ການພັດທະນາ

ເຈົ້າຄອງ ລົງຊຸກຍູ້ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ພາຍໃນເມືອງສີສັດຕະນາກ


ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງ​ເຄື່ອນ​ໄຫວ ຕິດຕາມ​ການຈັດຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ ວ່າ​ດ້ວຍ​ການ​ຈັດ​ສັນ​ຄວາມເປັນ​ລະບຽບ​ຮຽບ​ຮ້ອຍ​ພາຍ​ໃນຕົວ​ເມືອງ ແລະ ຊານເມືອງ ວັນ​ທີ 27 ກຸມພາ 2018 ທີ່​ສະໂມສອນເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ມີ​ທ່ານ ໂພ​ຄຳ ໄຊຍະ​ສອນ ເຈົ້າເມືອງ​ສີ​ສັດຕະ​ນາກ ພ້ອມ​ດ້ວຍ​ພະແນກການ​ກ່ຽວຂ້ອງ ຄະນະ​ພັກ​ເມືອງ ນາຍບ້ານ ແລະ ພະນັກງານ​ກໍ່ສ້າງ​ຮາກຖານ​ການເມືອງ​ເຂົ້າ​ຮ່ວມ.

ທ່ານ ພອນ​ສັນ ສາ​ວະລີ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ເມືອງສີ​ສັດຕະ​ນາກ ໄດ້​ລາຍ​ງານ​ກ່ຽວກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານກໍ່ສ້າງ​ຮາກ​ຖານ​ການເມືອງ ແກ້ໄຂ​ຄວາມ​ບໍ່​ສະຫງົບ ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ ວ່າ: ເມືອງ​ສີ​ສັດຕະ​ນາກ ໄດ້​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາຕິດ​ພັນ​ກັບ​ການຈັດຕັ້ງປະຕິບັດ​ວຽກ​ງານ 3 ຫຼຸດ 3 ເພີ່ມຂອງ​ນະຄອນຫຼວງ​ວຽງ​ຈັນ ຕາມຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ເປີດ​ຂະບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ເຊິ່ງ​ຜ່ານ​ການຈັດຕັ້ງປະຕິບັດ​ມີ​ຫຼາຍ​ວຽກ​ງານ​ທີ່​ພົ້ນເດັ່ນ ໂດຍ​ສະເພາະ​ການ​ຈັດ​ສັນຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍຂອງ​ຕະຫຼາດ 4 ແຫ່ງ​ພາຍ​ໃນເມືອງ​ສີ​ສັດຕະ​ນາກ ແລະ ສຳເລັດ​ໄປ​ແລ້ວ 1 ແຫ່ງ ຄື: ຕະຫຼາດສີຂຽວ​ດອນ​ກອຍ ປັດຈຸບັນ​ກຳລັງ​ດຳເນີນ​ຢູ່​ຕະຫຼາດ​ໜອງ​ຈັນ ຕະຫຼາດ​ທົ່ງ​ພານ​ທອງ ຕະຫຼາດ​ສວນ​ມອນ ໂດຍ​ມີໜ້າ​ວຽກ​ຫຼັກ​ແມ່ນ​ມາດຖານ​ຄວາມ​ສະອາດ​ຂອງ​ຕະຫຼາດ ບ່ອນ​ຈອດ​ລົດ ຫຼັງຄາ ອາຄານ ໄຟຟ້າ ແລະ ການ​ຕິດ​ຕັ້ງບັ້ງ​ດັບ​ເພີງ ຮ້ານ​ຂາຍເຄື່ອງ​ກໍ່ສ້າງ ແລະ ຮ້ານ​ຂາຍເຄື່ອງ​ຕາມ​ຖະໜົນ​ຄູ​ວຽງ ພ້ອມ​ນັ້ນ ຍັງ​ມີ​ຈຸດ​ອ່ອນ​ທີ່​ຈະ​ຕ້ອງ​ສືບຕໍ່​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ເມືອງ​ສີ​ສັດຕະ​ນາກ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ສະອາດ​ຈົບງາມ.


