ການສຳຫຼວດ

ອັດຕະປືສຳຫຼວດແລ້ວກຳນົດ 1.500 ກວ່າເຮັກຕາ ເປັນປ່າຜະລິດ




      ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ( SUFORD – SU ) ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງປະຕິ
ບັດການຄຸ້ມຄອງປ່າຜະລິດຢູ່ແຂວງອັດຕະປື ຂື້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງເມື່ອວັນທີ 27 ກຸມພາ 2017 ໂດຍການເປັນປະທານຂອງທ່ານ ສຸກສະໄໝ ຈັນທະມາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື, ທ່ານ ນາງ ວີໄລພອນ ວໍລະພີມ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ມີຕາງໜ້າຈາກຫ້ອງການ,ຂະແໜງການຂອງພະແນກກະສິກຳ ແລະ ປ່າໄມ້, ພະແນກການ ແລະ ໂຄງການເຂົ້າຮ່ວມທັງໝົດ 31 ທ່ານ. ຍິງ 5 ທ່ານ.



ທ່ານບຸນເນົາ ມັດສາວົງ ຫົວໜ້າຂະແໜງປ່າໄມ້ຂື້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການສຳຫຼວດ ແລະ ຈັດສັນປ່າຜະລິດໃນໄລຍະ 1 ປີຜ່ານມາ ( ປີ 2017 ) ວ່າ: ເພື່ອຄຸ້ມຄອງປ່າໄມ້ໃຫ້ມີຄວາມຍືນນານໂດຍການມີສ່ວນຮ່ວມຂອງປະຊາຊົນໃນການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ໃຫ້ເກີດປະໂຫຍດອັນຍາວນານທາງດ້ານເສດຖະກິດ - ສັງຄົມ, ສະພາບແວດລ້ອມນັ້ນ ໃນການຈັດສັນ ຄຸ້ມຄອງປ່າໄມ້ໃນເຂດປ່າຜະລິດແມ່ນເລີ່ມຈາກການຈັດສັນປ່າໄມ້ທີ່ອຸດົມສົມບູນເພື່ອນຳໃຊ້ທ່າແຮງໃນການຂຸດຄົ້ນໄມ້ເພື່ອເປັນສິນຄ້າ ພ້ອມທັງເນັ້ນໃສ່ການຟື້ນຟູປ່າທີ່ຊຸດໂຊມໃຫ້ກາຍເປັນພື້ນທີ່ປ່າທີ່ອຸດົມສົມບູນໃນອະນາຄົດ.



ການຟື້ນຟູປ່າໄມ້ເຂດປ່າຜະລິດ ຫລື ບ້ານເປົ້າໝາຍທີ່ນອນໃນ ແລະ ຕິດແປະເຂດປ່າຜະລິດ ແມ່ນເປັນສ່ວນນຶ່ງໃນການເພີ່ມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໃດ້ 75% ໂດຍໃດ້ກຳນົດເອົາ 3 ຮູບແບບໃນການຟື້ນຟູຄື: ຟື້ນຟູແບບການປູກເສີມ, ຟື້ນຟູແບບການປູກສັບຫວ່າງ ແລະ ຟື້ນຟູແບບອະນາໄມສິ່ງກີດຂວາງການຈະເລີນເຕີບໂຕຂອງຕົ້ນໄມ້ ປະຈຸບັນໄດ້ກຳນົດເນື້ອທີ່ການຟື້ນຟູທັງໝົດ 1.564,50 ເຮັກຕາ.



 ໃນນັ້ນ 25 ເຮັກ ແມ່ນການຟື້ນຟູປູກສັບຫວ່າງ ແລະ 1.539,50  ເຮັກຕາ ແມ່ນການຟື້ນຟູດ້ວຍການອະນາໄມສິ່ງກີດຂວາງການຈະເລີນເຕີບໂຕຂອງຕົ້ນໄມ້ ມາຮອດປະຈຸບັນ ການສຳຫລວດຈັດສັນປ່າສາມາດປະຕິບັດບັນລຸແຜນການໃນ 4 ເມືອງຄື: ເມືອງພູວົງ,ເມືອງຊານໄຊ,ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ ມີ 3 ເຂດປ່າຜະລິດເນື້ອທີ່ທັງໝົດ 201.458 ເຮັກຕາ ໃນນັ້ນມີປ່າຜະລິດເຊຄຳ - ແບ່ງວີໄລ ມີເນື້ອທີ່ 37.682 ເຮັກຕາ, ປ່າຜະລິດຫ້ວຍວີ - ນ້ຳປາມີເນື້ອທີ່ 75.037 ເຮັກຕາ ແລະ ປ່າຜະລິດນ້ຳກົງ ມີເນື້ອທີ່ 88.559 ເຮັກຕາ.



ການພັດທະນາຊີວິດການເປັນຢູ່ຂອງຊາວບ້ານແມ່ນເປັນອີກວຽກໜຶ່ງທີ່ສຳຄັນ ໂດຍໄດ້ກະທົບເຂົ້າໃສ່ກິດຈະກຳຂອງໂຄງການ ເພື່ອຊ່ວຍໃຫ້ຊາວບ້ານທີ່ນອນໃນ ຫຼື ຕິດແປະປ່າຜະລິດໃດ້ມີສ່ວນຮ່ວມໃນການຄຸ້ມຄອງປ່າໄມ້ໃຫ້ມີຄວາມຍືນນານ ດັ່ງນັ້ນ ທາງໂຄງການໄດ້ສົ່ງເສີມທຶນພັດທະນາບ້ານໃຫ້ປະຊາຊົນໃນບ້ານເປົ້າໝາຍຂອງໂຄງການປະຕິບັດກິດຈະກຳດ້ານການປູກ, ການລ້ຽງ ແລະ ຫັດຖະກຳຕາມຄວາມເໝາະສົມຂອງສະພາບພື້ນທີ່ ຫຼື ຄວາມຕ້ອງການຂອງຊາວບ້ານສະເລ່ຍ 64 ລ້ານກີບຕໍ່ບ້ານ ມີທັງໝົດ 53 ບ້ານ.



 
                                                                                      ຂ່າວ: ອູ່ທອງ ສີຫາລາດ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.