LU03

ໜັກກວ່າທີ່ຄິດ! ປາຣີສ ຕັດສິນໃຈສົ່ງ ເນມາ ໄປຜ່າຕັດທີ່ ບຣາຊິນ ຄາດພັກເຖິງ 2 ເດືອນ


   ກ່ອນໜ້ານີ້ ເນມາ ມີອາການຂໍ້ຕີນພິກ ໃນໄລຍະທ້າຍເກມລີກເອິງ ລະຫວ່າງ ປາຣິສ ພົບກັບ ມາກເຊຍ ເມື່ອວັນອາທິດທີ່ຜ່ານມາ. ນອກຈາກນັ້ນ ຍັງເຮັດໃຫ້ເອັນຂໍ້ຕີນຂວາດ້ານນອກອັກເສບ ແລະ ຍັງມີອາການກະດູກຕີນດ້ານນອກຖືກກະທົບຢ່າງໜັກ ເຮັດໃຫ້ມີການຄາດໄປນາໆປະການ.


   ຈົນຫຼ້າສຸດຜົນການກວດເພີ່ມເຕີມ ແລະ ການປະເມີນຮ່ວມກັນໃນວັນພຸດທີ 28 ກຸມພາ ທີ່ຜ່ານມາ ລະຫວ່າງຫົວໜ້າຄະນະທີມແພດທີມຊາດບຣາຊິນຢ່າງ ດຣ. ໂຣດຣີໂກ ລາສມາ ທີ່ມາເຖິງປາຣິສ ເມື່ອວັນອັງຄານ ທີ່ຜ່ານມາ ກັບຫົວໜ້າທີມແພດ ປາຣິສ ຢ່າງ ດຣ ເອຣິກ ໂຣລລ໊ອງ ໄດ້ຂໍ້ສະຫຼູບວ່າ ລາວຕັດສິນໃຈເຂົ້າຮັບການຜ່າຕັດຕາມຄໍາແນະນໍາຂອງແພດ ໂດຍຄາດວ່າຈະພັກກັນເຖິງ 2 ເດືອນ.




ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ເນມາ ນອກຈາກຈະຊ່ວຍທີມຮັບມືກັບ ຣີລ ມາດຣິດ ໃນນັດທີ 2 ຮອບ 16 ທີມສຸດທ້າຍຂອງ ຢູຟາ ແຊັມປ້ຽນລີກ ໃນວັນອັງຄານທີ 6 ມີນານີ້ ແລ້ວຍັງໝົດສິດຊ່ວຍທີມເປັນເວລາເຖິງ 2 ເດືອນ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.