9 ບ້ານ

ຊຽງເງິນຮັບຮອງ 9 ບ້ານສາມັກຄີປອງດອງ



ແນວລາວສ້າງຊາດເມືອງຊຽງເງິນ ຈັດພິທີຮັບຮອງເອົາ 9 ບ້ານ​​ເປັນ​ບ້ານ​ສາມັກຄີ​ປອງ​ດອງຄັ້ງທີ I
​ໃນ​ຕອນ​ເຊົ້າ ວັນທີ 28 ກຸມພາ 2018​ ນີ້ ຢູ່ສະໂມສອນເມືອງຊຽງເງິນ. ໃນນັ້ນລວມມີບ້ານດອນໂມ, ບ້ານຊຽງເງິນ, ບ້ານປາກຂັນ, ບ້ານປາກແວດ, ບ້ານ ປາກທໍ່, ບ້ານມູດ, ບ້ານ ສວນຫຼວງ, ບ້ານແອນສະຫວັນ ແລະ ບ້ານພູຊ້າງ ເປັນບ້ານສາມັກຄີ​ປອງ​ດອງຂອງແນວລາວສ້າງຊາດ.


ພິທີດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ນິຄົມ ສຸລິສັກ ປະທານແນວລາວສ້າງຊາດເມືອງຊຽງເງິນ,
ໃນພິທີ ​ທ່ານ ອຸດອນ ພອນສະຫວັນ ນາຍບ້ານສວນຫຼວງ ໄດ້ຕາງໜ້າໃຫ້ແກ່ ​9 ບ້ານ ຂື້ນຜ່ານບົດສະຫຼຸບຂະ​ບວນການ​ສ້າງ​ຄອບຄົວ ​ແລະບ້ານ​ສາມັກຄີ​ປອງ​ດອງ ​ແລະ ວາງທິດ​ທາງ​ແຜນການ​ໃນ​ປີ​ຕໍ່ໜ້າ. ພ້ອມນັ້ນ, ຕາງຫນ້າຄອບຄົວທັງ 9 ບ້ານຂຶ້ນຮັບໃບຢັ້ງຢືນຄອບຄົວສາມັກຄີ ເປັນກຽດມອບໂດຍທ່ານ ນາງ ບຸນມາ ຖາວອນສັກ ຮອງປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ .



ທ້າຍພິທີ ໄດ້ຮັບຟັງການໂອ້ລົມຈາກທ່ານ ນາງບຸນມາ ຖາວອນສັກ ຮອງປະທານແນວລາວສ້າງຊາດແຂວງໄດ້ມີຄຳເຫັນໂອ້ລົມເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງ 9 ບ້ານທີ່ຍາດໄດ້ຜົນງານ ແລະ ສຶບຕໍ່ຮັກສາມູນເຊື້ອໃນປີຕໍ່ໄປໃຫ້ໄດ້ເປັນບ້ານສາມັກຄີປອງດອງ ພ້ອມນັ້ນ, ທ່ານ ສາຍສະຫມອນ ທິດາກອນ ເຈົ້າເມືອງຊຽງເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກໍ່ການຈັດຕັ້ງບ້ານທັງ 9 ບ້ານ ທີ່ສາມາດປະກາດເປັນບ້ານສາມັກຄີ ແລະ ຍົກໃຫ້ເຫັນຄວາມສາມັກຄີ ພ້ອມທັງຮຽກຮ້ອງໃຫ້ກວດຄືນບັນດາຄອບຄົວທີ່ຍັງບໍ່ໄດ້ຕາມມາດຖານ ແລະ ໃຫ້ນຳເອົາເນື້ອໃນຈິດໃຈໄປຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ບ້ານຂອງຕົນ.





ຂອບໃຈແຫຼ່ງຂ່າວຈາກແນວລາວສ້າງຊາດເມືອງຊຽງເງິນ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.