ຄວາມພ້ອມ

ຝັນໄກຕ້ອງໄປໃຫ້ເຖິງຢ່າລໍຄອຍຈົນທຸກຢ່າງພ້ອມ





ເຊື່ອວ່າຫຼາຍທ່ານຄົງມັກໃຊ້ຂໍ້ອ້າງທີ່ວ່າ "ດຽວຖ້າພ້ອມກ່ອນ" ໃນເວລາທີ່ມີແຜນຈະເລີ່ມວຽກງານໃດໜຶ່ງ ແຕ່ສຳລັບຜູ້ທີ່ປະສົບຜົນສຳເລັດແລ້ວເຂົາແນະນຳວ່າ ຢ່າເອົາຄຳນັ້ນມາເປັນຂໍ້ອ້າງເພາະວ່າມັນບໍ່ມີມື້ນັ້ນດອກທີ່ຈະມີທຸກຢ່າງພຽບພ້ອມຖ້າເຮົາບໍ່ເລີ່ມແຕ່ມື້ນີ້.

ເຫັນຂໍ້ຄິດດີໆນີ້ແລ້ວແອັດມິນດ້ວງອົດບໍ່ໄດ້ທີ່ຈະເອົາມາຝາກທ່ານຜູ້ອ່ານ ເພາະວ່າທຸກສິ່ງຢ່າງລ້ວນມີຈຸດເລີ່ມຕົ້ນຖ້າເລີ່ມໂດຍບໍ່ມີອຸປະສັກກໍ່ຖືວ່າເປັນໂຊກ ແຕ່ຖ້າມີບັນຫາ ເຮັດໃຫ້ລົ້ມເຫຼວກໍ່ຖືເປັນບົດຮຽນໃຫ້ເຮົາໄດ້ສູ້ໃໝ່ ດີກວ່າບໍ່ໄດ້ເຮັດຫຍັງເລີຍ.



ແຕ່ການຮຽນຮູ້ກ່ອນລົງມືທຳນັ້ນມີຄວາມຈຳເປັນແທ້ ຫາກບໍ່ແມ່ນຈະໃຫ້ເສຍເວລາຮຽນຮູ້ຢ່າງເລິກເຊິ່ງພຽງພາກທິດສະດີ ແຕ່ຍັງບໍ່ມີການລົງຕົວຈິງເພາະທິດສະດີ ແລະພາກປະຕິບັດມີຫຼາຍສິ່ງທີ່ຕ້ອງໄດ້ສຶກສາໄປບໍ່ສິ້ນສຸດ. ດັ່ງນັ້ນຢ່າລໍຖ້າຈົນທຸກຢ່າງພ້ອມ ຢ້ານວ່າຮອດເວລານັ້ນຈະຊ້າເກີນໄປ ແລະຄົນອື່ນກ້າວກາຍທ່ານໄປແລ້ວ ຢ່າລືມວ່າຖ້າເຈົ້າເລີ່ມມື້ອື່ນກໍ່ຊ້າກວ່າມື້ນີ້, ເລີ່ມອາທິດໜ້າຈະຊ້າກວ່າມື້ອື່ນ ຫຼື ຖ້າຈະເລີ່ມປີໜ້າກໍ່ຍິ່ງຊ້າໄປໃຫຍ່.



ການຈະເລີ່ມຕົ້ນສິ່ງໃດໃນຊີວິດສິ່ງທຳອິດຄືຕ້ອງສຶກສາຫາຄວາມຮູ້ ເພາະບໍ່ແມ່ນວ່າທຸກສິ່ງຢ່າງເຮົາຈະສາມາດລົງມືໄດ້ເລີຍ ແຕ່ຕ້ອງໄດ້ຮູ້ພື້ນຖານເລັກນ້ອຍກ່ອນ ເພື່ອບໍ່ໃຫ້ເກີດການເສຍຫາຍຫຼາຍເກີນໄປ ສົມມຸດວ່າທ່ານຈະເຮັດເຮືອນແຕ່ບໍ່ມີຄວາມຮູ້ເລື່ອງວັດຖຸອຸປະກອນເລີຍ ຕ້ອງຖາມນຳຜູ້ຮູ້ບໍ່ດັ່ງນັ້ນອາດຖືເອົາປຽບໄດ້. ແລ້ວຫຼັງຈາກນັ້ນໃຫ້ເລີ່ມລົງມືເຮັດມື້ລະນ້ອຍຄ່ອຍກ້າວໄປຫາໃຫຍ່ດີກວ່າເຮົາຕ້ອງລໍຖ້າພ້ອມບາດດຽວ ຊຶ່ງຍາກທີ່ຈະເຮັດໄດ້ສຳລັບຄົນທີ່ບໍ່ມີຄົນກຽມໃຫ້ແຕ່ເປັນຕົນເອງຕ້ອງດິ້ນຮົນເຮັດເອງຕາມກຳລັງແຮງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.