LU03

ເອົາໃຈຊ່ວຍ! 8 ນັກກິລາລາວ ເດີນທາງຮ່ວມແຂ່ງຂັນແລ່ນຜັດປ່ຽນໄມ້ ໃນພາລາເອກິເດນ ທີ່ຍີ່ປຸ່ນ


   ມູນນິທິ ນິບປົງ ສູນສົ່ງເສີມກິລາພາລາລິມປິກ (The Nippon Foundation Paralympic Support Center) ຈັດງານໂຕກຽວ ພາລາເອກິເດນ (Tokyo Para Ekiden) ເປັນງານການແຂ່ງຂັນກິລາແລ່ນຜັດປ່ຽນໄມ້ເປັນທີມ (Relay marathon) ໃນນັ້ນປະກອບມີທັງຄົນພິການ ແລະ ບໍ່ພິການ ເຊິ່ງປີນີ້ ເປັນຄັ້ງທີ 3 ທີ່ໄດ້ຈັດຂຶ້ນ ໂດຍ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມ 8 ຄົນ.

   ໂດຍລາຍການດັ່ງກ່າວນັ້ນ ທີມທີ່ເຂົ້າຮ່ວມແຂ່ງຂັນ 1 ທີມ ປະກອບດ້ວຍ 8 ກຸ່ມຄື: ຄົນພິການໃຊ້ລໍ້ເລື່ອນ, ຄົນພິການຫູ, ຄົນພິການສະຕິປັນຍາ, ຄົນທີ່ມີຄວາມບົກຜ່ອງທາງຮ່າງກາຍ ແລະ ຄົນບໍ່ພິການ ເຊິ່ງຈະແລ່ນຜັດປ່ຽນກັນ. ນັກກິລາກຸ່ມທີ່ແລ່ນມາຮອດຈຸດທີ່ກໍານົດໄວ້ ຈະຕ້ອງເອົາສາຍຜ້າຄ້ອງບ່າ (ແທນການຈັບໄມ້ ຫລື ບາຕົງ) ໃຫ້ກຸ່ມຜູ້ທີ່ຈະແລ່ນຕໍ່ໄປຂອງທີມຕົນ.

   ໂດຍເມື່ອວັນທີ 1 ມີນາ ທີ່ຜ່ານມາ ໄດ້ມີພິທີສົ່ງ ທີມນັກກິລາລາວ ເປັນທີມທໍາອິດຈາກຕ່າງປະເທດທີ່ຖືກເຊີນເຂົ້າຮ່ວມງານຄັ້ງນີ້, ເຊິ່ງຈະເລີ່ມຂຶ້ນ ວັນທີ 4 ເດືອນ 03 ປີ 2018, ສ່ວນງານພາລາເອກິເດັນ ເປັນງານທີ່ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກມວນຊົນ ໄປຈົນເຖິງ ສື່ມວນຊົນ ແລະ ວົງການບັນເທີງ.

  ພິເສດປີນີ້ ແມ່ນຈະມີດາລານັກຮ້ອງທີ່ມີຊື່ສຽງຂອງຍີ່ປຸ່ນ ເຊິ່ງເປັນອະດີດສະມາຊິກນັກຮ້ອງວົງ SMAPກໍ່ຄື ທ່ານ Inagaki, ທ່ານ Kusanagi, ທ່ານ Katoriກໍ່ຈະເຂົ້າຮ່ວມສ້າງສີສັນໃນງານອີກດ້ວຍ. ຄາດຄະເນວ່າປີນີ້ຈະມີຜູ້ເຂົ້າຮ່ວມເປັນຈໍານວນຫລວງຫລາຍ (ຜູ້ຊົມ ແລະ ອາສາສະໝັກ ເຂົ້າຮ່ວມໃນປີ 2017 ແມ່ນ 11,200 ຄົນ)

