2 ຄົນຄາໃນລົດ

ລົດຕູ້ຕຳກັນເຊິ່ງໜ້າ 2 ຄົນຄາໃນລົດ





ໃນວັນທີ28/2/2018ເວລາປະມານ 23:38 ນາທີໄດ້ເກີດອຸບັດຕິເຫດລົດຕູ້ຕໍາກັນໜ້າຕໍ່ໜ້າຢ່າງຮຸນແຮງ ຢູ່ເຂດບ້ານນໍ້າແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງມີຄົນເຈັບ 2 ຄົນຕິດພາຍໃນລົດ ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງວຽງຈັນ ຈຶ່ງໄດ້ກະກຽມອຸປະກອນກູ້ໄພ ເຄື່ອງຕັດງັດ ພ້ອມອາສາສະມັກກູ້ຊີບແລະກູ້ໄພນະຄອນຫຼວງ ອອກໃຫ້ການຊ່ວຍເຫຼືອ.



ເມື່ອຮູ້ຂ່າວທີມອາສາກູ້ໄພນະຄອນຫຼວງວຽງຈັນ ໄດ້ອອກເດີນທາງຈາກນະຄອນຫຼວງວຽງຈັນໄປຫາເມືອງໂພນໂຮງ ທັນທີ ເມື່ອເຖິງຈຸດເກີດເຫດພົບເຫັນຜູ້ບາດເຈັບ 1 ຄົນທີ່ຍັງຕິດໃນລົດ ແລະ ອີກ 1 ຄົນສາມາດອອກມາໄດ້ແລ້ວພີ່ນ້ອງນຳສົ່ງໂຮງໝໍແຂວງກ່ອນ ທີມກູ້ໄພຈຶ່ງໄດ້ເຂົ້າປະເມີນສະພາບເພື່ອກະກຽມຕັດງັດ ຮ່າງຜູ້ບາດເຈັບອອກຈາກລົດ ເຊິ່ງໃຊ້ເວລາຕັດງັດປະມານ 10 ນາທີຈຶ່ງສາມາດອອກໄດ້.



 ທີ່ຕ້ອງໃຊ້ເວລາດົນໃນການເອົາຜູ້ບາດເຈັບອອກ ເພາະສະພາບຖືກຕໍາຢ່າງແຮງເຮັດໃຫ້ໂຄງລົດຫຍໍ້ໜີບເອົາຂາແລະໂຕຜູ້ບາດເຈັບ ເຊິ່ງມີອາການບາດແຜຈີກຂາດເປັນບໍລິກວ້າງ ແລະ ກະດູກຫັກ ທີມກູ້ຊີບຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປໂຮງໝໍ150ຕຽງໂດຍດ່ວນທີ່ສຸດ.


ອຸປະຕິເຫດເກີດຂຶ້ນໄດ້ທຸກເມື່ອ ຂໍໃຫ້ທຸກຄົນຂັບຈີ່ລົດຢ່າງລະວັງ ບາງຄັ້ງບໍ່ຈຳເປັນຕ້ອງໄວຫຼາຍເພື່ອຄວາມປອດໄພທາງຊີວິດ ແລະຊັບສິນຂອງຕົວທ່ານເອງ ແລະຄົນຮອບຂ້າງ. ຂໍໃຫ້ຜູ້ບາດເຈັບຫາຍໄວໆເດີ!!!!












-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.