ສາລະວັນ

ເມືອງຄົງເຊໂດນ ສະເຫຼີມສະຫຼອງເທດສະການປີ້ງໄກ່ນາປົ່ງ ຄົບຮອບ 100ປີ


ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໄດ້ຕິດພັນກັບງານ ເທດສະການປີ້ງໄກ່ນາປົ່ງ ຄົບຮອບ 100ປີ ພາຍໃນງານໄດ້ມີການວາງສະແດງສິນຄ້າກະສິກຳ-ຫັດຖະກຳທ້ອງຖິ່ນ, ງານສະແດງສິລະປະວັນນະຄະດີ, ງານປະກວດປີ້ງໄກ່ແຊບ.

 ໃນພິທີການເປີດກໍ່ໄດ້ມີຂະບວນການແຫ່ກ້ອນກຳລັງຈາກ 3 ພາກສ່ວນເຂົ້າຮ່ວມຄື: ກ້ອນກຳລັງເຍົາວະຊົນ,ກ້ອນກຳລັງພາຂັວນໃຫຍ່-ປີ້ງໄກ່ນາປົ່ງ, ກ້ອນກຳລັງຟ້ອນ ເຊີນທ່ຽວຄົງເຊໂດນ ແລະ 3ໜ່ວຍສິລະປະ ປະກອບມີຟ້ອນເຊີ້ງຊາວນາມ່ວນຊື່ນ ຈາກໂຮງຮຽນ ມສ ຄຳທອງ, ຟ້ອນເຊີ້ງບັ້ງໄຟ ຂອງ ມສ ມິດຕະພາບສາລະວັນ-ດາໜັງ, ຟ້ອນເຊີ້ງ ຊ່ວງເຮືອຂອງໜ່ວຍສິລະປະ ສະຫະພັນແມ່ຍິງ ບ້ານທົ່ງຈະເລີນ ແລະ ກິດຈະກຳອື່ນໆ.





ທ່ານ ບຸນປອນ ອາສາພິພັກ ເຈົ້າເມືອງຄົງເຊໂດນໄດ້ກ່າວເປີດງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018ຢ່າງເປັນທາງການ ພາຍໃນງານ ປະກອບມີ 5 ກິດຈະກຳໃຫຍ່ຄື: ມີງານບຸນນະມັດສະການພະເຈົ້າໃຫຍ່ອົງຕື້ຢູ່ບ້ານໂອກາດ, ງານເທດສະການປີ້ງໄກ່ນາປົ່ງຄົບຮອບ 100ປີ, ງານບຸນຫົດສົງພະທາດກະເດົາທຶກບ້ານນາໂຄກ, ງານເທດສະການບຸນບັ້ງໄຟຄົງເຊໂດນ, ງານບຸນອອກພັນສາປະວໍລະນາ (ງານບຸນຊ່ວງເຮືອປະເພນີຂອງເມືອງ) ໃນນັ້ນປີ້ງໄກ່ນາປົ່ງເປັນກິດຈະກຳຕົ້ນຕໍແນໃສ່ເພື່ອໂຄສະນາບົດບາດຂອງປີ້ງໄກ່ນາປົ່ງເຊິ່ງເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຕິດພັນກັບການທ່ອງທ່ຽວກໍ່ຄືວິຖີຊີວິດຂອງປະຊາຊົນ ແມ່ນເພື່ອອະນຸລັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືຊາວເມືອງຄົງເຊໂດນ ໃຫ້ຄົງຢູ່ເຊັ່ນລູກເຊັ່ນຫຼານ.



ເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນເຂດໄດ້ມີລາຍໄດ້, ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວມາຊົມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນເມືອງ ຄົງເຊໂດນຄືບ້ານນາປົ່ງ,  ທັງເປັນການຊຸກຍູ້ການລົງທຶນດ້ານທຸລະກິດທາງກົງ ແລະ ທາງອ້ອມເຊັ່ນ: ທຸລະກິດນຳທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ-ບັນເທີງ, ການຂົນສົ່ງ ແລະ ການຊື້ຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ເພື່ອພັດທະນາພື້ນຖານໂຄງລ່າງສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດ ສາດ, ພາຍຫຼັງທີ່ໄດ້ກ່າວເປີດງານແລ້ວບັນດາທ່ານການນຳຂອງແຂວງ ແລະ ເມືອງໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປັນສັນຍາລັກຂອງການເປີດງານພ້ອມທັງທ່ຽວຊົມຮ້ານວາງສະແດງຜະລິດຕະພັນພາຍໃນເມືອງຕື່ມອີກ.



ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 27 ກຸມພາ 2018ນີ້ ໂດຍການເປັນປະທານຂອງທ່ານ ບຸນປອນ ອາສາພິພັກ  ເຈົ້າເມືອງໆຄົງເຊໂດນປະທານຈັດງານ, ເປັນກຽດເຂົ້າຮ່ວມຂອງທ່ານ ພົ.ວ ພູວຽງ ຫຼ່ຽມມະວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງແຂວງ, ເຈົ້າເມືອງຈາກ 7 ຕົວເມືອງ, ພ້ອມດ້ວຍການນຳຂອງອຳເພີຂົງຈຽມ ແຂວງອຸບົນລາດຊະທານີ ແລະ ມວນຊົນຊາວເມືອງຄົງເຊໂດນເຂົ້າຮ່ວມ.


ສ່ວນການປະກວດນາງສາວອາພອນເພດ ເຊິ່ງມີຜູ້ເຂົ້າປະກວດທັງໝົດ 12 ນາງສາວ ຜ່ານການປະກວດສາມາດຄັດເລືອກຜູ້ໄດ້ລາງວັນຊະນະເລີດໄດ້ແກ່ ນາງ ສາວ ນີ່ນາ ຈັນທະວົງ ໄດ້ຮັບມົງກຸດ, ສາຍສະພາຍ ແລະ ລາງວັນເງິນ 1.500.000 ກີບ.
ຮອງຊະເລີດໄດ້ແກ່ນາງສາວ ວະນິດາ ສຸກສະຫວັດ ໄດ້ສາຍສະພາຍ ແລະ ລາງວັນເງິນ 1.200.000 ກີບ.
ທີ 3 ໄດ້ແກ່ ນາງສາວ ແສງນາລອນ ອິນທະວົງ ໄດ້ຮັບສາຍສະພາຍ ແລະ ລາງວັນເງິນ 900.000 ກີບ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.