ສາທາ

ສະຫະລັດອາເມລິກາ ມອບໂຮງໜໍໃໝ່ໃຫ້ແຂວງສາລະວັນແລະສຸກສາລາຫລັງໃໝ່ໃຫ້ແຂວງເຊກອງ



ສະຖານທູດສະຫະລັດອາເມລິກາແລະສູນບັນຊາການກອງທັບສະຫະລັດປະຈໍາພາພື້ນປາຊີຟິກໄດ້ມອບຮັບໂຮງໝໍເມືອງຫລັງໃໝ່ຈຳນວນສາມແຫ່ງແລະສຸກສາລາໃໝ່ໜຶ່ງແຫ່ງຢ່າງເປັນທາງການໃຫ້ແກ່ບັນດາເມືອງຕຸ້ມລານ, ເມືອງສະຫມ້ວຍແຂວງສາລະວັນແລະເມືອງທ່າແຕງແຂວງເຊກອງ. ພິທີມອບຮັບຢ່າງເປັນທາງການນີ້ໄດ້ຈັດຂື້ນໃນວັນທີ27ກຸມພາ2018ທີ່ເມືອງຕຸ້ມລານແລະເມືອງທ່າແຕງແລະໃນວັນທີ28ກຸມພາ2018ຢູ່ທີ່ເມືອງສະໝ້ວຍ.

ແຕ່ລະໂຄງການຂອງກໍ່ສ້າງໂຮງໝໍເມືອງແລະສຸກສາລາຫລັງໃໝ່ເຊີ່ງຕັ້ງຢູ່ບໍລິເວນພື້ນທີ່ເກົ່າທີ່ຍັງມີການນຳໃຊ້ແລະໃຫ້ບໍລິການຢູ່ໃນປະຈຸບັນ. ບັນດາຕືກອາຄານຫລັງໃໝ່ນີ້ຈະຊ່ວຍເສີມຂະຫຍາຍຄວາມອາດສາມາດໃນການໃຫ້ບໍລິການຂອງພະແນກສາທາລະນະສຸກແຂວງກໍ່ຄືໃຫ້ແກ່ປະຊາຊົນຢູ່ທັງສອງແຂວງດັ່ງກ່າວ. ເຊີ່ງມູນຄ່າການກໍ່ສ້າງຂອງໂຄງນີ້ລວມກັນແລ້ວແມ່ນຫລາຍກວ່າສອງລ້ານໂດລາສະຫະລັດ.

ທ່ານນາງຣີນາບິດເຕີເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳສປປລາວໄດ້ເປັນກຽດເຂົ້າຮ່ວມໃນພິທີມອບຮັບໂຮງໝໍເມືອງຫລັງໃໝ່ຢູ່ທີ່ເມືອງຕຸ້ມລານພ້ອມດ້ວຍທ່ານເຈົ້າແຂວງແຂວງສາລະວັນພະນະທ່ານສີສຸວັນວົງຈອມສີແລະຢູ່ທີ່ເມືອງທ່າແຕງໂດຍທ່ານເຈົ້າແຂວງແຂວງເຊກອງພະນະທ່ານຄຳເຜີຍບຸດດາວຽງ.

ໂຄງການເລົ່ານີ້ແມ່ນໄດ້ຖຶກສ້າງຂື້ນບໍ່ພຽງແຕ່ຊ່ວຍເຫລືອປະຊາຊົນລາວເທົ່ານັ້ນແຕ່ຍັງເປັນການຊ່ວຍເຫລືອສປປລາວເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ທ່ານນາງຣີນາບິດເຕີໄດ້ກ່າວວ່າ: ຂ້າພະເຈົ້າເຊື່ອວ່າໂຄງການຕ່າງໆເລົ່ານີ້ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງສະຫະລັດອາເມລິກາແລະສປປລາວໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ, ແລະຈະເປັນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດອີກດ້ວຍ.

ໃນພິທີມອບຮັບຢູ່ທີ່ເມືອງສະໝ້ວຍແຂວງສາລະວັນກໍ່ໄດ້ມີບັນດາເຈົ້າໜ້າທີ່ອາວຸໂສຈາກທາງແຂວງແລະເມືອງຜູ້ຕາງໜ້າຂອງສປປລາວຈາກກະຊວງການຕ່າງປະເທດແລະກະຊວງປ້ອງກັນປະເທດແລະຕາງໜ້າໃຫ້ແກ່ສະຖານເອກອັກຄະລັດຖະທູດສະຫະລັດອາເມລິກາໂດຍທ່ານພັນໂທໂທມັດບູຈີລ້ອນເຈົ້າໜ້າທີ່ອາວຸໂສຝ່າຍປ້ອງກັນຊາດແລະທູດທະຫານພ້ອມດ້ວຍພະນັກງານຂອງສະຖານເອກອັກຄະລັດຖະທູດສະຫະລັດອາເມລິກາເປັນກຽດເຂົ້່າຮ່ວມ.


ໂຄງການເລົ່ານີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ການຮ່ວມມືແລະປະຕິບັດງານຮ່ວມກັນລະຫວ່າງສູນບັນຊາການກອງທັບສະຫະລັດປະຈໍາພາກພື້ນປາຊີຟິກ, ກະຊວງສາທາລະນະສຸກແລະກະຊວງປ້ອງກັນປະເທດໃນການປັບປຸງແລະພັດທະນາລະບົບສາທາລະນະສຸກຢູ່ໃນສປປລາວໃຫ້ນັບມື້ນັບດີຂື້ນເພື່ອປະກອບສ່ວນເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.




ແຫລ່ງທີ່ມາຈາກສະຖານທູດອາເມລິກາປະຈຳລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.