   ໂດຍງານດັ່ງກ່າວ ຈັດຂຶ້ນເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບຄົນພິການ ແລະ ຄົນບໍ່ພິການໃນສັງຄົມ ແລະ ສ້າງຂະບວນການກິລາ ໃຫ້ຝົດຝື້ນເພື່ອຕ້ອນຮັບງານມະຫາກໍາກິລາ ໂຕກຽວ ໂອລິມປິກ ແລະ ພາຣາລິມປິກ 2020. ໂດຍ ເອກິເດນ ຄັ້ງທໍາອິດ ໄດ້ຮັບການຈັດຕັ້ງຂຶ້ນ ໃນປີ 2015ໂດຍມີຜູ້ເຂົ້າຮ່ວມກວ່າ 10,000 ຄົນ ແລະ ອາສາສະໝັກກວ່າ 500 ຄົນ, ຄັ້ງທີ 2 ໃນປີ 2017 ແລະ ຄັ້ງນີ້ ເປັນຄັ້ງທີ 3 ຈະຈັດຂຶ້ນໃນປີ 2018 ຕາມຮູບແບບ “ທຸກໆຄົນສາມາດມ່ວນຊື່ນນໍາກັນໄດ້”[i enjoy] , ແລະ ປະເທດລາວ ເປັນປະເທດທໍາອິດ ແລະ ປະເທດດຽວ ທີ່ໄດ້ຮັບການເຊີນໃຫ້ເຂົ້າຮ່ວມງານຄັ້ງນີ້.
ສໍາລັບ ທີມ ສປປ ລາວ ທີ່ເດີນທາງເຂົ້າຮ່ວມລາຍການນີ້ປະກອບມີ:

ຜູ້ຄຸມທີມ:ທ່ານ ຮິໂຣະຢູກິ ຮະເນະ,
ນັກກິລາ:
-ຄົນແຂງແຮງ ເພດຊາຍ 1 ຄົນ,
-ຄົນແຂງແຮງ ເພດຍິງ 1 ຄົນ,
-ຜູ້ໃຊ້ລໍ້ເລື່ອນຊາຍ 1 ຄົນ,
-ຜູ້ໃຊ້ລໍ້ເລື່ອນ ຍິງ 1 ຄົນ,
-ຄົນພິການຕາ 1 ຄົນ,
-ຄົນພິການຫູ 1 ຄົນ,
-ຜູ້ທີ່ມີຄວາມພິການທາງຮ່າງກາຍ 1 ຄົນ (ໂປລິໂອ, ພິການແຂນ ຫລື ພິການຂາ)
-ຜູ້ພິການສະຕິປັນຍາ 1 ຄົນ.
ລວມນັກກິລາທັງໝົດ 08 ຄົນ

+ຄະນະນໍາທີມ:    ຜູ້ນໍາພາແລ່ນ ຂອງ ຄົນພິການຕາ (Guide runner) 01 ຄົນ
       ຜູ້ຊ່ວຍຄົນພິການຫູ 01 ຄົນ
       ຜູ້ຊ່ວຍຜູ້ພິການສະໝອງ-ປັນຍາ 01 ຄົນ
       ຜູ້ຈັດການທີມ 02 ຄົນ, ລວມຄະນະນໍາທີມທັງໝົດ 05 ຄົນ
ທີມນັກກິລາ + ຜູ້ຄຸມທີມ + ຜູ້ຊ່ວຍທີມ:ທັງໝົດ 14 ຄົນ

※ທີມທີ່ຊະນະໃນປີ 2017:ໃຊ້ເວລາ 1 ຊົ່ວໂມງ 21 ນາທີ 47 ວິນາທີ
(ໃນນັ້ນ ເວລາສະເລ່ຍທີ່ 1 ຄົນແລ່ນ:10 ນາທີ 13 ວິນາທີ/1ຄົນ)
ຮູບ: ສີສັນການແຂ່ງຂັນເມື່ອປີ 2017.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.