ໃນ​ໂອກາດ​ນີ້ ທ່ານ​ເຈົ້າ​ຄອງ ໄດ້​ເປີດ​ໂອກາດໃຫ້​ບັນດາ​ພະແນກ​ການ​ກ່ຽວຂ້ອງ​ຜັດປ່ຽນ​ກັນ ປະກອບ​ຄຳ​ຄິດ​ຄຳ​ເຫັນ ເປັນຕົ້ນແມ່ນ​ການ​ແກ້​ໄຂ​ຄວາມ​ບໍ່​ສະອາດ​ຂອງ​ເມືອງ ການ​ຂາຍເຄື່ອງຊະຊາຍ​ຂອງ​ແມ່​ຄ້າ​ຊາວ​ຂາຍ​ຢູ່ແຄມ​ທາງ​ຕະຫຼາດ​ຂົວ​ດິນ ຂ້າງໂຮງໝໍ​ມະໂຫສົດ ການ​ຕິດ​ປ້າຍ​ບໍ່ຖືກ​ຕາມ​ລະບຽບ​ການ​ຂອງ​ຜູ້​ປະກອບ​ການ ແລະ ສະຖານທີ່​ອື່ນໆ ທີ່​ມີ​ການ​ຂາຍເຄື່ອງ​ຊະຊາຍ ເພື່ອເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ ໄດ້​ຮັບການຈັດຕັ້ງ​ປະຕິບັດ​ສຳເລັດ​ຕາມແຜນການ​ທີ່​ວາງ​ໄວ້ ແນໃສ່​ເຮັດໃຫ້​ເມືອງ​ສີ​ສັດຕະ​ນາກ​ມີ​ຄວາມເປັນ​ລະບຽບ​ຮຽບ​ຮ້ອຍ ສະອາດ ຈົບງາມ ທັງ​ປະຕິບັດ​ນະໂຍບາຍ 6ສ ຂອງ​ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ​ຕື່ມ​ອີກ ເພື່ອ​ຕ້ອນຮັບ​ໃຫ້ແກ່​ປີ​ທ່ອງ​ທ່ຽວ​ລາວ 2018.

ຕອນ​ທ້າຍ ທ່ານ​ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ໄດ້​ຍ້ອງຍໍຊົມເຊີຍ​ຕໍ່​ຄະນະ​ພັກ​ເມືອງ ກໍ່​ຄືພາກສ່ວນ​ກ່ຽວຂ້ອງ​ທີ່​ໄດ້​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢ່າງເຂັ້ມ​ງວດ ພ້ອມ​ນັ້ນ ທ່ານ​ໄດ້​ແນະນຳ​ໃຫ້​ເມືອງ​ສີ​ສັດຕະ​ນາກ​ສືບຕໍ່ເຮັດ​ໃຫ້​ໄດ້​ດີ ແລະ ເຂັ້ມແຂງກວ່າ​ເກົ່າ ​ໂດຍ​ໃຫ້​ເອົາໃຈໃສ່​ການປະຕິບັດ​ຂໍ້​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ​ຕິດ​ພັນ​ກັບ​ການ​ຮັກເມືອງ​ຫຼວງ ໂດຍ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປີດ​ຂະ​ບວນ​ການ​ແຂ່ງຂັນ ເພື່ອ​ເຮັດ​ໃຫ້​ບັນດາ​ປາກົດການຫຍໍ້ທໍ້​ດ້ານ​ອັກຄີ​ໄພຢາ​ເສບ​ຕິດ ແລະ ອຸບັດ​ຕິ​ເຫດ​ຫຼຸດ​ໜ້ອຍ​ຖອຍລົງ​ເປັນ​ກ້າວໆ.


ແຫລງທີ່ມາຈາກhttps://www.vientianemai.net
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.