ກີລາ

ແຂວງ ອັດຕະປື ເປີດການແຂ່ງຂັນກິລາປະຈຳປີ ທີ່ເມືອງ ຊານໄຊ ເປັນເຈົ້າພາບ ລະຫວ່າງ1-10 ມີນາ 2018


ງານແຂ່ງຂັນກິລາປະຈຳປີທົ່ວແຂວງ ອັດຕະປື 2018 ຄັ້ງທີ IV ທີ່ເມືອງ ຊານໄຊ ເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ1 ມີນາ 2018 ແລະ ຈະດຳເນີນ ໄປຮອດວັນທີ10 ມີນາ 2018.

ໃນງານຄັ້ງນີ້ຍັງມີການເປີດຕະຫຼາດນັດ ແລະ ວາງສະແດງສິນຄ້າສະຫລອງງານແຂ່ງກິລາທົ່ວແຂວງ ອັດຕະປື ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 1ມີນາ 2018 ຢູ່ທີ່ເດີ່ນໂຮງຮຽນປະຖົມສົມບູນ ບ້ານ ສົມບູນ ເມືອງ ຊານໄຊ ແຂວງ ອັດຕະປື ໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງ ຊານໄຊ, ມີຄະນະພັກເມືອງ, ມີຮອງຫົວໜ້າພະແນກການຈກແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດພະນັກງານ, ພໍ່ແມ່ປະຊາຊົນ, ນັກທຸລະກິດ ແລະ ຊາວຄ້າຂາຍທັງພາຍໃນເມືອງເຂົ້າຮ່ວມ.


     ທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງ ຊານໄຊ ໄດ້ກ່າວເປີດຕະຫຼາດນັດ ແລະ ວາງສະແດງສິນຄ້າ ສະເຫລີມສະຫລອງງານແຂ່ງຂັນກິລາປະຈຳປີທົ່ວແຂວງ ອັດຕະປື ຄັ້ງທີ IV ທີ່ເມືອງຊານໄຊ ເປັນເຈົ້າ ພາບວ່າ:  ຈຸດປະສົງຂອງການເປີດຕະຫຼາດນັດ ແລະ ວາງສະແດງສິນຄ້າໃນຄັ້ງນີ້ກໍເພື່ອສ້າງຂະບວນການປະກອບສ່ວນໃນກິດຈະກຳໜຶ່ງເຂົ້າໃນງານແຂ່ງຂັນກິລາທົ່ວແຂວງ ທີ່ເມືອງ ຊານໄຊເປັນເຈົ້າພາບ ເຊິ່ງງານແຂ່ງຂັນກິລາດັ່ງກ່າວຈະໄດ້ ເລີ່ມເປີດຂຶ້ນແຕ່ວັນທີ 1-10 ມີນາ 2018 ແລະ ອີກປະການຫນຶ່ງກໍ່ ເປັນການສະແດງໃຫ້ເຫັນເຖິງຜົນງານຈາກການຊີ້ນຳ ນຳພາ ຂອງຄະນະພັກ ຄະນະນຳຂອງເມືອງທີ່ໄດ້ສ້າງເງື່ອນໄຂເອື້ອອຳນວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖິ່ນພາຍໃນທົ່ວແຂວງໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າຂອງຕົນ ພ້ອມທັງ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຂະບວນການຜະລິດສິນຄ້າຂອງຕົນໃຫ້ມີການຂະຫຍາຍຕົວ, ມີປະລິມານ, ຄຸນະພາບ, ທັງເປັນການໂຄສະນາແນະນຳສິນຄ້າທີ່ຕົນເອງໄດ້ຜະລິດຂຶ້ນ ມາໃຫ້ສັງຄົມ ໄດ້ບໍລິໂພກ ແລະ ຮັບຮູ້ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນຢ່າງກວ້າງຂວາງ ແລະ ຂະຫຍາຍຂຶ້ນໄປເລື້ອຍໆ.

ສຳລັບກິດຈະກຳຜະລິດຕະພັນຫັດຖະກຳທີ່ນຳມາວາງສະແດງປະກອບມີເຄື່ອງຫັດຖະກຳຕ່ຳແຜ່ນ, ຫັດຖະກຳຈັກສານ, ອາຫານພື້ນບ້ານ ນອກນັ້ນ ຍັງມີຜະລິດຕະພັນສິນຄ້າຫັດຖະກຳນຳອີກຈຳນວນຫນຶ່ງ.

ໂດຍ: ມາລາທິບ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.