ຂ່າວສັງຄົມ

ນະຄອນຫຼວງທຳລາຍສິນຄ້າຕ້ອງຫ້າມ ແລະລະເມີດກົດໝາຍຈຳນວນຫຼາຍ



ຊົມເຊີຍພາກລັດທີ່ຈິງຈັງກວດກາສິນຄ້າຕ້ອງຫ້າມ, ສິນຄ້າໝົດອາຍຸຢ່າງຕໍ່ເນື່ອງນັບແຕ່ສູນກາງລົງຮອດທ້ອງຖິ່ນ ຊຶ່ງເປັນການສ້າງຄວາມໝັ້ນໃຈແກ່ປະຊາຊົນຜູ້ຊົມໃຊ້ ແລະຍັງຊ່ວຍຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມອີກດ້ວຍ ຊຶ່ງມີ້ນີ້ໄດ້ຈັດພິທີທຳລາຍສິນຄ້າລະເມີດກົດໝາຍອີກຈຳນວນຫຼາຍທີ່ ນະຄອນຫຼວງວຽງຈັນ.


ການທຳລາຍສິນຄ້າຕ້ອງຫ້າມ ແລະ ສິນຄ້າລະເມີດກົດໝາຍຄັ້ງນີ້ປະກອບມີ ໝາກກະໂພກ, ບັ້ງພຸໄຟ, ຈັກສະຕິນ, ຢາສູບ, ເຫຼົ້າຈອນນີ້ປອມ ແລະ ສິນຄ້າໝົດອາຍຸ ພິທີໄດ້ຈັດຂຶ້ນຄັ້ງວັນທີ 28 ກຸມພາ 2018. ຢູ່ສະໜາມບຳບັດຂິ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນສິນຄ້າທີ່ເຈົ້າໜ້າທີ່ລົງກວດກາ ແລະຢືດໄດ້ຈາກບັນດາຮ້ານຄ້າໃນຕະຫຼາດຕ່າງໆຂອງນະຄອນຫຼວງວຽງຈັນໃນໄລຍະຜ່ານມາ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.