ຂ່າວເສົ້າ

ເກີດເຫດເສົ້າ ເອື້ອຍລົງຊ່ວຍນ້ອງຈົມນ້ຳນ້ອງລອດ ແຕ່ເອື້ອຍເສຍ



ທີ່ແຂວງ ສະຫວັນນະເຂດ ວັນທີ 01/03/2018 ເວລາ 14:40 ນາທີ ມີຄົນຕົກນໍ້າຫນອງເຂດບ້ານ ໄຊຍະມຸງຄຸນ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ຊຶ່ງນ້ອງຈົມລົງກ່ອນເອື້ອຍລົງຊ່ວຍແຕ່ໝົດແຮງກ່ອນຈິ່ງຈົມນ້ຳເສຍຊີວິດ.


ເມື່ອໜ່ວຍກູ້ໄພແຂວງສະຫວັນນະເຂດ ໄປເຖິງຈຸດຮັບແຈ້ງເຫດ ແມ່ນໄດ້ພົບຫ່າງຜູ້ເສຍຊີວີດ ເປັນເພດຍີງ ອາຍຸປະມານ12ປີ ປະຊາຊົນບ້ານ ໄຊຍະມຸງຄຸນ ທີ່ເຮັດໃຫ້ຜູ້ກ່ຽວເສຍຊີວິດ ແມ່ນຂາດອາກາດຫາຍໃຈຫລາຍນາທີ ແລະ ໝົດແຮງກ່ອນຂຶ້ນສູ່ຟັ່ງ.



ອີງຕາມບອກເລົ່າຂອງຜູ້ເຫັນເຫດການ ຜູ້ເສຍຊີວິດໄດ້ລົງຫລີ້ນນໍ້າກັບນ້ອງ ແລະ ຫມູ່ທັງຫມົດ 6 ຄົນ ຢູ່ຫນອງສະເລີກປະມານ3-4ແມັດ ແຕ່ນ້ອງລົງໄປເລິກບໍ່ສາມາດຂຶ້ນມາໄດ້ ນ້ອງແລະຫມູ່ຈິ່ງຂໍຄວາມຊ່ວຍເຫຼືອຈາກຜູ້ເປັນເອື້ອຍ, ເອື້ອຍຈິ່ງລົງຊ່ວຍເຫຼືອນ້ອງຈົນແຮງຫມົດ ແລະຈົມນໍ້າເສຍຊີວິດໃນທີ່ສຸດ.





ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງ ແລະຄອບຄົວຂອງຜູ້ເສຍຊີວິດດ້ວຍ

ຂອບໃຈຂ່າວຈາກໜ່ວຍກູ້ໄພແຂວງສະຫວັນນະເຂດ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.