LU03

ມາເບິ່ງເງື່ອນໄຂ ສໍາລັກນັກຮຽນສາມັນ ຜູ້ທຸກຍາກ-ດ້ອຍໂອກາດ ທີ່ໄດ້ຮັບເບ້ຍລ້ຽງ ເພິ່ນກໍານົດເອົາ…


   ຄໍາລໍ້າສຶກສາພາຄິດ ກ່ອນນອນຄໍ່າຄືນນີ້ ກັບແອັດມິນນົກ ຈະນໍາມາເບິ່ງອີກຢ່າງທີ່ສໍາຄັນທີ່ສຸດ ສໍາລັບເດັກນ້ອຍນັກຮຽນ ໂດຍສະເພາະຜູ້ທີ່ທຸກຍາກຂາດເຂີນນັ້ນ ກໍ່ຄື  ເງິນເບ້ຍລ້ຽງສໍາລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ.

   ເງິນເບ້ຍລ້ຽງສໍາລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໝາຍເຖິງເງິນສໍາລັບຄ່າເຄື່ອງແບບນັກຮຽນ, ຄ່າອຸປະກອບການສຶກສາ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ຈໍາເປັນໃນການຮຽນ, ໂດຍນັກຮຽນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ ແມ່ນນັກຮຽນທີ່ມາຈາກຄອບຄົວທຸກຍາກ, ຂາດເຂີນ, ກໍາພ້າ, ກໍາພອຍ, ຂາດທີ່ເພິ່ງພາອາໄສ, ນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກ, ຜູ້ພິການ, ນັກຮຽນຍິງ, ຊົນເຜົ່າ, ຜູ້ມີພອນສະຫວັນ ແລະ ຜູ້ຮຽນເກັ່ງ.

   ອີງຕາມ ດໍາລັດ ວ່າດ້ວຍ ເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັກສຶກສາ ໝວດທີ 2 ເງື່ອນໄຂນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງ ມີດັ່ງນີ້:

  #ມາດຕາ 7 ເງື່ອນໄຂນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງ.
   ຕ້ອງແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ ເຊິ່ງໄດ້ຜ່ານການຄັດເລຶອກຈາກຂະແໜງການສຶກສາທິການ ແລະ ກິລາ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕາມເກນມາດຕະຖານຕົ້ນຕໍດັ່ງນີ້:
1.ສະຖານະພາບທາງດ້ານຄອບຄົວທຸກຍາກ ຕາມມາດຕະຖານທີ່ກໍານົດໄວ້, ມີລູກຫຼາຍຄົນ ແລະ ເຮັດການຜະລິດບໍ່ກຸ້ມກິນ.ຜ
2.ໃຫ້ບູລິມະສິດ ເພດຍິງ ແລະ ຊົນເຜົ່າ.
3.ເດັກພິການທີ່ມີຄວາມພ້ອມ ແລະ ສາມາດຮຽນຮ່ວມກັບເດັກປົກກະຕິໄດ້.
4.ລະດັບການສຶກສາຂອງພໍ່ ແລະ ແມ່ ຕໍ່າ ຫຼື ກືກໜັງສື.
5.ໄລຍະທາງໄກ ແຕ່ເຮືອນ ຫາ ໂຮງຮຽນ.


#ມາດຕາ 8 ຫຼັກການລວມໃນການຄັດເລຶອກ   
   ຜົນການຄັດເລຶອກນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ຕາມເກນມາດຕະຖານ ທີ່ໄດ້ກໍານົດໄວ້ໃນມາດຕາທີ 7 ໂດຍຈັດບູລິມະສິດ ດັ່ງນີ້:
1.ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນລະຫວ່າງ ເພດຍິງ ແລະ ຊາຍ ໃຫ້ເລືອກເອົາເພດຍິງ.
2.ນັກຮຽນທີ່ມີເງື່ອນໄຂໃກ້ຄຍງກັນ ລະຫວ່າງ ຊົນເຜົ່າລາວ ແລະ ຊົນເຜົ່າອື່ນໆ ໃຫ້ເລືອກເອົາຊົນເຜົ່າອື່ນໆ.


   ຕິດຕາມຄໍລໍ້າ ສຶກສາພາຄິດ ຕອນຕໍ່ໄປ “ວິທີການຄັດເລຶອກ ແລະ ການສະໜອງເບ້ຍລ້ຽງ” ໄດ້ບົດໜ້າ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.