໄດ້ຕະຫຼອດ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.