ທ່ອງທ່ຽວ

ແຂວງວຽງຈັນ ອອກມາຊີ້ແຈງ ການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ບໍ່ມີຄາຊິໂນໃນແຜນດັ່ງທີ່ເປັນຂ່າວກ່ອນຫນ້ານັ້ນ


ຈາກກະແສຂ່າວທີ່ນັກລົງທຶນຊາວຈີນເປັນຜູ້ໄດ້ຮັບອະນຸຍາດຈາກອຳນາດການປົກຄອງແຂວງວຽງຈັນໃຫ້ເປັນຜູ້ພັດທະນາສະຫນາມບິນເກົ່າເມືອງວັງວຽງ ໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ມີຫຼາຍຢ່າງຫນ້າສົນໃຈ  ແຕ່ຫລາຍຄົນກໍຄ້າງຄາໃຈເມື່ອໃນມື້ເຊັນສັນຍາ ເຫັນບັນດາຫນ້າວຽກທີ່ຈະເຮັດມີການສ້າງກາສີໂນນຳ ເຊິ່ງເຮັດໃຫ້ສັງຄົມເກີດຄຳຖາມເຖິງຄວາມເຫມາະສົມຂຶ້ນ.

 ທ່ານ ສຸ​ກັນ ​ວິ​ໄລ​ຣັດ ຫົວໜ້າ ພະ​ແນ​ກ​ແຜນການ-ການ​ລົງທຶນ​ ແຂວງວຽງ​ຈັນ ​ຢືນຢັນຕໍ່ສື່ທ້ອງຖິ່ນວ່າ: ໂຄງການ​ນີ້, ຈະບໍ່​ມີ ການສ້າງ​ກາ​ຊິ​ໂນ​ສຳລັບ ​ນັກ​ທ່ອງທ່ຽວຕ່າງປະ​ເທດ ເພາະ​​ແຂວງ​ວຽງ​ຈັນ ​ບໍ່​ໄດ້ອະນຸມັດຢ່າງ​ເດັດຂາດ, ​ດັ່ງ​ນັ້ນ​ ຈຶ່ງ​ນຳ​ສະ​ເໜີ​ ມາ​ຍັງ​ພາກສ່ວນ​ຕ່າງໆ​ ແລະ​ ສັງຄົມ​ ຈົ່ງ​ໃຫ້​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ຕໍ່​ກັບ​ໂຄງການ​ດັ່ງກ່່າວ​ດ້ວຍ​. ​

ໂຄງການ​ນີ້, ຍັງ​ຈະມີ​ໂຮງໝໍ ​ທີ່​ທັນ​ສະ​ໄໝ ​ເຊິ່ງຈະ​ເປັນ​ບ່ອນ​​​ປີ່​ນປົວ​ສຸຂະ​ພາບ​ ທີ່​ດີອີກ​ແຫ່ງ​ໜຶ່ງ​ ​​ແລະ ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ດ້ານ​ສຸຂະ​ພາບ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ທີ່​ມາ​ທ່ຽວ​ຊົມ ​ເມືອງ​ວັງ​ວຽງ​, ທີ່​ສຳຄັນ​ ໂຄງການ​ດັ່ງກ່າວ ​ຍັງ​ເນັ້ນ​ເລື່ອງ​ການ ​ອານຸລັກ​ຮັກສາ​ດ້ານ​ວັດ​ທະນະ​ທຳ ​ຮີດຄອງ​ປະ​ເພນີ,​ ໂດຍ​ອົງການ ​ປົກຄອງ​ແຂວງ,​ ເມືອງ​ ຈະ​ໄດ້​ສົມທົບ ​ກັບ​ບໍລິສັດ ​ເພື່ອ​ສ້າງ​ເສົາ​ຫລັກ ​ເມືອງວັງ​ວຽງ, ສວນສາທາລະນະ, ຈຸດ​ສັນຍາ​ລັກ​ ເມືອງ​ວັງ​ວຽງ​ ແລະ ​ກິດຈະກຳ​ອື່ນໆ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​. ທັງ​ໝົດ ​ນັ້ນ​ຈະ​ເປັນ​ການ​ຊ່ວຍ​ສ້າງ​ລາຍ​ຮັບ ​ໃຫ້​ແກ່​ງົບປະມານ​ລັດ, ສ້າງ​ວຽກ​​ເຮັດ​ງານ​ທຳ​ ໃຫ້​ແກ່​ ປະຊາຊົນຢ່າງ​ຫລາຍ.

