ຂໍ້ຄິດ

ຊາວພຸດເປັນຫ່ວງພະທາດພູສີ ຢາກໃຫ້ພິຈາລະນາຂຶ້ນສ່ຳໃດເໝາະສົມ



ບັນຫາພະທາດພູສີ ແຂວງຫຼວງພະບາງ ທີມຂ່າວລາວອັບເດດເຄີຍນຳສະເໜີຂ່າວມາແລ້ວຄັ້ງໜຶ່ງກ່ຽວກັບການທີ່ໃຫ້ນັກທ່ອງທ່ຽວຂຶ້ນຢູ່ສູງໆ ທັ້ງທີ່ບ່ອນນີ້ເປັນສະຖານທີ່ສັກກະລະບູຊາຂອງປະຊາຊົນມາຊ້ານານ ແຕ່ກໍ່ມີສຽງປະຊາຊົນບາງສ່ວນບໍ່ຢາກໃຫ້ເວົ້າປະມານວ່າໃຫ້ປ່ອຍໄປສາ ມື້ນີ້ໜ້າຂ່າວຊາວພຸດຍົກປະເດັນນີ້ຂຶ້ນມາອີກ ກໍ່ເລີຍເອົາມາສະເໜີໃໝ່ ເພື່ອພາກສ່ວນກ່ຽວຂ້ອງຈະເກັບໄປຄິດພິຈາລະນາ.



ໂດຍມື້ວານນີ້ໜ້າຂ່າວຊາວພຸດ ໄດ້ຍົກບັນຫານີ້ຂຶ້ນມາ ແລະບອກວ່າຫນ້າເປັນຫ່ວງ ກັບສັດທາສາທຸຊົນ ທີ່ເຊື່ອ ແລະນັບຖື ດ້ວຍເຫດວ່າ ພຣະທາດພູສີ ເປັນບ່ອນທີ່ຊາວລາວທຸກຄົນ ເຄົາລົບແລະນັບຖືມາຕະຫລອດ..... ແຕ່ດຽວນີ້ ກາຍມາເປັນບ່ອນຂອງຊາວຕ່າງດ້າວ ປີນຂື້ນໄປຖ່າຍຮູບແລະເບີ່ງຕາເວັນກຳລັງຕົກດີນ.....( ສົມຄວນບໍ ທ່ານຄິດແນວໃດ ????) ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂດ່ວນດ້ວຍ.


ພູສີ ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພະທາດສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ. ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ເຖິງຕ້ອງອິດເມື່ອຍກັບການຂຶ້ນຂັ້ນໄດເຖິງ 328 ຊັ້ນແຕ່ກໍ່ຄຸ້ມຄ່າ.


ແນວໃດກໍ່ດີ ຖ້າຈະເວົ້າໄປຫຼວງພະບາງເປັນແຂວງທ່ອງທ່ຽວ ແລະພູສີກໍ່ເປັນພຽງຈຸດຊົມວິວແຫ່ງດຽວທີ່ສາມາດເບິ່ງເຫັນທຸກມຸມຂອງໂຕເມືອງຫຼວງພະບາງ ຍິ່ງຖ້າຂຶ້ນທາດໄປບ່ອນສູງອາດເຫັນວິນທີ່ງາມກວ່າ ຈິ່ງກາຍເປັນທີ່ນິຍົມຂອງແຂກຕະຫຼອດມາ. ຫາກຕ້ອງຫວງຫ້າມບໍ່ໃຫ້ຂຶ້ນອີກກໍ່ຕ້ອງມີແນວທາງໃໝ່ມາປ່ຽນແທນປະມານວ່າສ້າງຈຸດຊົມວິວໂດຍສະເພາະກໍ່ເປັນທາງເລືອກທີ່ດີ. ອີກຢ່າງຊັບສົມບັດຂອງຊາດຖ້າຈະຫ້າມບໍ່ໃຫ້ຂຶ້ນກໍ່ຫາກໄດ້ ແລະຈະບໍ່ສາມາດໂທດນັກທ່ອງທ່ຽວທີ່ບໍ່ຮູ້ຮີດຄອງປະເພນີຂອງລາວເຮົາໄດ້ ຂໍພຽງພະນັກງານນຳທ່ຽວໃຫ້ການແນະນຳທີ່ຖືກຕ້ອງກໍ່ບໍ່ມີບັນຫາດັ່ງທີ່ເຫັນ.





-----------------
Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.