ຂ່າວຕ່າງປະເທດ

ນາຍົກລັດຖະມົນຕີໄທຢືນຢັນການເລືອກຕັ້ງທົ່ວປະເທດ ຈະມີຂຶ້ນໃນຕົ້ນປີ2019 ແຕ່ຕ້ອງປະຕິບັດຕາມຂັ້ນຕອນ


ວັນ​ທີ 27 ກຸມພານີ້, ທ່ານ​ປຣະຢຸດ ຈັນ​ໂອ​ຊາ ນາຍົກ​ລັດຖະມົນຕີ​ໄທ​ກ່າວ​ວ່າ: ​ຈະ​ຈັດການ​​ເລືອກ​ຕັ້ງທົ່ວ​ໄປ​ກ່ອນ​ເດືອນກຸ​ມພາ​ປີ 2019. ຂະນະ​ດຽວ​ກັນ​ທ່ານ​ກ່າວ​ຢ້ຳຕື່ມ​ວ່າ: ການ​ເລືອກ​ຕັ້ງທົ່ວ​ໄປ​ຈະສາມາດຈັດຂຶ້ນ​ໄດ້ຫຼື​ບໍ່ນັ້ນ​ຕ້ອງ​ອີງຕາມ​ສະພາບ​ການ​ພາຍ​ໃນປະ​ເທດ.

ທ່ານ​ປຣະຢຸດ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ດັ່ງກ່າວ​ວ່າ: ​ເວລາ​ຈັດການ​ເລືອກ​ຕັ້ງ​ຄວນຢູ່​ໃນ​ໄລຍະ 150 ມື້​ພາຍຫຼັງກົດໝາຍທີ່​ອີງ​ຕາມ​ລັດຖະທຳ​ມະ​ນູນທີ່​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ. ​ໃນ​ເດືອນ​ມິຖຸນາ​ປີນີ້, ພາຍຫຼັງ "ກົດ​ໝາຍ​ການ​ເລືອກ​ຕັ້ງ​ສະມາ​ຊິກ​ວຸດ​ທິສະພາ​" ​ແລະ ກົດໝາຍ​ການ​ເລືອກ​ຕັ້ງສະມາ​ຊິກ​ສະພາ​ຜູ້​ແທນ​​ລາດ​ຊະ​ດອນ​ໂດຍ​ຜ່ານ​ການຮັບຮອງຈາກ​​ເຈົ້າ​ຊີວິດ​ໄທ, ​ແລະຈະ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຂອງ​ເຈົ້າ​ໜ້າ​ທີ່​ພັກ​ການ​ເມືອງ ​ເພື່ອ​ກຳນົດ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​​ໄປ.

ທ່ານ ປຣະຢຸດ ໃຫ້ຮູ້ວ່າ:ບັນດາພັກໃໝ່ອາດສາມາດເລີ່ມຈົດທະບຽນເຂົ້າຮ່ວມການເລືອກຕັ້ງໃນວັນທີ 01 ມີນາ. ຫຼັງຈາກນັ້ນ, ບັນດາພັກໃໝ່ ຈຶ່ງຈັດກອງປະຊຸມ, ແຕ່ພຽງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນທີ່ໄດ້ວາງອອກຖືກຕາມກົດລະບຽບຂອງພັກ. ນອກນັ້ນ, ບໍ່ວ່າການເຄື່ອນໄຫວໃດກໍ່ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກ NCPO. ໃນຂະນະນັ້ນ, ບັນດາພັກ ພວມເຄື່ອນໄຫວຈະບໍ່ໄດ້ຮັບອະນຸຍາດຈັດກອງປະຊຸມ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.