ທ່ານ ຫົວໜ້າ ພະ​ແນ​ກ​ແຜນການ-ການ​ລົງທຶນ​ ແຂວງວຽງ​ຈັນ ​ໄດ້ໃຫ້​ຮູ້​ຕື່ມ​ວ່າ: ສ່ວນ​ຜົນ​ກະທົບ​ ຂອງ​ໂຄງການ​ຕໍ່​ທາງ​ດ້ານ ​ສິ່ງ​ແວດ​ລ້ອມ ​ແລະ ​ສັງຄົມ​ ແມ່ນ ມີໜ້ອຍ​ທີ່​ສຸດ, ເນື່ອງ​ຈາກ ​ບໍລິ​ເວນ​ດັ່ງ​ກ່າວ​ ເປັນ​ເຂດ​ເດີ່ນ​ບິນ​ເກົ່າ​ ທີ່​ມີ​ການ​ສະຫງວນ​ ບໍ່​ໃຫ້​ມີ​ສິ່ງ​ປຸກ​ສ້າງ​ ຂອງ​ບຸກຄົນ​ແຕ່​ໃດ​ມາ ​ເຊິ່ງ​ບໍລິສັດ​ ກໍ່​ໄດ້​ມີ​ແຜນ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຮອງ​ຮັບ ​ໃນ​ໄລຍະ​ກໍ່ສ້າງ ແລະ​ ໄລຍະ​ດຳ​ເນີນກິດຈະການ​ລະ​ອຽດ.

ການ​ທີ່​ບໍລິສັດ ​ອີ​ຈິນ ​ໄດ້​ຮັບ​ອະນຸຍາດ​ໃຫ້ເຂົ້າ​ ມາ​ພັດທະນາ​ບໍລິ​ເວນ​ນີ້, ຝ່າ​ຍ​ ແຂວງວຽງຈັນ ກໍ​ໄດ້​​ໃຫ້​ບໍລິສັດ ​ດັ່ງກ່າວ​ ກໍ່ສ້າງ​ສະໝາ​ມບິນ​​ແຫ່ງ​ໃໝ່ ​ທົດ​ແທນ ​ຢູ່​ເຂດ​ບ້ານ​ໂພນ​​ເພັງ ຂອງ​ເມືອງ​ວັງ​ວຽງ. ພ້ອມ​ນັ້ນ ຈະ​ໄດ້​ສົມທົບ​ກັບ​ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ທັງສູນ​ກາງ ​ແລະ ​ທ້ອງ​ຖິ່ນ​ ເພື່ອ​ຊຸກຍູ້​, ຕິດຕາມ,​ ກວ​ດກາ ​ເພື່ອ​ໃຫ້​ບໍລິສັດ​ດັ່ງກ່າວ ​ປະຕິບັດ​ຕາມ​ກົດໝາຍ ​ວ່າ​ດ້ວຍ ການາສົ່ງ​ເສີມ​ການ​ລົງທຶນ​​​ ແລະ ​ກົດໝາຍ​ທີ່​ກ່ຽວຂ້ອງ ​ຢ່າງ​ເຂັ້ມ​ງວດ ​ແລະ​ ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ​.

ໄດ້ມີພິທີເຊັນສັນຍາເພື່ອພັດທະນາເດີ່ນບິນເກົ່າເມືອງວັງວຽງໃຫ້ກາຍເປັນແຫຼ່ງທ່ອງທ່ຽວໄດ້ມີຂຶ້ນໃນວັນທີ13ກຸມພານີ້ທີ່ພະແນກແຜນການ-ການລົງທຶນແຂວງວຽງຈັນ.
ສຳລັບ​ເຂດພັດທະນາ ເດີ່ນ​ບິນ​ເກົ່າ ​ເມືອງ​ວັງ​ວຽງ​ ມີ​ເນື້ອ​ທີ່ 16​ ເຮັກຕາ​ກວ່າ​, ໄລ​ຍະ​ການ​ກໍ່ສ້າງ 5 ປີ​ ແລະ ​ໄລຍະ​ສຳ​ປະທານ 50 ປີ​, ມູນ​ຄ່າ​ ການ​ລົງທຶນທັງ​ໝົດ 200 ລ້ານ​ໂດ​ລາສະຫະລັດ.

ແຫລ່ງຂ່າວຈາກ ແຂວງວຽງຈັນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.